Ad

Ad

3 December 2014

ບໍລິສັດ ພີ​ເອັສ ສົ່ງ​ເສີມ​ກະສິກຳ ​ແລະ ອຸດສາຫະກຳມອບ​ລາງວັນ​​ໃຫ້​​ລູກ​ຄ້າ



              ວັນ​ທີ 28 ພະຈິກ​ຜ່ານ​ມາ, ທີ່​ບໍລິສັດ  ພີ​ເອັສ (PS) ສົ່ງ​ເສີມ​ກະສິກຳ ​ແລະ ອຸດສາຫະ ກຳ, ນະຄອນຫຼວງ ວຽງ ຈັນ, ໄດ້ຈັດ​ພິທີມອບ​ລາງວັນຄືນ​ກຳ​ໄລ​ໃຫ້​ກັບ​ລູກ​ຄ້າ, ລວມມູນ​ຄ່າຫຼາຍ ກວ່່າ 3 ຕື້​ກີບ, ​ໃນ​ນັ້ນມີ​ລົດ​ໃຫຍ່ 8 ຄັນ, ຄຳຮູບ​ປະພັນ 3 ກິ​ໂລ. ໂດຍ​ການ​ໃຫ້ກຽດ​ເຂົ້າ​ຮ່ວມ​ຂອງ ທ່ານ ຈະ​ເລີ​ນ ເຢຍປາ​ວ​ເຮີ ຫົວ ໜ້າສະ​ຖາ​ບັນ​ວິທະຍາສາດ​ສັງຄົມ​ແຫ່ງ​ຊາດ.
      ທ່ານ ນາງ ສຸກ​ນາລີ ເທບ​ສີ​ເມືອງ ອຳນວຍ​ການ​ບໍລິສັດ ພີ​ເອັສ ສົ່ງ​ເສີມ​ກະສາ ກຳ ​ແລະ ອຸດສາຫະກຳ​ກ່າວ​​ວ່າ: ການຈັດ​ງານ​ດັ່ງກ່າວ​ນີ້ກໍ​ເພື່ອສະ​ເຫຼີມສະ ຫຼອງວັນຊາດ​ທີ 2 ທັນວາທີ່ບັນ ຈົບຄົບຮອບໝູນ​ວຽນມາ​ອີກ​ວາ ລະໜຶ່ງ, ພ້ອມ​ທັງ​ເປັນ​ການ ສະ​ເຫຼີມສະຫຼອງບຸນກິນ​ຈຽງ​ເຜົ່າ​ມົ້ງ ​ເພາະວ່າ​ພະນັກງານຂອງບໍລິສັດ​ສ່ວນຫຼາຍ​ແມ່ນ​ເຜົ່າ​ມົ້ງ, ການ​ເປີດ​ໂຕ​ນ້ຳ​ດື່ມ​ລາວຢ່າງ​ເປັນ​ທາງ​ການ, ​ໂດຍ​​ ​ບໍ​ລິ​ສັດພີ​ເອັສ, ຈະ​ເປີດ ​ໃຫ້​ລູກ​ຄ້າ​ຕ້ອງການ​ຊື້​ນ້ຳ​ດື່ມ​ຜ່ານ​ລະບົບທະນາຄານ ຄື: ທະນາຄານ​​ການ​ຄ້າ​ຕ່າງປະ​ເທດ​ລາວ, ສົ່ງ​ເສີມ​ກະສິກຳ ​ແລະ ພັດທະນາ​ລາວ​ເພື່ອ​ເປີດ​ບັນຊີ​ຝາກ​ປະຢັດ​
ເປັນ​ເງີ​ນກີບທຸກໆ ຄັ້ງທີ່​ບໍລິ​ໂພ​ກສິນຄ້າ​ເງິນ​ຈະ​ກັບ​ຄືນ​ເຂົ້າ​ບັນຊີ​ຂອງ​ທ່ານ​ທຸກໆ​ເດືອນ, ນະ​ໂຍບາຍ​ລັກ​ຂອງ​ບໍລິ ສັດ​ແມ່ນ​ຈະ​ສ້າງ​ບຸກຄະລາ​ກອນ, ສ້າງ​ແຮງ​ງານ​ໃຫ້​ປະຊາຊົນ​ມີ​ວຽກ​ເຮັ​ດງານ​ທຳ, ລວມ​ເສດຖະ ກິດ​ເປັນໜຶ່ງ​ໃນ​ນັ້ນຈະ​ມີ​ຜູ້​ບໍລິ​ໂພ​ກ, ຜູ້​ຜະລິດ ​ແລະ ນັກ​ລົງ​ທືນ. ຖ້າ​ຮ່ວມ​ກັນ​ລົງ​ທືນ​ແລ້ວ​ກໍ​ນຳ​ໃຊ້​ຜະລິດ​ຕະພັນ​ຂອງ​ເຮົາ​ເອງ ​ແລະ ​ເງິນ​ກໍ​ກັບ​ຄືນ​ເຂົ້າ​ບັນຊີ​ຂອງ​ເຮົາ​ຕື່​ມອີກ. ນິຄົມ​ມາດຕະຖານ​ຂອງ​ບໍລິສັດເປັນ​ອົງ​ປະກອບໜຶ່ງຂອງ​ລັດ​ຖະ​ບານ  ​ແລະ ປັດຈຸ​ບັນ ແມ່ນ​ສະໜອງຜະລິດ​ຕະພັນ​ນ້ຳ​ດື່ມ ​ແລະ ພັກ​ປອດ​ສານ​ພິດ.

No comments:

Post a Comment