ຕາມການໃຫ້ສຳພາດຂອງທ່ານ ຮອງສາດສະດາຈານ ດຣ ພູທອນ ເມືອງປາກ,ອຳນວຍການໂຮງໝໍມິດ ຕະພາບ
150 ຕຽງ,ຕໍ່ນັກຂ່າວພວກເຮົາໃນວັນທີ 27 ມັງກ່ອນນີ້ວ່າ: ໃນອາທິດຜ່ານມາທາງໂຮງໝໍຂອງຕົນໄດ້ເປີດສູນກວດພະຍາດດ້ວຍເຄື່ອງກວດແລະບົ່ງມະຕິພະຍາດດ້ວຍຄືນແມ່ເຫຼັກໄຟຟ້າ
(MRI ) ຊຶ່ງເປັນສູນທຳອິດໃນ ສປປ ລາວ ແລະ
ພາຍຫຼັງທີ່ເປີດນຳໃຊ້ມາຮອດປັດຈຸບັນຫຼາຍຄົນກໍເກີດຄວາມເປັນຫ່ວງກ່ຽວເກັບການຄຸ້ມ
ຄອງນຳໃຊ້ເຄື່ອງດັ່ງກ່າວ, ລວມເຖິງລາຄາໃນການບໍລິການ,ເນື່ອງຈາກການກວດພະຍາດຜ່ານເຄື່ອງ
MRI ຢູ່ຕ່າງປະຕ່າງເທດນັ້ນມີລາຄາແພງຫຼາຍ, ຊຶ່ງປັດຈຸບັນທາງໂຮງໝໍມິດຕະພາບ
150 ຕຽງໄດ້ມີທ່ານໝໍຜູ້ຊ່ຽວຊານໃນການນຳໃຊ້ເຄື່ອງກວດດັ່ງກ່າວ 3 ທ່ານ , ຊຶ່ງກ່ອນໜ້ານີ້ທີ່ໂຮງໜໍຈະສ້າງສູນດັ່ງກ່າວຂື້ນນັ້ນໄດ້ນຳສົ່ງພະນັກງານວິຊາການຂອງຕົນ
2 ທ່ານ ,ໄປຮຽນກ່ຽວກັບການນຳໃຊ້ເຄື່ອງນີ້ໂດຍກົງຢູ່ປະເທດຝຣັ່ງເປັນເວລາ
1 ປີ,ພ້ອມນັ້ນຍັງໄດ້ນຳສົ່ງພະ ນັກງານ 3 ທ່ານໄປເຝິກອົບກ່ຽວກັບການນຳໃຊ້ເຄື່ອງນີ້ຢູ່ປະເທດໂອຕຣິດອີກເປັນເວລາ
1 ເດືອນ,ຈົນມີຄວາມຊຳນິຊຳນານກ່ອນຈະເປີດໃຫ້ບໍລິການຢ່າງເປັນທາງການ,ພ້ອມດຽວກັນນັ້ນກໍຍັງຈະມີຜູ້
ຊ່ຽວຊານຕ່າງປະເທດລົງມາກວດແລະປະເມີນການນຳໃຊ້ເຄີຍດັ່ງກ່າວເປັນໄລຍະ
ແລະມາຮອດປັດຈຸບັນອາດເວົ້າໄດ້ວ່າແພດລາວແມ່ນມີຄວາມພ້ອມທີ່ຈະນຳໃຊ້ເຄື່ອງ
MRI ເຂົ້າໃນການກວດແລະບົ່ງມະຕິພະຍາດແກ່ຄົນເຈັບ,ຊຶ່ງນັບແຕ່ມື້ເປີດໃຫ້ບໍລິການມາຮອດມື້ນີ້ມີຜູ້ມາກວດແລ້ວຫຼາຍກວ່າ
180 ຄົນ,ແຕ່ເນື່ອງຈາກມູນຄ່າຂອງເຄື່ອງກວດສູງແລະເກັບຮັກສາຍາກດັ່ງນັ້ນຈຶ່ງມີຄວາມຈຳເປັນໃນການບຳລຸງຮັກສາເປັນຢ່າງດີ,ຊຶ່ງທາງໂຮງໝໍຈະຕ້ອງໄດ້ເກັບຄືນຄ່າລຸ່ຍຫ້ຽນເປັນຕົ້ນແມ່ນຄ່າຟິມ
