ໃນລະຫວ່າງດຳເນີນກອງປະຊຸມສະພາແຫ່ງຊາດເທື່ອທີ 8 ຊຸດທີ VII ໄດ້ມີໂທລະສັບສາຍດ່ວນຂອງສັງຄັມ ກໍຄືປະຊາຊົນຫາສະພາແຫ່ງຊາດ ໄປຍັງພາກ ສ່ວນກ່ຽວຂ້ອງ ເພື່ອຂໍຄຳຊີ້ແຈງບັນດາປາກົດການຫຍໍ້ທໍ້ທີ່ເກີດຂຶ້ນຢູ່ໃນສັງຄົມ ສະເພາະກະຊວງສາທາລະນະສຸກ ກໍມີຫລາຍບັນຫາທີ່ປະຊາຊົນສົນໃຈ
ແລະ ກໍໄດ້ຮັບການຊີ້ແຈງຈາກທ່ານລັດຖະມົນຕີຊ່ວຍວ່າການກະຊວງສາທາລະນະສຸກ ສຈ.
ດຣ.
ບຸນກອງ ສີຫາວົງ ຄື:
ປະຊາຊົນບ້ານຫ້ວຍຄີງ ເມືອງໂພນໄຊ ແຂວງຫລວງພະບາງ ສະເໜີກ່ຽວກັບຢາປິ່ນປົວພະຍາດ ເປັນຕົ້ນຢາປົວແຂ້ວ ເພາະປັດຈຸບັນນີ້ປະຊາຊົນບ້ານດັ່ງກ່າວແມ່ນມີບັນຫາພະຍາດແຂ້ວຫລາຍ, ແຕ່ບໍ່ມີຢາປິ່ນປົວ. ຕໍ່ບັນຫານີ້ ໄດ້ຊີ້ແຈງວ່າ: ສຳລັບຢາປົວແຂ້ວແມງສະເພາະແມ່ນບໍ່ມີ, ມີແຕ່ແກ້ປວດ ເຊິ່ງແກ້ຊົ່ວຄາວ ແລະ ວິທີປິ່ນປົວທີ່ຖືກຕ້ອງແມ່ນຕ້ອງປິ່ນປົວກັບທ່ານໝໍປົວແຂ້ວ ໂດຍມີເຄື່ອງມື ແລະ ອຸປະກອນປົວແຂ້ວຄັກແນ່. ພ້ອມນີ້ ທາງກະຊວງຍັງໄດ້ແນະນຳໃຫ້ປະຊາຊົນບ້ານດັ່ງກ່າວ ຈົ່ງໄປຊອກຫາສຸກສາລາບ່ອນທີ່ມີທ່ານໝໍ ແລະ ເຄື່ອງປົວແຂ້ວແລ້ວໃຫ້ໄປປິ່ນປົວຢູ່ບ່ອນນັ້ນ ແລະ ຢືນຢັນວ່າບ້ານດັ່ງກ່າວມີບັນຫາທາງດ້ານແຂ້ວແມງຫລາຍ ແລະ ຈະສົ່ງທີມງານທັນຕະແພດ
ມະຫາວິທະຍາໄລວິທະຍາສາດສຸຂະພາບ,
ກົມປິ່ນປົວ ແລະ ສາທາລະນະສຸກແຂວງຫລວງພະບາງ ລົງໄປຕິດຕາມໃຫ້ການສຸຂະສຶກສາ ແລະ ປິ່ນປົວໃຫ້ຖືກຕ້ອງເໝາະສົມ. ສຳລັບຂໍ້ຂ້ອງໃຈຂອງປະຊາຊົນຢູ່ນະຄອນຫລວງວຽງຈັນ ທີ່ຢາກໃຫ້ກວດກາຄືນໂຮງໝໍ ລາວ-ຈີນ ຢູ່ບ້ານໂຄກໃຫຍ່ ເມືອງໄຊທານີ ນະຄອນຫລວງວຽງຈັນ ເຫັນວ່າບໍ່ໄດ້ດຳເນີນຕາມຈຸດປະສົງຂອງການຂໍອະນຸຍາດແຕ່ຢ່າງໃດ,
ແຕ່ຕົວຈິງດຳເນີນກິດຈະການສິນເຊື່ອໄປພ້ອມ. ກ່ຽວກັບບັນຫານີ້ ຊີ້ແຈງວ່າ: ໂຮງໝໍດັ່ງກ່າວແມ່ນບໍ່ໄດ້ຮັບອະນຸຍາດໃຫ້ສ້າງຕັ້ງ ແລະ ເຄື່ອນໄຫວບໍລິການປິ່ນປົວຕາມລະບຽບກົດໝາຍຈາກຂະແໜງສາທາລະ ນະສຸກ. ກົມປິ່ນປົວ ຈະໄດ້ສົມທົບກັບພະແນກສາທາລະນະສຸກນະຄອນຫລວງວຽງຈັນ ເພື່ອລົງກວດກາ ແລະ ປະຕິບັດມາດຕະການໃນການແກ້ໄຂຢ່າງເຂັ້ມງວດ, ສ່ວນໂຮງໝໍດັ່ງກ່າວມີການດຳເນີນກິດຈະການສິນເຊື່ອໄປພ້ອມນັ້ນບໍ່ແມ່ນວຽກທີ່ກ່ຽວຂ້ອງກັບຕົນ ໃຫ້ພາກສ່ວນກ່ຽວຂ້ອງລົງຕິດຕາມ ແລະ ກວດກາຕາມລະບຽບກົດໝາຍ. ສ່ວນຂໍ້ຂ້ອງໃຈຂອງປະຊາຊົນບ້ານສະພານໃຕ້ ເມືອງໄກສອນ ພົມວິຫານ
