Ad

Ad

26 December 2014

ຄະນະ​ກຳມະການ​ຄຸ້ມ​ຄອງ​ຫລັກ​ຊັບພິຈາລະນາ​ບັນຫາ​ສຳຄັນ​ຫລາຍ​ດ້ານ



     ກອງປະຊຸມຄະນະກຳມະການຄຸ້ມຄອງຫລັກຊັບ (ຄຄຊ) ຄັ້ງທີ III ປະຈຳປີ 2014 ​ໄດ້ແຈ້ງແຜນຍຸດທະສາດການພັດທະນາຕະຫລາດທຶນແຕ່ປີ 2016-2025 ​ເຊິ່ງຖືກຮັບຮອງເອົາໃນກອງປະຊຸມລັດຖະບານປະຈຳ​​ເດືອນຕຸລາຜ່ານມາ ນັບວ່າເປັນອີກບາດກ້າວໜຶ່ງທີ່ມີຄວາມສຳຄັນຍິ່ງໃນການສືບຕໍ່ພັດທະນາຕະຫລາດທຶນລາວໃຫ້ມີປະສິດທິພາບ, ມີຄວາມໜ້າເຊື່ອຖືແລະ ມີມາດຕະຖານສາກົນ. ພ້ອມນັ້ນ ຍັງໄດ້ພິຈາລະນາບັນຫາສຳຄັນຫລາຍດ້ານໂດຍສະເພາະຄວາມຄືບໜ້າໃນການກະກຽມເຂົ້າເປັນສະມາຊິກຂອງອົງການຄຸ້ມຄອງຫລັກຊັບສາກົນ (IOSCO). ກອງປະຊຸມຄັ້ງນີ້ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 24 ທັນວານີ້ ທີ່ສຳນັກງານທະນາຄານແຫ່ງ ສປປ ລາວ ນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ດຣ. ບຸນປອນ ບຸດຕະນະວົງ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານເສດຖະກິດມະຫາພາກແລະ ການບໍລິການ, ປະທານຄະນະກຳມະການຄຸ້ມຄອງຫລັກຊັບແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

     ກອງປະຊຸມຄັ້ງນີ້ໄດ້ຜ່ານບົດສະຫລຸບການຈັດຕັ້ງປະຕິບັດມະຕິກອງປະຊຸມຄະນະກຳມະການຄຸ້ມຄອງຫລັກຊັບ ຄັ້ງທີ II ປະຈຳປີ 2014 ​ເຊິ່ງສະເໜີໂດຍທ່ານນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ. ຈາກນັ້ນ ບັນດາຄະນະນຳສຳນັກງານຄະນະກຳມະການຄຸ້ມຄອງຫລັກຊັບແລະ ຕະຫລາດຫລັກຊັບລາວ ກໍໄດ້ສະຫລຸບການເຄື່ອນໄຫວວຽກງານແລະ ລາຍຮັບ-ລາຍຈ່າຍຂອງສຳນັກງານຄະນະກຳມະການຄຸ້ມຄອງຫລັກຊັບປະຈຳປີ 2014 ​ແລະ ທິດທາງແຜນການປີ 2015, ສະຫລຸບການເຄື່ອນໄຫວວຽກງານແລະ ລາຍຮັບ-ລາຍຈ່າຍຂອງຕະຫລາດຫລັກຊັບລາວປະຈຳປີ 2014 ​ແລະ ທິດທາງແຜນການປີ 2015, ຜ່ານຮ່າງລະບຽບຂອງຄະນະກຳມະການຄຸ້ມຄອງຫລັກຊັບແລະ ລາຍງານຄວາມຄືບໜ້າໃນການກະກຽມເຂົ້າເປັນສະມາຊິກຂອງອົງການຄຸ້ມຄອງຫລັກຊັບສາກົນ (IOSCO). ຈາກນັ້ນ ບັນດາຜູ້ແທນຂອງກອງປະຊຸມກໍໄດ້ປະກອບຄຳຄິດເຫັນໃນຫລາຍບັນຫາທີ່ປິ່ນອ້ອມວຽກງານຫລັກຊັບແລະ ຕະຫລາດຫລັກຊັບລາວໃນໄລຍະຜ່ານມາ ກໍຄືບັນຫາສຳຄັນອື່ນໆໃນສະເພາະໜ້າ.
     ຈາກນັ້ນ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການຄຸ້ມຄອງຫລັກຊັບ ກໍໄດ້ຕີລາຄາສູງຕໍ່ການເຄື່ອນໄຫວຂອງຄະນະກຳມະການຄຸ້ມຄອງຫລັກຊັບໂດຍສະເພາະຕໍ່ພະນັກງານຂັ້ນນຳ-ຂັ້ນວິຊາການຂອງສຳນັກງານຄະນະກຳມະການຄຸ້ມຄອງຫລັກຊັບແລະ ຕະຫລາດຫລັກຊັບທີ່ໄດ້ສຸມສະຕິປັນຍາ, ກຳລັງແຮງໃນໄລຍະຜ່ານມາ ສາມາດເຮັດສຳເລັດໜ້າທີ່ໄດ້ເປັນຢ່າງດີແລະ ສະເໜີບັນດາທ່ານຜູ້ແທນຈົ່ງໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດມະຕິກອງປະຊຸມຄັ້ງນີ້ດ້ວຍຄວາມຮັບຜິດຊອບສູງແລະ ມີລະບອບແບບ​​ແຜນ ວິທີການເຮັດວຽກຢ່າງຮັດກຸມ, ພ້ອມທັງນຳຄວາມຄືບໜ້າມາສະເໜີຕໍ່ກອງປະຊຸມຄະນະກຳມະການຄຸ້ມຄອງຫລັກຊັບຄັ້ງຕໍ່ໄປ, ມອບໃຫ້ສຳນັກງານຄະນະກຳມະການຄຸ້ມຄອງຫລັກຊັບ ຈັດຕັ້ງປະຕິບັດແຜນການເຄື່ອນໄຫວປະຈຳປີ 2015 ​ໃຫ້ມີປະສິດທິຜົນແລະ ສຳເລັດຕາມລະດັບຄາດໝາຍທີ່ໄດ້ວາງໄວ້. ພ້ອມດຽວກັນນັ້ນ ກໍຮຽກຮ້ອງມາຍັງກະຊວງການເງິນ ຈົ່ງເປັນເຈົ້າການນຳພາຄົ້ນຄວ້າແຜນພັດທະນາຕະຫລາດພັນທະບັດໃຫ້ເປັນຮູບປະທຳເພື່ອຊ່ວຍລັດຖະບານໃນການລະດົມທຶນ, ພ້ອມທັງຮຽກຮ້ອງມາຍັງຄະນະປັບປຸງທຸລະກິດແຫ່ງຊາດເອົາໃຈໃສ່ເກັບກຳຂໍ້ມູນບໍລິສັດເປົ້າໝາຍຈົດທະບຽນໃນຕະຫລາດຫລັກຊັບລາວ.

No comments:

Post a Comment