Ad

Ad

5 January 2015

ວຽກງານ​ຍຸຕິ​ທຳ​ແຂວງ​ສະຫວັນ​ນະ​ເຂດ​ມີຫຼາຍອັນ​ພົ້ນ​ເດັ່ນ



        ທ່ານ ຄຳ​ໂກ້ ຈັນທະ​ວົງ ຫົວໜ​້າ​ຫ້ອງການບໍລິຫານ​ແຜນການ ແລະ ການ​ເງິນ    ພະ​ແນ​ກ ຍຸຕິ​ທຳ​ແຂວງ ສະ ຫວັນ​ນະ​ເຂດ​ໄດ້​ໃຫ້​ຮູ້​ໃນ​ກອງ​ປະຊຸມ​ສະຫລຸບ​ວຽກງານ​ຍຸຕິ​ທຳ​ຂອງ​ແຂວງ​ ​ເມື່ອ​ວັນ​ທີ 30 ທັນວາ 2014 ວ່າ: ​ໃນ​ສົກ​ປີ 2013-2014 ຜ່ານ​ມາັ ພະ​ແນ​ກຍຸຕິ​ທຳ​ແຂວງ​ໄດ້​ເອົາ​ໃຈ​ໃ​ສ່​ໃນ​ການ​ເຄື່ອນ​ໄຫວ​ວຽກງານ​ທີ່​ໄດ້​ຮັບຜິດ​ຊອບ​ເປັນ​ຢ່າງ​ດີ ແລ​ະ ມີ​ຜົນ​ສຳ​ເລັດ​ເປັນຕົ້ນ ໄດ້​ເຜີຍ​ແຜ່​ມາດຖານ​ເງື່ອນ​ໄຂ, ວິທີ​ການ​ສ້າງ​ຄອບຄົວ ​ແລະ ບ້ານ​ປອດ​ຄະດີ​ທັງໝົດ 44 ພັນ​ກ່ວາ​ຄົນ, ສ້າງ​ບ້ານ​ປອດ​ຄະດີ 113 ບ້ານ, ປະກາດ​ຄອບຄົວ​ປອດ​ຄະດີ​ໄດ້​ເກືອບ 22 ພັນ​ຄອບຄົວ, ​ເອົາ​ໃຈ​ໃສ່​ຊຸກຍູ້ ແລະ ຕິດຕາມ​ສະພາບ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ທະນາຍຄວາມ​ເຂດ​ຢ່າງ​ເປັນ​ປົກກະຕິ, ຮັບ​ວ່າຄວາມ 39 ເລື່ອງ, ຄະ ດີ​ອາຍາ​ເດັກ 18 ເລື່ອງ ​ໃນ​ນີ້​ວ່າຄວາມ​ສຳ​ເລັດ  36 ເລື່ອງ, ດ້ານ​ວຽກຈັດຕັ້ງປະຕິບັດ​ຄຳ​ຕັດ​ສິນ​ຂອງ​ສານ, ປັດຈຸບັນ​ມີ​ຈຳນວນ​ຄຳ​ຕັດສິນ​ຂອງ​ສານ​ລວມທັງໝົດ 659 ເລື່ອງ ​ໃນ​ຄະດີ​ແພ່ງ 165 ເລື່ອງ, ອາຍາ 494 ເລື່ອງ, ​ເປັນ​ຄຳ​ຕັດສິນ​ເຂົ້າ​ໃໝ່ຈຳນວນ 303 ເລື່ອງ ​ແລະ ຄະດີຄ້າມ້າ 356 ເລື່ອງ, ​ເຊິ່ງສາມາດ​ປະຕິບັດ​ໄດ້​ສຳ​ເລັດ 50 ເລື່ອງ​, ສົ່ງ​ໃຫ້​ເມືອງ​ປະຕິບັດ​ແທນ 156 ເລື່ອງ, ສົ່ງ​ໃຫ້​ຕ່າງ​ແຂວງ​ປະຕິບັດ​ແທນ 11 ເລືອ​ງ, ສົ່ງ​ຄືນ​ໃຫ້​ສານ​ປະຊາຊົນ​ແຂວງ​ສະຫວັນ​ນະ​ເຂ​ດ 5 ເລື່ອງ ​ແລະ ພວມ​ຈັດຕັ້ງປະຕິບັດ 313 ເລື່ອງ.

No comments:

Post a Comment