Ad

Ad

29 January 2015

ຝາ​ອັດ​ຮ່ອງນ້ຳ​​​ທາງ​ດອນ​ແດງແຕກຫລາຍ​ມື້ສ້າງ​ຄວາມ​ສ່ຽງ​ໃຫ້​ຜູ້ທຽວທາງ



    ພາບ​​​ແຜ່ນ​ຢາງ​ຂະໜາດ​ພໍປະມານທີ່​ປັກ​ລົງ​ໃນຂຸມ​ທໍ່​ນ້ຳ​ທີ່​ທ່ານ​ຜູ້​ອ່ານ​ເຫັນ​ນີ້,​ ແມ່ນ​ນັກ​ຂ່າວ​ພວກ​ເຮົາ​ຖ່າຍ​​ໃນ​ຕອນ​ເຊົ້າ​ວັນ​ທີ 28 ມັງກອນ​ນີ້, ຢູ່​ເສັ້ນທາງ​ເຂດ​ບ້ານ​ດອນ​ແດງ,​ ເມືອງ​ຈັນທະ​ບູລີ, ນະຄອນຫລວງ​ວຽງ​ຈັນ, ​ເຊິ່ງ​ແມ່ນ​ປະຊາຊົນ​ທີ່ຢູ່​ໃກ້​ຄຽງ​ໄດ້​ເອົາ​ມາ​ປັກ​ໃສ່​ ​ເພື່ອ​ເປັນ​ເຄື່ອງໝາຍ​ເຕືອນ​ໃຫ້​ຜູ້​ຂັບ​ຂີ່​ລົດ​ຜ່ານ​ໄປມາ​​ໃນ​ເສັ້ນທາງ​ດັ່ງກ່າວ​ໃຫ້​ມີ​ຄວາມ​ລະວັງ​ບໍ່​ໃຫ້​ຕົກລົງ​ຂຸມ​ທໍ່​ດັ່ງກ່າວ ​ແລະ ​ເມື່ອ​ຖາມ​ປະຊາຊົນ​ໃກ້​ຄຽງ ບອກ​ວ່າ: ຝາອັດ​ທໍ່​ຈຸດ​ນີ້​​ແມ່ນ​ຖືກ​ລົດ​ແກ່​ດິນ​ຢຽບ​ແຕກ​ມາ​ໄດ້ 3 - 4 ມື້​ແລ້ວ,​ ແຕ່​ລົດ​ແກ່​ດິນ​ທີ່​ກະທຳ​ນັ້ນກໍ​​ແລ່ນ​ຜ່ານໄປ​ເລີຍ, ​ເມື່ອ​ເປັນ ສະພາບ​ເຊັ່ນ​ນັ້ນຈຶ່ງ​ຢ້ານ​ວ່າອາດ​ຈະ​ມີຜູ້​​ຂັບ​ຂີ່ລົດຄັນ​ອື່ນໆ​ແລ່ນ​ຜ່ານມາ ​ແລະ ​ບໍ່​ເຫັນ​ກໍ​ຈະ​ຕົກລົງ​ໄປ​ອາດເຮັດໃຫ້ໄດ້ ຮັບອັນຕະລາຍ ຫລື ບາດ​ເຈັບ ​ແລະ ​ເສຍ​ຊີວິດ​ກໍເປັນກໍເປັນໄດ້,​ ໂດຍ​ສະ​ເພາະ​ແມ່ນ​ໃນ​ຍາມ​ຄ່ຳ​ຄືນ ​ຍິ່ງ​ມີ​ຄວາມ​ສ່ຽງ​ເປັນ​ອັນຕະລາຍ​​ສູງ, ເນື່ອງຈາກ​ເສັ້ນທາງ​ດັ່ງກ່າວ​ຂ້ອນ​ຂ້າງ​ມືດ ​ແລະ ມັກ​ມີຜູ້​ຂັບ​ຂີ່​ລົດ​ໄວ, ສະນັ້ນຖ້າ​ພາກສ່ວນ​ກ່ຽວຂ້ອງ​ບໍ່​ຮີບ​ຮ້ອນ​ມາ​ແກ້​ໄຂ​ໂດຍ​ໄວກໍ​ຄວາມ​ສ່ຽງ​ເກີດ​ອັນຕະລາຍ​ຕໍ່​ຜູ້ໃຊ້ລົດໃຊ້ຖະໜົນຫລາຍຂຶ້ນ.

No comments:

Post a Comment