Ad

Ad

26 December 2014

ຫາລື​​ແບບ​ຮູບ​ປັ້ນພໍ່​ກະ​ດວດ


​​​​​​​​​​​​​​​​​​​​​​​​     ເມື່ອບໍ່ດົນມານີ້,ພະແນ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ​ແຂວງສະຫວັນນະເຂດສົມທົບກັບກົມວິຈິດກະຊວງຖະແຫລງຂ່າວ,ວັດທະນະທຳແລະທ່ອງທ່ຽວ ​​ຈັດກອງປະຊຸມລະດັບວິຊາການຂັ້ນແຂວງເພື່ອຜ່ານ​​ແບບຮູບປັ້ນພໍ່ກະດວດຄັ້ງທີ 3 ເຊິ່ງແຂວງສະຫວັນນະເຂດຈະໄດ້ນຳໄປປະດິດສະຖານໄວ້ຢູ່ທີ່ສວນສາທາລະນະອະນຸສອນສະຖານແຂວງ​.Âດຍບັນດາຜູ້ເຂົ້າຮ່ວມຕ່າງມີຄຳເຫັນວ່າ:ມັນເປັນການຍາກທີ່ຈະໃຫ້ຮູບປັ້ນພໍ່ກະດວດສົມບູນແບບເພາະວ່າຍັງບໍ່ມີຫລັກຖານທີ່ຢັ້ງຢືນໄດ້ວ່າ ມີຄົນໃດເຫັນຮູບທີ່ແທ້ຈິງຂອງພໍ່ກະດວດ ມີແຕ່ສັນນິຖານເອົາເອງ ບວກກັບຄຳບອກເລົ່າເທົ່ານັ້ນ;ສະນັ້ນເພື່ອໃຫ້ເປັນເອກະພາບ​​ກັນທາງພາກສ່ວນກ່ຽວຂ້ອງຈຶ່ງໄດ້ມີການຜ່ານແບບຫລາຍຫລົບຫລາຍຕ່າວເພື່ອໃຫ້ເປັນເອກະພາບ,ເຊິ່ງແບບຮູບປັ້ນພໍ່ກະດວດແມ່ນເປັນທ່າຢືນ,​ແຂນຂວາຍົກກຳມື,​ມືຊ້າຍຈັບປືນເພີງຢືນຢູ່ໃນທ່າກຽມພ້ອມສັ່ງການດ້ວຍສີໜ້າເຄັ່ງຂຶມ, ແຕ່ຮູບປັ້ນດັ່ງກ່າວຈະໄດ້ມີການປັບປຸງໃນຫລາຍຈຸດເຊັ່ນ:ການນຸ່ງເສື້ອ,ໂສ້ງ,ຊົງຜົມ ແລະ ອື່ນໆ.
ພໍ່ກະດວດແມ່ນວິລະບູລຸດຜູ້ໜຶ່ງທີ່ໄດ້​​ຕໍ່ຕ້ານພວກຈັກກະພັດຝຣັ່ງໃນໄລຍະປີ 1901-1903, ສະນັ້ນເພື່ອລະນຶກບຸນຄຸນຜູ້ພິລາດອາດຫານດັ່ງກ່າວແຂວງສະຫວັນນະເຂດ ຈຶ່ງໄດ້ເຫັນດີເປັນເອກະພາບສ້າງອະນຸສາຖານພໍ່ກະດວດຂຶ້ນເພື່ອໃຫ້ຄົນຮຸ້ນຫລັງກໍ່ຄືໄວໜຸ່ມ,ຊາວໜຸ່ມ,ນັກຮຽນນັກສຶກສາໄດ້ທຳການຄົ້­ຄວ້າ ທັງເປັນການປູກຈິດສຳນັກນຶກຈິດໃຈຮັກຊາດແລະສ້າງເປັນສະຖານທີ່ທ່ອງທ່ຽວອີກແຫ່ງຂອງແຂວງສະຫວັນນະເຂດ.

No comments:

Post a Comment