Ad

Ad

31 December 2014

ມອບໃບຍ້ອງຍໍລັດຖະບານລາວໃຫ້ຜູ້ຕາງໜ້າວິທະຍຸຫວຽດນາມປະຈຳລາວ



     ໃນວັນທີ 30 ທັນວານີ້, ຢູ່ສະຖານີວິທະຍຸກະຈາຍສຽງແຫ່ງຊາດລາວ, ມີີທ່ານ ສະຫວັນຄອນ ຣາຊມຸນຕຮີ ລັດຖະມົນຕີຊ່ວຍວ່າການກະຊວງຖະແຫລງຂ່າວ, ວັດ ທະນະທຳ ແລະ ທ່ອງທ່ຽວ ໄດ້ໃຫ້ກຽດມອບໃບຍ້ອງຍໍ ລັດຖະບານໃຫ້ແກ່ທ່ານ ລາງກ໋ວກແຄັງ ຜູ້ຕາງໜ້າວິທະຍຸກະຈາຍສຽງຂອງ ສສ ຫວຽດນາມ ປະຈຳລາວ ທີ່ມີຜົນງານ, ຄຸນງາມຄວາມດີ ໃນການຊ່ວຍເຫລືອກໍ່ສ້າງ, ສ້ອມແປງອຸປະກອນ ຕ່າງໆໃນສະຖານີເຄື່ອງສົ່ງ ແລະ ສະໜອງຂໍ້ມູນຂ່າວສານກ່ຽວກັບສາຍພົວພັນ ມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນທັງສອງຊາດລາວ-ຫວຽດນາມ. ພ້ອມກັນນັ້ນ, ຍັງເປັນການເສີມ ຂະຫຍາຍມູນເຊື້ອ ຄວາມສາມັກຄີພິເສດຊ່ວຍເຫລືອເຊິ່ງກັນ ແລະ ກັນໃນທຸກໆດ້ານຂອງສອງຊາດລາວ-ຫວຽດ ນາມ.   
       ໃນໂອກາດນີ້ຜູ້ຕາງໜ້າວິທະຍຸກະຈາຍສຽງແຫ່ງ ສສ ຫວຽດນາມ ປະຈຳລາວ ໄດ້ກ່າວສະແດງຄວາມ ຂອບໃຈ ແລະ ຮູ້ບຸນຄຸນມາຍັງການນຳຂັ້ນສູງທີ່ໄດ້ມອບໃບຍ້ອງຍໍອັນສົງກຽດນີ້ີ້ໃຫ້ແກ່ຕົນ, ເຊິ່ງມັນໄດ້ສະ ແດງໃຫ້ເຫັນເຖິງຄຸນງາມ
ຄວາມດີ ແລະ ຄວາມເອົາໃຈໃສ່ອັນເລິກເຊິ່ງຂອງພັກ ແລະ ລັດຖະບານທີ່ໄດ້ຮັບຮູ້ການປະກອບສ່ວນສຳຄັນໃນ ໄລຍະ ຜ່ານມາ ແລະ ຫວັງວ່າຫວຽດນາມ ຈະສືບຕໍ່ປະກອບສ່ວນກໍ່ສ້າງທັງສອງ ປະເທດໃຫ້ຈະເລີນຮຸ່ງເຮືອງ ເຂັ້ມແຂງຮອບ ດ້ານນັບມື້ແຕກດອກອອກຜົນຢ່າງບໍ່ຢຸດຢັ້ງ.

No comments:

Post a Comment