Ad

Ad

5 January 2015

ສຶກສາ​ຄວາມ​ເປັນ​ໄປ​ໄດ້​ນ້ຳ​ເຟືອງ ​ເມືອ​ງກາສີ ແຂວງ​ວຽງຈັນ ເພື່ອ​ສ້າງ​ເຂື່​ອນ​ໄຟຟ້າ​ນ້ຳຕົກ​ຂະໜາດນ້ອຍ



          ແຂວງ​ວຽງຈັນ​ໄດ້​ອະນຸມັດ​ໃຫ ບໍລິສັດ ​ທອງ​ຄູນ ​ຊັບ ​ບໍລິການ​ຄຸດ​ຄົ້ນ​ບໍ່​ແຮ່​ທາດ ຈຳກັດ​ຜູ້ດຽວ, ດຳ​ເນີນ​ການ​ສຶກສາ, ສຳຫຼວດຄວາມ​ເປັນ​ໄປ​ໄດ້​ເພື່ອ​ສ້າງ​ເຂື່​ອນໄຟຟ້າ​ນຳ​ຕົກ​ຂະໜາດ ນ້ອຍ ( 15 MV ລົງ​ມາ) ທີ່ນ້ຳ​ເຟືອງ​ເຂດ​ເໜືອ ບ້ານ​ຖ້ຳ​ເຖີບ ​ເມືອງ​ກາສີ ແຂວງ​ວຽງຈັນ, ​ເຊິ່ງພິທີ​ລົງ​ນາມ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ (MOU) ກ່ຽວກັບ​ການ​ສຳຫຼວດດັ່ງກ່າວ, ລະຫວ່າງ ທ່ານ ອຸ​ດົງ ພົງ​ໄພ​ປະດິດ ຫົວໜ້າພະ​ແນ​ກ​ແຜນການ ແລະ ການ​ລົງ​ທືນ​ແຂວງ​ວຽງຈັນ ແລະ ທ່ານ ທອງ​ຄູນ ພິມ​ມະ​ສອນ ປະທານ​ບໍລິສັດ ທອງ​ຄູນ​ ຊັບ ບໍລິການ​ຄຸດ​ຄົ້ນ​ແຮ່​ທາດ​ຈຳກັດ​ຜູ້ດຽວ, ​ໃນ​ວັນ​ທີ 30 ທັນວາ 2014.  ທ່ານ ທອງ​ຄູ​ນ ໃຫ້​ຮູ້​ວ່າ: ການ​ສຳຫຼວດຈະ​ເລີ່​ມຂຶ້ນ​ໃນ​ທ້າຍ​ເດືອນ ມັງກອນ ນີ້, ​ເພື່ອ​ເກັບ​ກຳ​ຂໍ້​ມູນ​ລະອຽດ, ອອກ​ແບບ ​ແລະ ​ເພື່ອ​ເກັບ​ກຳ​ຂໍ້​ມູນ​ຜົນ​ກະທົບ​ຕ່າງໆທີ່​ຈະ​ຕາມ​ມາ ​ເຊິ່ງຈະ​ໃຫ້​ສຳ​ເລັດ​ພາຍ​ໃນ 18 ເດືອນ. ພິທີ​ເຂົ້າ​ຮ່ວມ​ເປັນ​ສັກຂີ​ພະຍານ​ໃນ​ນີ້​ມີ​ທ່ານ ນາງ ສິງ​ຄຳ ຄົງ​ສະຫວັນ ຮອງ​ເຈົ້າ​ແຂວງໆວຽງຈັນ.

No comments:

Post a Comment