Ad

Ad

29 January 2015

ຕຳຫລວດຢືນຢັນໜຸ່ມແຂວນຄໍຕາຍຢູ່ບ້ານໜອງພະຍາ ເປັນການຂ້າຕົວຕາຍ



           ພາຍຫລັງມີພາບຊາຍໜຸ່ມຄົນໜຶ່ງແຂວນຄໍຕາຍຢູ່ຖຽງນາໃນວັນທີ 25 ມັງກອນຜ່ານມານີ້ ປາກົດຂຶ້ນ
ຢູ່ຕາມສື່ອອນລາຍໂດຍສະເພາະເຟສບຸກກໍເປັນທີ່ສົນໃຈຂອງສັງຄົມອອນລາຍທັນທີ ພ້ອມທັງມີການສະແດງຄວາມ ຄິດເຫັນກ່ຽວກັບສາເຫດຂອງການເສຍຊີວິດຂອງຊາຍດັ່ງກ່າວໄປໃນຫລາຍມູມມອງ, ແນວໃດກໍຕາມ, ຕໍ່ເຫດການ ນີ້ເຈົ້າໜ້າທີ່ພະແນກສືບສວນ-ສອບສວນນະຄອນຫລວງວຽງຈັນ ໄດ້ຢັນຢັນຕໍ່ສື່ມວນຊົນວ່າ: ແມ່ນຜູ້ກ່ຽວແຂວນຄໍຂ້າຕົວຕາຍເອງ,ເຊິ່ງຜ່ານການສືບສວນຜູ້ຕາຍຊື້ທ້າວ ສົມບູນ ອາຍຸ 20 ປີຢູ່ບ້ານໜອງ
ພະຍາ,ເມືອງໄຊທານີ,ນະຄອນຫລວງວຽງຈັນ,ຜູ້ຕາຍໄດ້ໃຊ້ເຊືອກນິລົງມັດໃສ່ຂື່ຖຽງນາສູງປະມານ 2,5 ແມັດແລ້ວໂດດລົງໃຫ້ເຊືອກຮັດຄໍຈົນເສຍຊີວິດມາໄດ້ປະມານ 5-6 ຊົ່ວໂມງກ່ອນມີຄົນມາພົບເຫັນ,ສ່ວນ
ສາເຫດ ຫລື ແຮງຈູງໃຈພາໃຫ້ຂ້າຕົວຕາຍນັ້ນຍັງຢູ່ໃນຂັ້ນຕອນການສືບສວນ-ສອບສວນຂອງເຈົ້າໜ້າທີ່ຕໍ່
ໄປ.

No comments:

Post a Comment