Ad

Ad

31 December 2014

ສາມແຂວງພາກກາງຟັງເຜີຍແຜ່ກະກຽມກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ



     ອະນຸ​ກຳມະການ​ໂຄສະນາ-ຂະ​ບວນການ​ຈັດ​ກອງ​ປະຊຸມ​ເຜີຍ​ແຜ່​ວຽກ​ງານໂຄ ສະນາ-ຂະ​ບວນ​ການກະກຽມ​ໃຫ້​ແກ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ X ຂອງ​ພັກ ໃຫ້ບັນດາ​ຄະນະ​ພັກ 3 ​ແຂວງ​ພາກ​ກາງຄື: ​ແຂວງບໍລິ​ຄຳ​ໄຊ, ​ແຂວງ​ຄຳ​ມ່ວນ ​ແລະ ​ແຂວງ​ສະຫວັນ​ນະ​ເຂດ ໃນ​ວັນ​ທີ 30 ທັນວານີ້, ທີ່​ແຂວງ​ຄຳ​ມ່ວນ ​ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານນາງ ປານີ ຢາ​ທໍ່​ຕູ້ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ປະທານ​ສະພາ​ແຫ່ງ​ຊາດ ຫົວໜ້າ​ອະນຸ​ກຳມະ ການ​ໂຄສະນາ-ຂະ​ບວນການ,ມີ​ທ່ານ ສຈ.ດຣ ບໍ່​ແສງ​ຄຳ ວົງ​ດາລາ ກຳມະການ​ສູນ​ກາງ​ພັກ, ລັດຖະມົນຕີ​ວ່າການ​ກະຊວງ​ຖະ​ແຫລ​ງຂ່າວ, ວັດທະນະ​ທໍ​າ ​ແລະ ທ່ອງ​ທ່ຽວ, ທ່ານ ສຈ. ດຣ ພັນ​ດວງ​ຈິດ​ ວົງສາ ກຳມະການ​ສູນ​ກາງ​ພັກ, ປະທານ​ແນວ​ລາວ​ສ້າງ​ຊາດ, ພ້ອມ​ດ້ວຍພາກສ່ວນ​ກ່ຽວຂ້ອງ​ເຂົ​້າຮ່ວມ.
     ທ່ານຫົວໜ້າ​ອະນຸ​ກຳມະການ​ໂຄສະນາ-ຂະ​ບວນການ ກ່າວ​ວ່າ: ທົ່ວ​ພັກ- ທົ່ວ​ລັດ ​ແລະ ທົ່ວ​ປວງ​ຊົນລາວທັງ​ຊາດ​ພວມ​ສຸມ​ໃສ່​ຈັດ​ຕັ້ງ​ປະຕິບັດກໍ​ຄື​ການ​ຮັບປະກັນການສ້າງຄວາມເປັນເອກະພາບສູງຕໍ່ບັນດາທິດຊີ້ນ ຳຂອງອົງ ຄະນະພັກແຕ່ລະ ຂັ້ນນຳໄປຈັດຕັ້ງຜັນຂະຫຍາຍເຂົ້າໃສ່ຂົງເຂດວຽກງານທີ່ຕົນຮັບຜິດຊອບໃຫ້ໄດ້ຮັບຜົນສຳເລັດ ແລະ ເປັນຂະບວນຟົດຟື້ນ
ໂດຍຕິດພັນກັບການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກ ກໍຄືແຜນພັດ ທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VII ຂະບວນການ 3 ສ້າງ, ຂະບວນການຮັກຊາດ ແລະ ພັດທະນາ, ການປັບປຸງຄວາມສາມາດໃນການນຳພາ ຂອງພັກ,ການສ້າງຜົນງານຄຳນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ແລະ 2 ວັນປະຫວັດສາດຂອງຊາດ, ​ໃຫ້​ໄດ້​ຮັບ​ການຈັດ​ຕັ້ງ​ປະຕິບັດ ​ແລະ ຜັນ​ຂະຫຍາຍ​ຢ່າງ​ກ້ວາງ​ຂວາງ​ໃນ​ທົ່ວ​ສັງຄົມ​.