Ad

Ad

26 December 2014

ກະຊວງອຸດສາຫະກຳຢືນຢັນລາຄາສິນຄ້າຢູ່ແຂວງຊຽງຂວາງ ຢູ່ໃນເກນປົກກະຕິ



     ໃນວັນທີ 25 ທັນວານີ້, ຢູ່ສະພາແຫ່ງຊາດ, ທ່ານ ບຸນທຽນ ແກ້ວສີພາ ຮັກສາການຫົວໜ້າກົມການ ຄ້າພາຍໃນ ກະຊວງ ອຸດສາຫະກຳ ແລະ ການຄ້າ ອອກມາຊີ້ແຈງຂໍ້ຂ້ອງໃຈປະຊາຊົນແຂວງຊຽງຂວາງ ຜ່ານສາຍດ່ວນ ໃນລະຫວ່າງດຳເນີນ ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ VII, ຊຶ່ງມີເນື້ອໃນວ່າ: ປະຊາຊົນບ້ານໂພນສະຫວັນ, ເມືອງ ແປກ, ແຂວງຊຽງຂວາງ ສະເໜີຂະແໜງກ່ຽວຂ້ອງລົງກວດກາສິນຄ້າຕາມທ້ອງຕະຫລາດໃນເທດສະບານແຂວງ ມີລາຄາ ສູງເກີນໄປ  ຕໍ່ບັນຫານີ້ ກົມການຄ້າພາຍໃນ ຈຶ່ງໄດ້ສົມທົບ ກັບພະແນກອຸດສາຫະກຳ-ການຄ້າ ແຂວງຊຽງຂວາງລົງກວດ ກາ ແລະ ພົບວ່າ: ລາຄາສິນຄ້າທົ່ວໄປຢູ່ຕາມ ທ້ອງຕະຫລາດແຂວງຊຽງຂວາງຍັງຢູ່ໃນສະພາບປົກກະຕິ, ຊຶ່ງພະແນກອຸດ ສາຫະກຳ-ການຄ້າ ແຂວງ ດັ່ງກ່າວ ໄດ້ແຕ່ງຕັ້ງວິຊາການລົງຕິດຕາ, ກວດກາ ແລະ ລາຍງານສະພາບສິນຄ້າເປັນປະ ຈຳອາທິດ ແລະ ເດືອນ ເປັນປົກກະຕິ, ຊຶ່ງເຫັນວ່າໃນໄລຍະຜ່ານມາລາຄາສິນຄ້າສ່ວນໃຫຍ່ຍັງຢູ່ໃນເກນປົກກະຕິ ແລະ ບໍ່ ເໜັງຕີງແຮງ. ສ່ວນລາຄາສູງເກີນໄປນັ້ນແມ່ນບໍ່ມີ, ພຽງແຕ່ເປັນການເໜັງຕີງຂອງສະພາບລາຄາຂຶ້ນ - ລົງເລັກໜ້ອຍໃນ ບາງໄລຍະເທົ່ານັ້ນ, ຊຶ່ງກໍບໍ່ໄດ້ສົ່ງຜົນສະທ້ອນແກ່ສັງຄົມທົ່ວໄປ. ນອກຈາກນີ້ ທາງ ພະແນກອຸດ ສາຫະກຳ-ການຄ້າແຂວງ ຍັງໄດ້ແຕ່ງຕັ້ງເຈົ້າໜ້າທີ່ກວດກາການຄ້າແຂວງ ສົມທົບ ກັບຂັ້ນເມືອງ ລົງກວດກາສະພາບການເຄື່ອນໄຫວ ຂອງບັນດາ ຫົວໜ່ວຍທຸລະກິດ ໃຫ້ປະຕິບັດຖືກຕ້ອງ ຕາມລະບຽບກົດໝາຍເປັນຕົ້ນ ການກວດກາສິນຄ້ານອກລະບົບ, ຕາຊິງຊັ່ງຢູ່ໃນ ຕະຫລາດ, ການປັບ ຂຶ້ນ-ລົງລາຄານ້ຳມັນເຊື້ອໄຟນຳອີກ.

No comments:

Post a Comment