Ad

Ad

26 December 2014

ລາວ,ຫວຽດນາມ ແລະ ກຳປູເຈຍ ​ຫາລືການຕ້ານ​ອາຊະຍາ​ກຳ​ຂ້າມ​ຊາດ



     ປະທານສານປະຊາຊົນສູງສຸດ 3 ປະເທດປະກອບມີ: ລາວ, ຫວຽດນາມ ແລະ ກຳປູເຈຍ,ໄດ້ປຶກສາຫາ
ລືແລກປ່ຽນບົດຮຽນ ແລະ ເພີ່ມທະວີການຮ່ວມມືກັນຕ້ານອາຊະຍາກຳຂ້າມຊາດ,ເພື່ອປ້ອງກັນ,ສະກັດກັ້ນ  ແລະ ກຳຈັດໃຫ້ໝົດໄປເຮັດໃຫ້ສັງຄົມມີຄວາມສະຫງົບປອດໄພ ແລະ ມີຄວາມເປັນລະບຽບຮຽບຮ້ອຍ, ປະເທດຊາດໄດ້ຮັບການ ພັດທະນາປະຊາຊົນມີຄວາມຮັ່ງມີຜາສຸກ.
    ທ່ານ ຄຳພັນ ສິດທິດຳພາ ປະທານສານປະຊາຊົນສູງສຸດຂອງລາວ ກ່າວວ່າ:ໃນຍຸກໂລກາວິວັດແຫ່ງການ
ພັດທະນາ ແລະ ເຊື່ອມໂຍງທາງດ້ານຂໍ້ມູນຂ່າວສານເຕັກໂນໂລຊີທີ່ຫລາກຫລາຍໃນປັດຈຸບັນໄດ້ເປັນເງື່ອນ
ໄຂໃຫ້ແກ່ບຸກຄົນ,ກຸ່ມຄົນ,ອົງກອນອາຊະຍາກຳໄດ້ຮຽນຮູ້ວິທີການຕ່າງໆໃນການກໍ່ອາຊະຍາກຳທັງພາຍ ໃນປະເທດກໍຄືອາຊະຍາກຳຂ້າມຊາດຢ່າງຫລີກລ້ຽງບໍ່ໄດ້,ການກໍ່ອາຊະຍາກຳຂ້າມຊາດອາດຈະພົວພັນ

ເຖິງການຄ້າມະນຸດ,ຄ້າຢາເສບຕິດ,ຟອກເງິນ,ປຸ້ນຈີ້ຕ່າງໆ,ຄ້າຂາຍຂ້າມຊາດຜິດກົດໝາຍ ແລະ ກໍລະນີ
ອື່ນໆ.ສະນັ້ນ,ການຫາລືວຽກງານສານສາມປະເທດຮ່ວມກັນຄັ້ງນີ້ເພື່ອແລກປ່ຽນບົດຮຽນ ແລະ ຮ່ວມມື
ກັນຕ້ານອາຊະຍາກຳຂ້າມຊາດ,ກ້າວໄປເຖິງການຕົກລົງບັນຫາຢ່າງເປັນເອກະພາບ ແລະ ຮັບຮອງເອົາ ແຜນການຮ່ວມມືກັນໃນອະນາຄົດ,ເພື່ອສົ່ງເສີມການຮ່ວມມືວຽກງານສານ,ຍົກສູງນ້ຳໃຈສາມັກຄີມິດຕະ
ພາບ,ເພື່ອນມິດບ້ານໃກ້ເຮືອນຄຽງທີ່ດີໃຫ້ນັບມື້ນັບແໜ້ນແຟ້ນຍິ່ງໆຂຶ້ນ.
    ກອງປະຊຸມປຶກສາຫາລືດັ່ງກ່າວ,ມີຂື້ນໃນວັນທີ 25 ທັນວານີ້,ທີ່ນະຄອນຫລວງວຽງຈັນ,ພາຍໃຕ້ການ ເປັນປະທານຮ່ວມຂອງທ່ານ ຄຳພັນ ສິດທິດຳພາ ປະທານສານປະຊາຊົນສູງສຸດຂອງລາວ,ທ່ານ ເຈືອງ ຮ່ວາບິງ ປະທານສານປະຊາຊົນສູງສຸດ ສສ ຫວຽດນາມ ແລະ ທ່ານ ດິດ ມົນຕີ ປະທານສານສູງສຸດຣາຊະ
ອານາຈັກກຳປູເຈຍ ແລະ ການຫາລືວຽກງານດັ່ງກ່າວແມ່ນຈະຜັດປ່ຽນກັນເປັນເຈົ້າພາບໃນທຸກໆ 2 ປີ.

No comments:

Post a Comment