Ad

Ad

3 December 2014

ຄະນະສືບສວນເຫດເຮືອບິນຕົກຢູ່ປາກເຊແນະນຳການບິນລາວອົບຮົມດ້ານຄວາມປອດໄພໃຫ້ຈຸບິນ



    ພາຍຫລັງຄະນະສືບສວນ- ສອບສວນສາເຫດເຮືອບິນ ATR:72-600 ຖ້ຽວບິນ QV 301 ເກີດອຸປະຕິເຫດຕົກລົງນ້ຳ ຂອງເຂດເມືອງປາກເຊ ແຂວງຈຳປາສັກ ເມື່ອວັນທີ 16 ຕຸລາ 2013 ເຮັດໃຫ້ຜູ້ໂດຍສານຈຳນວນ 44 ແລະ ຈຸບິນ 5 ຄົນເສຍ ຊີວິດນັ້ນ ລະບຸວ່າ: ແມ່ນເກີດຈາກສະ ພາບອາກາດປ່ຽນແປງຢ່າງກະທັນຫັນ ແລະ ຄວາມຜິດພາດຂອງຈຸບິນ, ສະນັ້ນເພື່ອ ຮັບປະກັນດ້ານຄວາມປອດໄພຂອງ ການບິນໃຫ້ສູງຂື້ນກວ່າເກົ່າ, ຄະນະສືບສວນ-ສອບສວນຈຶ່ງ ແນະນຳໃຫ້ລັດວິສາຫະກິດ ການບິນລາວເອົາໃຈໃສ່ຝຶກອົບຮົມ ການນຳໃຊ້ເຮືອບິນໃຫ້ຈຸບິນ ຂອງຕົນມີຄວາມຄ່ອງແຄ້ວ ແລະ ຊຳນານຂື້ນຕື່ມ, ໂດຍສະ ເພາະຈຸບິນ ATR ແບບເກົ່າ ແລະ ແບບໃໝ່ທີ່ມີການປັບປຸງດ້ານ ໜ້າຈໍສະແດງຜົນ ແລະ ລະບົບ ເຄື່ອງຈັກເພື່ອໃຫ້ສາມາດ ກວດ ເຊັກໂມງ, ໜ້າຈໍສະແດງຜົນ ຕ່າງໆຢ່າງລະອຽດ ເພື່ອໃຫ້ຮູ້ ທັນການປ່ຽນແປງຂອງລະບົບການບິນແບບອັດຕະໂນມັດ, ພ້ອມທັງເອົາໃຈໃສ່ລະບົບການລາຍງານຂອງຈຸບິນທີ່ພົວພັນເຖິງຄວາມປອດໄພດ້ານອື່ນໆເປັນ ຕົ້ນ:ການແກ້ໄຂບັນຫາເມື່ອ
ເກີດ ພາບຫລອນ ຫລື ການເສຍທີ່ ຕັ້ງຂອງນັກບິນໃນເວລາປະຕິບັດການບິນ, ລວມເຖິງການນຳ ໃຊ້ເຄື່ອງມືສື່ສານລະຫວ່າງ ຈຸບິນ ໃຫ້ມີຄວາມຈະແຈ້ງ ແລະ ສິ່ງ ສຳຄັນຕ້ອງເພີ່ມທະວີການຕິດ ຕາມກວດກາຄວາມສາມາດ ຂອງນັກບິນໃນການປະ ຕິບັດຕາມລະບຽບ ແລະ ມາດຕະຖານ ຂອງການບິນກຳນົດໄວ້ຢ່າງເຄັ່ງຄັດເພື່ອຮັບປະກັນບໍ່ໃຫ້ໂສກນາດຕະກຳເກີດຂື້ນອີກ.
ການແນະນຳດັ່ງກ່າວມີຂຶ້ນ ໃນພິທີຖະແຫລງຜົນການສືບ ສວນເຮືອບິນ ATR ຕົກຢູ່ປາກເຊ ຂອງທ່ານລັດຖະມົນຕີຊ່ວຍວ່າ ການກະຊວງໂຍທາທິການ ແລະ ຂົນສົ່ງ ລັດຕະນະມະນີ ຄູນນີວົງ ເມື່ອວັນທີ 28 ພະຈິກ 2014 ຢູ່ນະ ຄອນຫລວງວຽງຈັນ.

No comments:

Post a Comment