ແຂວງສະຫວັນນະເຂດ ສະພາບຢູ່ໂຮງຮຽນແພດ ແຂວງສະຫວັນນະເຂດ ມີການຫລິ້ນການພະນັນ, ຊື້-ຂາຍຢາເສບຕິດ. ທາງພໍ່-ແມ່ນັກຮຽນໄດ້ສະເໜີໃຫ້ເຈົ້າໜ້າທີ່ກ່ຽວຂ້ອງລົງກວດກາ, ແຕ່ບໍ່ໄດ້ຮັບການແກ້ໄຂ ສະເໜີໃຫ້ພາກສ່ວນກ່ຽວຂ້ອງລົງກວດກາ ແລະ ມີມາດຕະການແກ້ໄຂ ແມ່ນຊີ້ແຈງວ່າ: ຜ່ານການສອບຖາມຄະນະອຳນວຍການ ແລະ ຄະນະຮັບຜິດຊອບຫໍພັກນັກສຶກສາ ເຫັນວ່າສະພາບດັ່ງກ່າວມີມູນຄວາມຈິງສ່ວນໃດສ່ວນໜຶ່ງ ແລະ ທາງວິທະຍາໄລກໍບໍ່ໄດ້ລົດລະຄວາມພະຍາຍາມໃນການສະກັດກັ້ນຕ້ານສະພາບຫຍໍ້ທໍ້ທີ່ເກີດຂຶ້ນຢູ່ໃນສະຖາບັນສຶກສາແຕ່ຢ່າງໃດ
ໂດຍເອົາກົດລະບຽບກ່ຽວກັບນັກສຶກສາທີ່ວິທະຍາໄລມີຢູ່ນັ້ນເປັນບ່ອນອີງ, ແຕ່ກໍຍອມຮັບວ່າເປັນການຍາກ ເພາະສະພາບທາງສັງຄົມທີ່ຢູ່ອ້ອມຂ້າງວິທະຍາໄລມີຄວາມສັບສົນບໍ່ສະຫງົບເທົ່າທີ່ຄວນ. ສ່ວນຂໍ້ຂ້ອງໃຈຂອງປະຊາຊົນຢູ່ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ສະເໜີໃຫ້ກະຊວງສາທາລະນະສຸກຄົ້ນຄວ້າພິຈາລະນາພະນັກງານ-ລັດຖະກອນທີ່ຮອດອາຍຸກະສຽນພັກບຳນານ 60 ປີແລ້ວ ແລະ ຄວາມຮູ້ຄວາມສາມາດກໍບໍ່ສູງ ໂດຍສະເພາະຮອງຫົວໜ້າກົມ, ຮອງຫົວໜ້າສູນ ເຊິ່ງຄວນໃຫ້ພັກບຳນານແລ້ວຕາມດຳລັດວ່າດ້ວຍລັດຖະກອນ, ຜ່ານມາການຈັດຕັ້ງທີ່ກ່ຽວຂ້ອງກໍໄດ້ສະເໜີຫາກະຊວງສາທາລະນະສຸກແລ້ວ ແຕ່ຍັງບໍ່ທັນພິຈາລະນາ ແລະ ອະນຸມັດແຕ່ຢ່າງໃດ. ຊີ້ແຈງວ່າ: ບັນຫານີ້ຂະແໜງສາທາລະນະສຸກເປັນຂະແໜງວິຊາການທີ່ໃຊ້ເຕັກນິກ-ວິທະຍາສາດ ຄວາມຮູ້ຄວາມສາມາດສະເພາະໃນການບໍລິການ. ດັ່ງນັ້ນ ພະນັກງານຈຳນວນໜຶ່ງ ເຊິ່ງມີອາຍຸກະສຽນບຳນານຕາມລະບຽບລັດຖະກອນແລ້ວ ແຕ່ຍ້ອນຄວາມຕ້ອງການໃນການສິດສອນ, ການບໍລິການປິ່ນປົວຕາມວິຊາການຂອງຜູ້ກ່ຽວນັ້ນ ພວກເຮົາຈຳເປັນຕ້ອງໄດ້ຮັກສາໄວ້ ເພື່ອສືບຕໍ່ສ້າງຜູ້ສືບທອດຕໍ່ໄປ. ສຳລັບຄຳຖາມກ່ຽວກັບການໃຊ້ບັດປະກັນສັງຄົມ ເຫັນວ່າເມື່ອໄປໃຊ້ບໍລິການຢູ່ໂຮງໝໍທີ່ກຳນົດໄວ້ ສ່ວນຫລາຍໄດ້ແຕ່ຢາຕ້ານເຊື້ອ, ສ່ວນຢາກົງກັບພະຍາດ ແລະ ມີລາຄາແພງແມ່ນອ້າງວ່າບໍ່ມີ ຕ້ອງໄດ້ຊື້ຢູ່ນອກ. ຊີແຈງວ່າ: ຢາດັ່ງກ່າວອາດຈະມີຊື່ຢາແຕກຕ່າງກັບຢາທີ່ຄົນເຈັບຢາກຈະໄດ້ ຫລືວ່າ ເປັນຕົວຢາທີ່ຈຳເປັນ ຫລື
ເປັນຢາເສີມສຳລັບການປິ່ນປົວພະຍາດດັ່ງກ່າວ ເຊິ່ງໂຮງໝໍອາດຈະບໍ່ມີ ໄດ້ແຕ່ປາລາອາດຈະບໍ່ເປັນຄວາມຈິງ ເພາະວ່າແຕ່ລະໂຮງໝໍກໍໄດ້ປະຕິບັດຕາມລະບຽບການ ແລະ ຂໍ້ຜູກພັນລະຫວ່າງໂຮງໝໍ ແລະ ອົງການປະກັນສຸຂະພາບ.

No comments:
Post a Comment