Ad

Ad

26 December 2014

ຈັບ​ຄາດ​ຕະກອນ​ຂ້າ​ຫລານ​ຊາຍ​ມາ​ລົງ​ໂທດ



      ໃນວັນທີ 24 ທັນວານີ້, ​ເຈົ້າໜ້າທີ່ ປກສເມືອງສີໂຄດຕະບອງ ນະຄອນ ຫລວງວຽງຈັນໄດ້ນຳຕົວທ້າວ ຈັນສະໝອນ ອາຍຸ 21 ປີ ຢູ່ບ້ານຕາດທອງເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນໄປເຮັດແຜນປະກອບຄຳສາລະພາບ ຢູ່ຈຸເກີດເຫດ ຂໍ້ຫາຄາດຕະກຳທ້າວເດັ່ນ ອາຍຸ 13 ປີ ຢູ່ບ້ານຕາດທອງ (ຫລານຊາຍ) ​​ເມື່ອວັນທີ 14 ທັນວາ.
      ເຈົ້າໜ້າທີ່ ປກສໃຫ້ຮູ້ວ່າ: ​ໃນວັນທີ 14 ທັນວາ 2014, ທ້າວ ຈັນສະໝອນ ​​ໄດ້ນັ່ງຢູ່ໜ້າເຮືອນແລະ ພົບເຫັນທ້າວເດັ່ນເຊິ່ງເປັນຫລານຊາຍ (ລູກຂອງເອື້ອຍ) ຂັບລົດຈັກເວ 100 ສີໝາກຄໍ້ກາຍມາ ຈຶ່ງເກີດຄວາມຄິດຢາກໄດ້ລົດຄັນດັ່ງກ່າວໄປຂາຍເພື່ອເອົາເງິນໄປຊື້ຢາບ້າມາເສບ. ຈາກນັ້ນ ກໍໄດ້ວາງແຜນຄາດຕະກຳ​ ​ໂດຍໄດ້ກະກຽມເອົາສາຍເຊືອກຍາວປະມານ 80 ຊັງຕີແມັດເຊື່ອງໄວ້ໃນຖົງໂສ້ງ. ຈາກນັ້ນ ກໍເອີ້ນທ້າວເດັ່ນ ມາຫາແລ້ວບອກໃຫ້ໄປສົ່ງຢູ່ບ້ານໃໝ່ເມືອງສີໂຄດຕະບອງໂດຍຈະໃຫ້ຄ່າຈ້າງ 10.000 ກີບ. ຈາກນັ້ນ ທ້າວເດັ່ນ ກໍຕົກລົງແລ້ວຂັບລົດຈັກໄປສົ່ງ. ພໍໄປຮອດເຂດວັດ
ໜອງແສງ ບ້ານຕາດທອງ, ທ້າວ ຈັນສະໝອນໄດ້ຂໍປ່ຽນມາຂັບລົດເອງຈົນຮອດບ້ານໃໝ່ແລ້ວຍົວະທ້າວເດັ່ນໃຫ້ເຂົ້າໄປໃນປ່າເພື່ອຈະເສບຢາບ້າ. ​ໃນເວລາຢູ່ໃນປ່າ ຈຶ່ງຫາໂອກາດເອົາສາຍເຊືອກທີ່ກຽມມາຂອດເປັນບ້ວງແລ້ວເອົາມາຄ້ອງຄໍທ້າວເດັ່ນແລະ ດຶງຖົກຢ່າງແຮງຈົນທ້າວເດັ່ນ ລົ້ມລົງພື້ນ. ຈາກນັ້ນ ທ້າວ ຈັນສະໝອນໄດ້ໃຊ້ຕີນເບື້ອງຂວາຢຽບກາງຫລັງທ້າວເດັ່ນ ພ້ອມທັງດຶງເຊືອກຈົນທ້າວເດັ່ນເສຍຊີວິດ. ຈາກນັ້ນ ທ້າວ ຈັນສະໝອນ ກໍເອົາລົດຈັກຄັນດັ່ງກ່າວໄປຂາຍ. ຫລັງຈາກນັ້ນ ກໍຖືກເຈົ້າໜ້າທີ່ນຳຈັບມາດຳເນີນຄະດີຕາມລະບຽບກົດໝາຍ.

No comments:

Post a Comment