Ad

Ad

29 January 2015

ສະພາການຄ້າ ແລະ ອຸດສະຫະກຳແຫ່ງຊາດມີບົດບາດສຳຄັນ ຊຸກຍູ້ການຂະຫຍາຍຕົວຂອງເສດຖະກິດ



     ທ່ານ ດາວອນ ພະຈັນທະວົງ ຮອງປະທານສະພາການຄ້າ ແລະ ອຸດສະຫະກຳ ແຫ່ງຊາດ ໄດ້ໃຫ້ສຳພາດນັກຂ່າວ ພວກເຮົາເມື່ອບໍ່ດົນນີ້ວ່າ: ປີ 2015 ນີ້,ແມ່ນປີທີ່ມີ ຄວາມໝາຍສຳຄັນຍິ່ງຂອງຊາດລາວເຮົາຄື: ວັນສ້າງຕັ້ງພັກປະຊາ ຊົນປະຕິວັດລາວ ຄົບຮອບ 60 ປີ( 22 ມີນາ 1955 - 22 ມີນາ 2015) ແລະ ວັນສະຖາປານາສາ ທາລະນະລັດ ປະ ຊາທິປະໄຕ ປະຊາຊົນລາວ ຄົບຮອບ 40 ປີ ( 2 ທັນວາ 1975 - 2 ທັນວາ 2015) ແລະ ໃນໂອກາດສຳຄັນດັ່ງ ກ່າວນີ້, ທຸກຂະແໜງການ, ທຸກພາກ ສ່ວນຂອງພັກ ແລະ ລັດ, ພ້ອມດ້ວຍຜູ້ປະກອບການຫົວໜ່ວຍທຸລະກິດທັງ ພາຍໃນ ແລະ ຕ່າງປະເທດລວມເຖິງປະຊາຊົນລາວບັນດາເຜົ່າທົ່ວປະເທດຈະໄດ້ພ້ອມພາກັນຈັດ ຕັ້ງສະເຫລີມສະ ຫລອງສອງວັນດັ່ງກ່າວໃຫ້ມີບັນຍາກາດ ແລະ ຂະບວນການຟົດຟື້ນດ້ວຍການນຳເອົາບັນດາຜົນງານການ ເຄື່ອນໄຫວ ວຽກງານທາງດ້ານການເມືອງ, ວັດທະນາທຳ, ສັງຄົມ, ເສດຖະກິດ ແລະ ການຜະລິດເປັນສີນຄ້າຕ່າງໆ. ເວົ້າສະ ເພາະໃນພາກສ່ວນຂອງສະພາການຄ້າ ແລະ ອຸດສະຫະກຳແຫ່ງຊາດນີ້, ແມ່ນພວມມີການກະກຽມຈັດວາງສະແດງ
ສິນຄ້າຄັ້ງໃຫຍ່ຂຶ້ນຢູ່ສູນການຄ້າລາວ-ໄອເຕັກ, ນະຄອນຫລວງວຽງຈັນ ເຊິ່ງຄາດວ່າຈະມີຜູ້ປະກອບການບໍລິສັດ, ຫ້າງຮ້ານ, ຫົວໜ່ວຍທຸລະກິດທີ່ເປັນສະມາຊິກສະພາການຄ້າ ແລະ ອຸດສະຫະກຳ, ພ້ອມດ້ວຍສະມາຊິກຈາກສະ ມາຄົມທຸລະກິດຕ່າງໆ ເຂົ້າຮ່ວມຢ່າງຫລວງຫລາຍ, ນອກຈາກນີ້ຍັງຈະໄດ້ນຳພາຫົວໜ່ວຍທຸລະກິດຂອງລາວຈຳ ນວນໜຶ່ງເຂົ້າຮ່ວມງານວາງສະແດງສີນຄ້າໂລກຢູ່ນະຄອນມິລານປະເທດອີຕາລີແຕ່ວັນທີ 1 ພຶດສະພາໄປຈົນຮອດ ເດືອນພະຈິກ 2015 ໂດຍຈະເອົາຜະລິດຕະພັນຜະລິດຈາກເຂົ້າຂອງລາວໄປຮ່ວມວາງສະແດງ ເພື່ອເຜີຍແຜ່ໃຫ້ຊາວ
ຕ່າງປະເທດໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບເອກກະລັກ,ວັດທະນາທຳ ແລະ ການດຳລົງຊີວິດຂອງປະຊາຊົນລາວ ທີ່ໄດ້ຕິດພັນກັບການຜະລິດກະສິກຳ, ຫັດຖະກຳ ແລະ  ເປັນໜໍ່ແໜງພື້ນຖານກ້າວໄປສູ່ການຫັນເປັນອຸດ ສະຫະກຳ ທັນສະ​ໄໝໃນອະນາຄົດ ແລະ ສິ່ງສຳຄັນແມ່ນຊີ້ໃຫ້ຄົນທົ່ວໂລກໄດ້ຮູ້ວ່າພາຍໃຕ້ການຊີ້ນຳຂອງພັກປະຊາຊົນປະ ຕິວັດລາວຕະຫລອດ 60 ປີ ແລະ ການນຳພາຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງລັດຖະບານ ໃນໄລຍະ 40 ປີຜ່ານມານີ້ປະຊາຊົນລາວບັນດາເຜົ່າໄດ້ມີຄວາມສາມັກຄີຮັກແພງເປັນນ້ຳໜຶ່ງໃຈດຽວຮ່ວມແຮງ ຮ່ວມໃຈກັນສ້າງສາພັດທະນາເສດຖະກິດ-ສັງຄົມ ກໍຄືປະເທດຊາດໃຫ້ມີຄວາມຈະເລີນສີວິໄລຂຶ້ນເປັນກ້າວໆ, ເພື່ອໃຫ້ບັນລຸເປົ້າໝາຍທີ່ພັກ ແລະ ລັດວາງໄວ້ຄືຫລຸດພົ້ນອອກຈາກຄວາມທຸກຍາກໃນປີ 2015 ແລະ ຫລຸດພົ້ນ ອອກຈາກການເປັນປະເທດດ້ອຍພັດທະນາໃນປີ 2020 ແລະ ໃນໂອກາດສະເຫລີມສະຫລອງສອງວັນປະຫວັດ ສາດນີ້, ລັດຖະບານຈະໄດ້ຄັດເລືອກຍ້ອງຍໍບຸກຄົນທີ່ເດັ່ນທັງພາຍໃນ ແລະ ຕ່າງປະເທດທີ່ມີຜົນງານເດັ່ນ ໃນການ ປຸກລະດົມ, ຊັກຊວນຂົນຂວາຍດຶງດູດເອົານັກລົງທຶນ, ນັກທ່ອງທ່ຽວຈາກຕ່າງປະເທດເຂົ້າມາລົງທຶນ ແລະ ທ່ອງ ທ່ຽວຢູ່ປະເທດເຮົາຕະຫລອດໄລຍະຜ່ານມາ,ເຮັດໃຫ້ມູນຄ່າການລົງທຶນ ແລະ ຕົວເລກນັກທ່ອງທ່ຽວເຂົ້າມາ ລາວເພີ່ມຂື້ນທຸກປີ, ອັນໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງລາວໄດ້ດີສະ ເໝີມາ.
    ທ່ານ ດາວອນ ກ່າວວ່າ: ນັບແຕ່ສ້າງຕັ້ງສະພາການຄ້າ ແລະ ອຸດສະຫະກຳແຫ່ງຊາດຂື້ນມາຈົນຮອດປັດຈຸບັນນີ້, ພາກສ່ວນດັ່ງກ່າວແມ່ນໄດ້ປະຕິບັດພາລະບົດບາດໜ້າທີ່ຂອງຕົນເປັນຢ່າງດີ, ໂດຍສະເພາະແມ່ນເປັນຂົວຕໍ່ສຳ ຄັນ ເພື່ອພົວພັນຮ່ວມມືລະຫວ່າງນັກທຸລະກິດລາວ ແລະ ນັກທຸລະກິດຕ່າງປະເທດໃນດ້ານການຄ້າ, ການລົງທຶນ, ເປັນ ຫົວຈັກຕົ້ນຕໍໃນການຊັກຊວນ, ດຶງດູດ, ຈັດກອງປະຊຸມສຳມະນາດ້ານທຸລະກິດ-ການຄ້າ, ການລົງທຶນ, ຈັດຕັ້ງ ການວາງສະແດງສີນຄ້ານັບທັງພາຍໃນ ແລະ ຕ່າງປະເທດ, ຊຶ່ງເຮັດໃຫ້ມູນຄ່າການຄ້າ, ການລົງທຶນລະຫວ່າງ ສປປ ລາວ ກັບຫລາຍປະເທດໃນໂລກມີຕົວເລກເພີ່ມຂຶ້ນ, ຫລາຍຜະລິດຕະພັນສີນຄ້າປະເພດອຸປະໂພກ-ບໍລິໂພກ, ລົດຍົນ, ເຄື່ອງນຸງຫົ່ມທີ່ມີຊື່ສຽງຈາກຕ່າງປະເທດກໍໄດ້ເຂົ້າມາລົງທຶນສ້າງໂຮງຈັກໂຮງງານຢູ່ປະເທດເຮົາ ເປັນຈຳ ນວນຫລາຍ, ຂະນະດຽວກັນກໍເປັນໃຈກາງໃນການປຶກສາຫາລືແກ້ໄຂບັນຫາທຸລະກິດຜ່ານກອງປະຊຸມທຸລະກິດ ແລະ ພົບປະກັບນາຍົກ ຫລື ຮອງນາຍົກລັດຖະມົນຕີເພື່ອຊອກຫາທາງອອກໃຫ້ກັບຜູ້ປະກອບການໃນດ້ານຕ່າງໆ ໃຫ້ມີຄວາມເຂັ້ມແຂງ ແລະ  ສືບຕໍ່ດຳເນີນທຸລະກິດຂອງຕົນໄປດ້ວຍດີ ແລະ ຜ່ານເວທີປືກສາຫາລືດັ່ງກ່າວໃນໄລ ຍະຜ່ານມາກໍເຫັນວ່າຫົວໜ່ວຍທຸລະກິດພາຍໃນປະເທດໄດ້ມີການເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆ, ເຊິ່ງປັດ ຈຸບັນນີ້, ສະເພາະສະມາຊິກຂອງສະພາການຄ້າ ແລະ ອຸດສະຫະກໍາແຫ່ງຊາດກໍມີຫລາຍກວ່າພັນບໍລິສັດແລ້ວ.

No comments:

Post a Comment