Ad

Ad

29 January 2015

ອຸຕຸແຈ້ງ ! ອາກາດຈະເຢັນລົງຕື່ມອີກ 1-3 ອົງສາ

     ກົມອຸຕຸນິຍົມ ແລະ ອຸທົກກະສາດໃຫ້ຮູ້ວ່າ: ນັບແຕ່ວັນທີ 28 ມັງກອນຫາ 3 ກຸມພາ 2015, ບໍລິເວນຄວາມ ກົດດັນສູງຂອງອາກາດໜາວຈະມີທ່າອ່ຽງເພີ່ມຂຶ້ນປົກຄຸມຢູ່ທົ່ວທຸກພາກຂອງລາວ, ສົມທົບກັບກະແສລົມຕາເວັນ ອອກ-ຕາເວັນອອກສ່ຽງເໜືອພັດປົກຄຸມ, ເຮັດໃຫ້ອຸນຫະພູມອາກາດໂດຍທົ່ວໄປໜາວລົງ 1-3 ອົງສາ ຢູ່ໃນແຕ່ລະ ພາກພ້ອມມີໝອກໜາປົກຫຸ້ມເປັນສ່ວນຫລາຍໃນຕອນກາງຄືນຫາຕອນເຊົ້າ ແລະ ສະພາບອາກາດຈະໜາວເຢັນ ຫລາຍ, ໂດຍສະເພາະແຂວງພາກເໜືອ, ແຂວງໄຊສົມບູນ, ເຂດພູພຽງບໍລະເວນປາກຊ່ອງ, ເມືອງທ່າແຕງ ແລະ ເມືອງດາກຈຶງ.
     ອຸນຫະພູມໃນລະຫວ່າງວັນທີ 29 ມັງກອນຫາ 3 ກຸມພານີ້, ສະພາບອາກາດໂດຍທົ່ວໄປຈະໜາວເຢັນລົງ 1 ຫາ 3 ອົງສາ ໃນແຕ່ລະພາກ, ພ້ອມມີໝອກໜາປົກຫຸ້ມໃນຕອນກາງຄືນຫາຕອນເຊົ້າ, ໂດຍສະເພາະຢູ່ແຂວງ ພາກ ເໜືອດ້ານຕາເວັນອອກ, ເຂດພູສູງ, ພູດອຍ, ໄຊສົມບູນ, ພູພຽງບໍລະເວນປາກຊ່ອງ, ທ່າແຕງ ແລະ ເມືອງດາກ ຈຶງ. ດັ່ງນັ້ນ ຈຶ່ງເຕືອນໃຫ້ປະຊາຊົນໃນແຕ່ລະປີເຂດດັ່ງກ່າວມີສະຕິ ແລະ ເອົາໃຈໃສ່ຮັກສາສຸຂະພາບໃຫ້ດີ, ໂດຍສະ ເພາະແມ່ນການປະຕິບັດຫລັກການອະນາໄມ 3 ສະອາດ ໃຫ້ເຂັ້ມງວດຄື: ກິນດື່ມໃຫ້ສະອາດ, ນຸ່ງຫົ່ມໃຫ້ອົບອຸ່ນ ແລະ ຮັກສາສະພາບແວດລ້ອມໃຫ້ດີ.

No comments:

Post a Comment