Ad

Ad

5 January 2015

ບັນຍາກາດ​ບຸນ​ພະ​ບາດ​ໂພນ​ສັນປະຈຳ​ປີ 2015



    ງານ​ຕະຫລາດນັດ​ຊື້-ຂາຍ​ສິນຄ້າ​ໃນ​ບຸນ​ປະ​ເພນີ​ນະມັດສະການ​ວັດ​ພະ​ບາດ​ໂພນ​ສັນ ປະຈຳ​ປີ 2015 ​ໄດ້​ໄຂ​ຂຶ້ນ​ໃນ​ວັນ​ທີ 1 ມັງກອນ 2015 ນີ້ ທີ່​ເດີ່ນ​ພະທາດ​ວັດ​ພະ​ບາດ​ໂພນ​ສັນ ​ເມືອງ​ທ່າ​ພະ​ບາດ ​ແຂວງ​ບໍລິ​ຄຳ​ໄຊ ​ໂດຍ​ມີ​ທ່ານ ປ້ານ ນ້ອຍ​ມະນີ ​ເຈົ້າ​ແຂວງ​ບໍລິ​ຄຳ​ໄຊ ລັ່ນຄ້ອງ 9 ບາດ ​ເປີດ​ງານ​ຢ່າງ​ເປັນ​ທາງ​ການ ​ແລະ ມີ​ພໍ່​ແມ່​ປະຊາຊົນ​ເຂົ້າຮ່ວມ​ເປັນ​ຈຳນວນ​ຫລວງຫລາຍ.
     ທ່ານ ​ໄກສອນ ຈັນ​ສີນາ ຫົວໜ້າ​ຫ້ອງການ​ອຸດສາຫະກຳ ​ແລະ ການ​ຄ້າ​ເມືອງ​ທ່າ​ພະ​ບາດ ຜູ້​ຮັບຜິດຊອບ​ງານ​ຕະຫລາດນັດ​ຂາຍ​ສິນຄ້າ ​ໄດ້​ລາຍ​ງານ​ວ່າ: ການວາງ​ຂາຍ​ສິນຄ້າ​ໃນ​ບຸນ​ພະທາດ​ພະ​ບາດ​ໂພນ​ສັນ​ປີນີ້ມີ​ຮ້ານ​ເຂົ້າຮ່ວມ​ທັງ​ໝົດ 322 ຮ້ານ ​ໃນ​ນີ້ມີ​ກຸ່ມ​ການ​ຜະລິດ, ​ໂຮງງານ​ຢູ່​ໃນ​ເມືອງ, ຕ່າງ​ແຂວງ​ຈຳນວນ 72 ຮ້ານ, ຮ້ານ​ຂາຍ​ອາຫານ​ເຄື່ອງ​ດື່ມ​ທົ່ວ​ໄປ 30 ຮ້ານ, ຂາຍ​ສິນຄ້າ​ທົ່ວ​ໄປ 100 ຮ້ານ, ຮ້ານ​ດົນຕີ, ​ເຄື່ອງ​ຫລິ້ນຕ່າງໆ 20
ຫົວໜ່ວຍ ​ໂດຍ​ສະ​ເລ່ຍມູນ​ຄ່າ​ທົ່ວ​ໄປ​ຂອງ​ການ​ຊື້-ຂາຍ​ໃນ​ແຕ່​ລະ​ວັນ​ປະມານ 600 ລ້ານ​ກີບ. ງານ​ດັ່ງກ່າວ​ແມ່ນ​ມີ​ຄວາມ​ສຳຄັນ​ຍິ່ງ ​ໂດຍ​ສະ​ເພາະ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ການ​ຮັກສາ​ຮີດຄອງ​ປະ​ເພນີ​ອັນ​ດີງາມ​ຂອງ​ຊາດ ​ແລະ ສະ​ແດງ​ເຖິງ​ຄວາມ​ສາມັກຄີ​ຮັກ​ແພງ​ຂອງ​ພໍ່​ແມ່​ປະຊາຊົນ​ພາຍ​ໃນ​ເມືອງ​ທ່າ​ພະ​ບາດ. ພ້ອມ​ນີ້ກໍ​ຍັງ​ໄດ້​ສະ​ແດງ​ໃຫ້​ເຫັນ​ຜົນງານ​ໃນ​ການ​ຊີ້ນຳ-ນຳ ພາ​ຂອງ​ຄະນະ​ອຳນາດ​ການ​ປົກຄອງ​ໃນ​ແຕ່ລະ​ຂັ້ນທີ່​ຍາມ​ໃດ​ກໍ​ເປັນ​ຫ່ວງ​ເປັນ​ໄຍຕໍ່​ການ​ພັດທະນາ​ເສດຖະກິດ-ສັງຄົມ ກໍ​ຄື​ການ​ພັດທະນາ​ຄຸນ​ນະພາ​ບຊີວິດ​ຂອງ​ພໍ່​ແມ່​ປະຊາຊົນ​ໃຫ້​ດີ​ຂຶ້ນ​ເທື່ອ​ລະ​ກ້າວ.
      ການວາງສະ​ແດງ​ສິນຄ້າ​ໃນ​ຄັ້ງນີ້ ​ແມ່ນ​ເປັນ​ເວລາ 4 ມື້ 4 ຄືນ. ພິ​ເສດ​ໃນ​ງານ​ດັ່ງກ່າວ​ໃນ​ແຕ່ລະ​ຄ່ຳ​ຄືນ​ກໍ​ຍັງ​ໄດ້​ມີ​ການ​ປະ​ກວດ​ສິລະ​ປະ ​ແລະ ຄົບງັນ​ມ່ວນ​ຊື່ນ​ຕະຫລອດ​ງານ.

No comments:

Post a Comment