Ad

Ad

29 January 2015

ເກີດເຫດໄຟໃໝ້ເຮືອນ 3 ຫລັງ ຢູ່ແຂວງຈຳປາສັກ



     ເຈົ້າໜ້າທີ່ ກົມມອດໄຟ ກະຊວງປ້ອງກັນຄວາມສະຫງົບ ໃຫ້ຮູ້ວ່າ: ໃນເວລາ ທ່ຽງຄືນຂອງວັນທີ 28 ມັງກອນ ນີ້, ໄດ້ເກີດເຫດໄຟໃໝ້ເຮືອນ 3 ຫລັງ, ຢູ່ບ້ານ ທ່າບາກ, ເມືອງປາກເຊ, ແຂວງຈຳປາສັກຄື: ຫລັງທີໜຶ່ງເປັນເຮືອນ ໄມ້ 2 ຊັ້ນ (ເຮືອນຕົ້ນເພີງ), ຫລັງທີສອງເປັນເຮືອນວິນລາຊັ້ນດຽວ. ສ່ວນຫລັງທີສາມຖືກໄຟ ລວບພຽງຂ້າງໜຶ່ງ. ຜ່ານການສອບຖາມຜູ້ເຫັນເຫດການຂອງເຈົ້າໜ້າມອດໄຟ ເມືອງປາກເຊ ໃຫ້ຮູ້ວ່າ: ກ່ອນເກີດເຫດ ໄດ້ມີສຽງດັງຂຶ້ນ ໃນອາຄານ, ຫລັງຈາກນັ້ນ ກໍມີແປວໄຟລຸກລາມຢ່າງໄວວາ, ໂດຍ ໄດ້ໃຊ້ລົດດັບເພິງ 3 ຄັນ ແລະ ເຈົ້າໜ້າທີ່ 19 ຄົນ ສຸມເຂົ້າສະກັດກັ້ນໄຟບໍ່ໃຫ້ໄຟແຜ່ລາມໄປຫາເຮືອນໄກ້ຄຽງ, ໂດຍໃຊ້ເວ ລາປະມານ 1 ຊົ່ວໂມງກວ່າ ຈຶ່ງສາມາດຄວບ ຄຸມໄຟໄວ້ໄດ້ ແລະ ໂຊກດີບໍ່ມີຄົນໄດ້ຮັບບາດເຈັບ ແລະ ເສຍຊີວິດລວມ ມູນຄ່າເສຍຫາຍໃນເບື້ອງຕົ້ນອາດຫລາຍ ກວ່າ 300 ລ້ານກີບ. ສ່ວນສາເຫດໄຟໃໝ້ຄັ້ງນີ້ແມ່ນພວມຢູ່ໃນຂັ້ນຕອນສືບສວນ-ສອບສວນຂອງເຈົ້າໜ້າທີ່.

No comments:

Post a Comment