ເຊິ່ງກອງ ປະຊຸມ​ຈະ​ໄດ້​ຮັບ​​ຟັງ​ການ​ເຜີຍ​ແຜ່​ເນື້ອ​ໃນ​ສຳຄັນ​ເປັນ​ຕົ້ນ: ມະຕິ​ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ເລກທີ 06/ກມສພ ວ່າ​ດ້ວຍ​ການ​ແຕ່ງ​ຕັ້ງ​ອະນຸ​ກຳມະການ​ຕ່າງໆ ​ແລະ ມະຕິ 07/ກມສພ ວ່າ​ດ້ວຍ​ການ​ກະກຽມ ​ແລະ ດຳ​ເນີນ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທ​ດຄັ້ງ​ທີ X ຂອງ​ພັກ, ຄຳ​ແນະ​ນຳ ​ແລະ ທິດ​ທາງ​ແຜນ ການ​ວຽກ​ງານ​ຂອງ​ອະນຸ​ກຳມະການ​ໂຄສະນາ-ຂະ​ບວນການ​ກະກຽມ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ X ຂອງ​ພັກ ​ແລະ ​ເນື້ອ​ໃນ​ວຽກ​ງານ​ຂອງ​ໜ່ວຍ​ງານ​ໂຄສະນາ ​ແລະ ໜ່ວຍ​ງານ​ຂະ​ບວນການ​ຂອງ​ອະນຸ​ກຳມະການ​ໂຄສະ ນາ-ຂະ​ບວນການ​ກະກຽມ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ X ຂອງ​ພັກ. ພ້ອມນີ້ທ່ານຍັງໄດ້ຊີ້ນຳໃຫ້ ຄະນະພັກ-ຄະນະນຳຂອງ ແຂວງແຕ່ງຕັ້ງຄະນະຮັບຜິດຊອບຊີ້ນຳວຽກງານດັ່ງກ່າວ ແລະ ສ້າງແຜນການເຄື່ອນໄຫວວຽກງານຂອງຄະນະ ໂດຍຕິດພັນກັບພາລະບົດບາດຂອບເຂດສິດໜ້າທີ່ກໍຄືຄວາມຮັບຜິດຊອບໜ້າທີ່ຂອງຕົນໄດ້ດຳເນີນວຽກງານໂຄສະ ນາອົບຮົມການເມືອງນຳພາແນວຄິດຕິດພັນກັບການປຸກລະດົມຊຸກຍູ້ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະ ນາໃນນັ້ນຊຸກຍູ້ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ແທດເຖິງ ແລະ ກາຍເປັນສະຕິຄວາມຮັບຜິດ ຊອບຂອງພົນລະເມືອງທຸກຄົນ, ສືບຕໍ່ແກ້ໄຂປະກົດການຫຍໍ້ທໍ້ໃນກົງຈັກລັດ ແລະ ສັງຄົມໃຫ້ຫລຸດລົງເທື່ອລະ ກ້າວ.
     ທ່ານ​ຫົວໜ້າ​ອະນຸ​ກຳມະການ​ ກ່າວ​ວ່າ: ​ເພື່ອ​ສືບ​ຕໍ່​ຊຸກ​ຍູ້​ຂະ​ບວນການຈັດ​ຕັ້ງ​ປະຕິບັດ​ມະຕິ 3 ສ້າງ ​ແລະ ມະຕິ​ຕ່າງໆ​ຂອງ​ພັກ​ວາງ​ອອກ​ໃຫ້​ເປັນ​ຂະ​ບວນ​​ຟົດ​ຟື້ນ​ເຮັດ​ໃຫ້​ຂະ​ບວນການ​ດັ່ງກ່າວ ກາຍ​ເປັນ​ວັນ​ບຸນ​ໃຫຍ່​ຂອງ​ທົ່ວ​ສັງ ຄົມຕ້ອງຮັບປະ ກັນຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍໃນສັງຄົມໃຫ້ໜັກແໜ້ນ, ສຸມໃສ່ຊີ້ນຳຈັດຕັ້ງປະ ຕິບັດບັນດາຄາດໝາຍ ແລະ ທິດທາງໃນມະຕິກອງປະຊຸມ ໃຫຍ່ຄັ້ງທີ IX ຂອງພັກໃຫ້ໄປຕາມແຜນການ ຫລື ລື່ນຄາດໝາຍໂດຍໃຫ້ເອົາໃຈ ໃສ່ຮັບປະກັບສະຖຽນລະພາບທາງດ້ານເສດຖະກິດມະຫາພາກ, ຍູ້ແຮງການພັດທະນາຊົນນະບົດຕິດພັນກັບການບັນ ລຸເປົ້າໝາຍສະຫັດສະວັດດ້ານການພັດທະນາ-ສັງຄົມ. ຄຽງຄູ່ກັນນີ້ກໍຕ້ອງເອົາໃຈ ໃສ່ໂຄສະນາເຜີຍແຜ່ຕົ້ນກຳເນີດ, ປະຫວັດຄວາມເປັນມາ, ມູນເຊື້ອແຫ່ງການຊີ້ນຳພາຂອງພັກ, ມູນເຊື້ອຂອງກ ຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ປະຊາຊົນລາວບັນດາເຜົ່າໃນພາລະກິດຕໍ່ສູ້ປົດປ່ອຍຊາດໃນ ເມື່ອກ່ອນກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດໃນປັດຈຸບັນ.

No comments:

Post a Comment