ແລະ ນ້ຳຢາທີ່ໃຊ້ເຂົ້າໃນການກວດ,ຄ່າໄຟຟ້າໃນການເກັບຮັກສາແລະອື່ນໆ,ເນື່ອງຈາກເຄື່ອງດັ່ງ
ກ່າວປາສະຈາກຄວາມເຢັນບໍ່ໄດ້,ໂດຍລາຄາການກວດຜ່ານເຄື່ອງ MRI ໃນເບື່ອງ ຕົນຈະເກັບຢູ່ທີ່
1,5 ລ້ານກີບ,ແຕ່ເມື່ອທຽບໃສ່ປະເທດໃກ້ຄຽງແລ້ວຖືວ່າລາຄາການນຳໃຊ້ເຄື່ອງດັ່ງກ່າວຂອງບ້ານເຮົາແມ່ນຖືກກວ່າຫຼາຍ,
ຊຶ່ງການເກັບຄ່າກວດດັ່ງກ່າວບໍ່ແມ່ນຍ້ອນຜົນກຳໄລໃດໆ,ແຕ່ເກັບເພື່ອຊື່ເຄື່ອງລຸ່ຍຫ້ຽນທີ່ໃຊ້ແລ້ວນັ້ນມາແທນ,
ບວກກັບຄ່າຈ້າງໃນການບຳລຸງຮັກສາໂດຍທີ່ບໍ່ໄດ້ຄິດຄ່າແຮງງານທ່ານໝໍແຕ່ຍ່າງໃດ,
ເຖິງຢ່າງໃດກໍຕາມຫຼັງຈາກໃຊ້ເຄື່ອງດັ່ງກ່າວໄປໄລຍະໜຶ່ງທາງໂຮງໝໍກໍຈະມີການປະເມີນຄືນກ່ຽວກັບການເກັບຄ່າການນຳໃຊ້ເໝາະສົມແລ້ວຫຼືບໍ່,ຖ້າເປັນແນວໃດກໍຈະມີການປັບຂື້ນລົງຂອງລາຄານັ້ນຕາມຄວາມເໝາະສົມ.
ອຳນວຍການໂຮງໝໍດັ່ງກ່າວໃຫ້ຮູ້ວ່າ: ເຄື່ອງກວດ
MRI ເປັນເຄື່ອງກວດແລະບົ່ງມະຕິຍາດທີ່ທັນສະໄໝເພື່ອກວດຫາຄວາມຜິດປົກກະຕິຂອງອະໄວຍະວະຕ່າງໆຂອງຮ່າງກາຍໄດ້ດີກວ່າເຄື່ອງອື່ນໆທີ່ເຄີຍມີມາ
ແລະໃນຕໍ່ ໜ້າເຊື້ອວ່າເຄື່ອງດັ່ງກ່າວຈະປະກອບສ່ວນສຳຄັນໃນການກວດແລະບົ່ງມະຕິຍະຍາດຂອງຄົນເຈັບເພື່ອການປິ່ນປົວທີ່ຖືກຕ້ອງ,ຕາມພາລະບົດບາດຂອງໂຮງໝໍ,ໂດຍລວມແລ້ວປະເທດເຮົາແມ່ນມີຄວາມຈຳເປັນຢ່າງຍິ່ງທີ່ຈະຕ້ອງນຳໃຊ້ເຄື່ອງນີ້,
ຊຶ່ງເຫັນໄດ້ຈາກຈຳນວນຄົນເຈັບທີ່ເຂົ້າມາກວດສຸຂະພາບໃນປີ 2014 ຜ່ານມາສະເພາະໂຮງໝໍມິດຕະ
ພາບ 150 ຕຽງມີຈຳນວນຫຼາຍກວ່າ 1,2 ແສນເທື່ອຄົນ.
No comments:
Post a Comment