Ad

Ad

29 January 2015

ນ້ຳ​ປະປາ​ຕັ້ງໜ່ວຍ​ສະເພາະກິດກວດກາ​ການ​ລັກ​ໃຊ້​ນ້ຳ



    ລັດ​ວິສາ​ຫະກິດນ້ຳ​ປະປາະຄອນຫລວງ​,​ ໄດ້​ຕັ້ງໜ່ວຍ​ງານ​ສະ​ເພາະ​ກິດ​ເພື່ອ​ເຄື່ອນ​ໄຫວ​ຕິດຕາມ​ກວດກາ​ສະພາບ ການ​ລັກ​ຊົມ​ໃຊ້​ນ້ຳປະປາ, ພາຍຫລັງ​ພົບ​ເຫັນມີ​ການ​ລັກ​ໃຊ້​ນ້ຳ​​ເກີດ​ຂື້ນຫລາຍ​ກໍລະນີ,​ເຊິ່ງ​ສ້າງ​ຄວາມ​ເສຍ​ຫາຍ​ເປັນ​ຈຳນວນ​ບໍ່​ໜ້ອຍຕໍ່​ລະບົບ​ເສດຖະກິດ​ຂອງ​ລັດ.
    ລັດ​ວິ​ສາ​ຫະກິດ​ນ້ຳ​ປະປາ​ໃຫ້​ຮູ້​ວ່າ:ໜ່ວຍ​ສະ​ເພາະ​ກິດ​ດັ່ງກ່າວ,ຈະ​ມີ​ປະ​ຈຳ​ຢູ່ທຸກ​ຕົວເມືອງຂອງ​ນະຄອນຫລວງ ວຽງ​ຈັນ, ຊຶ່ງ​ແມ່ນ​ຫົວໜ້າ​ຫ້ອງການສາຂານ້ຳ​ປະປາ​ແຕ່​ລະເມືອງ​ເປັນ​ຫົວໜ້າໜ່ວຍ ​ເພື່ອ​ເຮັດ​ໜ້າ​ທີ່​ລົງກວດກາ
ໝໍ້​ແທກ​ນ້ຳ​ຄືນ​ໃໝ່ ​ແລະ ​ໄກ່​ເກ່ຍບັນດາ​ໜີ້ສີນ​ຕ່າງໆ,​​ເນື່ອງ​ຈາກ​ວ່າ​ປັດຈຸບັນ​ລັດ​ວິ​ສາ​ຫະກິດ​ນ້ຳ​ປະປາ​ໄດ້​ພົບ​ເຫັນ​ປະກົດ​ການ​ລັກ​ໃຊ້​ນ້ຳຂອງ​ລູກ​ຄ້າ​ໃນ​ຫລາຍ​ກໍລະນີ ​ເຊັ່ນ:ລັກ​ຕໍ່​ນ້ຳ​ໂດຍ​ກົງ​ຈາກ​ທໍ່​ນ້ຳ​ພາຍ​ນອກ,ລັກ​ປີ້ນໝໍ້​ແທກ​ນ້ຳ,​ເຮັດ​ໝໍ້​ແທກ​ນ້ຳ​ແຕກ​ຫັກ​ເປ່​ເພ ​ແລະ ອື່ນໆ, ​ເພື່ອ​ພະຍາຍາມ​ເຮັດ​ໃຫ້​ໄດ້​ໃຊ້​ນ້ຳ​ຫລາຍ​ແຕ່​​ຈ່າຍ​ຄ່າ​ນ້ຳ​ໜ້ອຍ, ນອກ ຈາກ​ນີ້, ກໍ​ມີ​ລູກ​ຄ້າ​ຈຳນວນ​ຫລາຍ​ມີ​ໜີ້​ສີນ​ຄຸມ​ເຄືອ​ຄ້າງ​ຈ່າຍ​ແກ່ຍາວ​ມາດົນ​ນານ, ເຊິ່ງຜິດ​ຕໍ່​ລະບຽບ​ຫລັກການ​ຂອງ​ລັດ​ວິ​ສາ​ຫະກິດ​ນ້ຳ​ປະປາ, ສ້າງ​ຄວາມ​
ສູນ​ເສຍ​ຕໍ່​ລະບົບ​ເສດຖະກິດ ​ແລະ ຜົນ​ປະ​ໂຫຍ​ດລວມຂອງ​ຊາດ​. ສະນັ້ນລັດ ວິ​ສາ​ຫະກິດ​ນ້ຳ​ປະປາຈະ​ອະນຸຍາດ​ໃຫ້​​ເຮືອນ​ຫລັງ​ໜຶ່ງ​ມີ​ສີດ​ນຳ​ໃຊ້​ໝໍ້​ແທກ​ນ້ຳ​ໄດ້​ພຽງ​ໜ່ວຍ​ດຽວ​ເທົ່າ​ນັ້ນ, ສ່ວນ​ໜີ້ ສີນ​ໜ່ວຍ​ເກົ່າ​ທີ່​ຖືກ​ອັດ​ໄວ້​ໃນ​ເມື່ອ​ກ່ອນ​ທີ່​ເປັນ​ກຳມະສິດ​ຂອງ​ລູກ​ຄ້າ​ບໍ່​ວ່າ​ໃນ​ກໍລະນີ​ໃດ​ກໍ​ຕາມ​ແມ່ນ​ຕ້ອງ​ໃຫ້​ຊຳລະ​ໜີ້ຕາມ​ຫົວໜ່ວຍລາຄາທີ່ລູກ​ຄ້າ​ໃຊ້​ໂດຍ​ບໍ່​ຄິດ​ໄລ່​ດອກ​ເບ້ຍ 1,5% ທີ່​ກຳນົດ​ໄວ້​ໃນລະບຽບ,​ ແຕ່​ຖ້າ​ລູກ​ຄ້າ​ທ່ານ​ໃດ​ບໍ່​ມາ​ຊຳລະ​ຕາມ​ກຳນົດ​ໝາຍກໍ​ຈະ​ງົດ​ການ​ສົ່ງ​ນ້ຳ​ໃຫ້​ເຮືອນ​ຂອງ​ລູກ​ຄ້າ​ຕາມ​ລະບຽບ​ກົດໝາຍ.

No comments:

Post a Comment