Ad

Ad

26 December 2014

ສະພາແຫ່ງຊາດ ພິຈາລະນາກົດໝາຍວ່າດ້ວຍການຄຸ້ມຄອງ ຄົນຕ່າງປະເທດ



    ໃນວັນທີ 25 ທັນວານີ້, ​ເຊິ່ງເປັນມື້ທີ 13 ຂອງວາລະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ VII, ພາຍໃຕ້ການເປັນປະທານຂອງ ທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງ ຊາດ ກອງປະຊຸມໄດ້ສືບຕໍ່ພິຈາລະນາ ກົດໝາຍວ່າດ້ວຍການເຂົ້າ-ອອກ ແລະ ການຄຸ້ມຄອງຄົນຕ່າງປະ ເທດຢູ່ ສປປ ລາວ ສະເໜີໂດຍທ່ານ ພົນຈັດຕະວາ ສົມແກ້ວ ສີລາວົງ ຮັກສາການລັດຖະມົ ນຕີວ່າການກະຊວງປ້ອງກັນຄວາມສະຫງົບ, ຊຶ່ງທ່ານໄດ້ກ່າວວ່າ: ພັກ-ລັດຖະ ບານໄດ້ເປີດກວ້າງການພົວພັນຮ່ວມມືກັບສາກົນ ແລະ ພາກພື້ນ ໃນການພັດທະ ນາວຽກງານການ ເຂົ້າ-ອອກ ແລະ ການຄຸ້ມຄອງຄົນຕ່າງປະເທດຢູ່ລາວ ໃຫ້ມີຄວາມທັນສະໄໝທັງດ້ານປະລິ ມານ ແລະ ຄຸນນະພາບ, ໂດຍເລັ່ງໃສ່ການພັດທະນາບຸກຄະລາກອນ, ວັດຖຸເຕັກນິກ ທີ່ທັນສະໄໝ ແລະ ອັນຂາດບໍ່ໄດ້ ກໍຄືກົດໝາຍ ທີ່ຮັດກຸມ, ສອດຄ່ອງກັບສາກົນ ແລະ ພາກພື້ນ, ໂດຍ ສະເພາະທ້າຍປີ 2015 ສປປ ລາວ ຈະໄດ້ເຂົ້າເປັນປະຊາຄົມເສດຖະ
ກິດອາຊຽນ ຈະເຮັດ ໃຫ້ຄົນຕ່າງປະເທດເດີນທາງເຂົ້າມາທ່ອງທ່ຽວ, ຢ້ຽມຢາມ, ລົງທຶນ, ອອກແຮງງານ ແລະ ອື່ນໆ ຢູ່ ສປປ ລາວ ເປັນຈຳນວນຫລາຍ, ຊຶ່ງເປັນບັນຫາທ້າທາຍ ແລະ ເລັ່ງທວງໃຫ້ພວກເຮົາຕ້ອງ ມີກົດໝາຍ, ບຸກຄະລາກອນ ແລະ ວັດຖຸເຕັກນິກທີ່ທັນສະໄໝຮັບໃຊ້ວຽກງານດັ່ງກ່າວ. ສະນັ້ນ ກະຊວງ ປ້ອງກັນຄວາມສະຫງົບ ເຫັນໄດ້ຄວາມສຳຄັນ ໃນການຄົ້ນຄວ້າຮ່າງກົດໝາຍວ່າດ້ວຍການເຂົ້າ - ອອກ ແລະ ການຄຸ້ມຄອງຄົນຕ່າງປະເທດ ຢູ່ ສປປ ລາວ ເພື່ອເປັນບ່ອນ ອີງພື້ນຖານທາງດ້ານກົດໝາຍ ໃຫ້ແກ່ອົງການຮັບຜິດຊອບສະເພາະວຽກງານກວດກາຄົນເຂົ້າ-ອອກ ແລະ ການຄຸ້ມ ຄອງຄົນຕ່າງປະ ເທດຢູ່ ສປປ ລາວ, ບັນດາສຳນັກງານ-ອົງການ, ບຸກຄົນ, ນິຕິບຸກຄົນ, ພົນລະເມືອງລາວ, ຄົນຕ່າງດ້າວ, ຄົນຕ່າງປະເທດ ແລະ ຄົນບໍ່ມີສັນຊາດຈັດຕັ້ງປະຕິບັດກົດໝາຍດັ່ງກ່າວ ໃຫ້ມີຄວາມເປັນເອກະພາບ ໃນຂອບເຂດທົ່ວ ປະເທດ. ໃນນີ້ ກົດໝາຍສະບັບດັ່ງກ່າວຍັງປະກອບມີ 10 ພາກ, 13 ໝວດ ແລະ 78 ມາດຕາ ແລະ ເມື່ອກົດໝາຍສະບັບນີ້ ໄດ້ຮັບຮອງ ແລະ ປະກາດໃຊ້ແລ້ວ ຈະຮັບປະກັນໃນການອຳນວຍຄວາມສະດວກ, ວ່ອງໄວ ໃຫ້ແກ່ພົນລະເມືອງລາວ, ຄົນຕ່າງປະເທດ, ຄົນຕ່າງດ້າວ ທີ່ເຂົ້າມາເຄື່ອນໄຫວ​, ປະຕິບັດໜ້າທີ່ ຫລື ດຳລົງຊີວິດຢູ່ ສປປລາວ ມີຄວາມສະຫງົບປອດ ໄພ ແລະ ຄວາມເປັນລະບຽບຮຽບຮ້ອຍດີກວ່າເກົ່າ.

No comments:

Post a Comment