Ad

Ad

29 January 2015

ອະທິການບໍດີ ມະຫາວິທະຍາໄລ ແພດສາດ ໃຫ້ທັດສະນະ ກ່ຽວກັບຈັນຍາບັນຂອງແພດໝໍ



     ໃນວັນທີ 28 ມັງກອນຜ່ານມາ, ທ່ານ ຮສ. ດຣ ນາງ ສົມຈິດ ບຸບຜາ ອະທິການບໍດີມະຫາວິທະຍາໄລ ວິທະຍາສາດສຸຂະພາບໄດ້ໃຫ້ສຳພາດຕໍ່ນັກ ຂ່າວຂອງພວກເຮົາກ່ຽວກັບການມີຈັນຍາ ບັນຂອງແພດໝໍໃນການບໍລິການ ຢູ່ໃນໂຮງໝໍແຕ່ລະແຫ່ງ, ໂດຍສະເພາະນະຄອນຫລວງວຽງຈັນ, ພາຍຫລັງ ມີຫາງສຽງຈາກສັງຄົມເປັນຈຳນວນບໍ່ ໜ້ອຍທີ່ວ່າ: ຄົນລວຍບໍ່ໄດ້ຕິດຄຸກ, ຄົນທຸກບໍ່ໄດ້ເຂົ້າໂຮງໝໍ. ຕໍ່ບັນຫາດັ່ງກ່າວນີ້ ທ່ານກ່າວວ່າ: ແພດໝໍທຸກຄົນຈະ ຕ້ອງໄດ້ດຳເນີນອາຊີບແພດດ້ວຍຄວາມຊື່ສັດສຸຈະລິດ, ຮັບໃຊ້ຄວາມທຸກ ທໍລະມານຂອງປະຊາຊົນໃຫ້ພົນໄພໄຂ້ ປ່ວຍຕ່າງໆຕະຫລອດການ, ໂດຍບໍ່ມີ ການຄິດຄ່າຕອບແທນໃດໆຕໍ່ຜູ້ທຸກຍາກຂາດເຂີນ, ຮັກສາຄວາມລັບທຸກປະ ການທີ່ຄົນເຈັບ ຫລື ຍາດພີ່ນ້ອງມອບໝາຍໃຫ້, ບໍ່ສວຍໃຊ້ອາຊີບແພດໄປໃນທາງທີ່ເຮັດໃຫ້ເຊື່ອມເສຍຮີດຄອງປະ ເພນີ ແລະ ສົ່ງເສີມອາສະຍາກຳຕ່າງໆ. ພ້ອມນັ້ນ ທ່ານໄດ້ໃຫ້ທັດສະນະວ່າ: ການສິດສອນໃຫ້ນັກສຶກສາທຸກຄົນມີ ຈັນຍາບັນຂອງແພດນັ້ນທາງມະຫາວິທະຍາໄລຂອງ ພວກເຮົາໄດ້ຈັດເຂົ້າໃນຫລັກສູດຂອງການສຶກສາຮ່ຳຮຽນຂອງທຸກໆປີ, ພ້ອມກັນນີ້ ຍັງໄດ້ເອົາຂໍ້ມູນຕົວຈິງມາເປັນບົດເຝຶກຫັດ, ເພື່ອໃຫ້ນັກສຶກສາທຸກຄົນໄດ້ຮຽນຮູ້ກ່ຽວກັບບົດ ທົດສອບຕ່າງໆກ່ອນຈະລົງຕົວຈິງໃນສະຖານທີ່ບໍລິການ. ນອກຈາກນີ້,
ກ່ອນຈະສຳເລັດການສຶກສາ ຄູ-ອາຈານ ພາຍໃນໂຮງຮຽນຍັງໄດ້ລົງໄປປະເມີນກວດກາ-ຕິດຕາມ ນັກສຶກສາຂອງຕົນຕາມ ສະຖານທີ່ບໍລິການຕ່າງໆເຫລົ່ານັ້ນ ແລະ ກໍເຫັນວ່າໄດ້ຮັບຜົນດີຫລາຍພໍສົມຄວນ, ແຕ່ເມື່ອສຳເລັດການສຶກສາ ແລະ ໄດ້ເຂົ້າເປັນພະນັກງານແພດໝໍ ສົມບູນແລ້ວ, ກໍເປັນຄວາມຮັບຜິດຊອບຂອງພາກສ່ວນກ່ຽວຂ້ອງທີ່ຈະ ຕ້ອງໄດ້ມີການສຶກສາອົບຮົມຢ່າງເຂັ້ມງວດ ກວ່າເກົ່າ.
     ໃນໂອກາດນີ້ ທ່ານອະທິການບໍດີຍັງໄດ້ຮຽກຮ້ອງໃຫ້ນັກສຶກສາແພດໝໍ, ພະນັກງານແພດໝໍທຸກຄົນ ຈົ່ງນຶກເຖິງ ຈັນຍາບັນທີ່ຕົນໄດ້ສຶກສາຮຽນມາ ປະກອບສ່ວນເຂົ້າໃນການບໍລິການທີ່ຖືກຕ້ອງ, ເພື່ອຫລຸດຜ່ອນຫາງສຽງຈາກສັງ ຄົມ ແລະ ເຮັດໃຫ້ການບໍລິການຂອງແພດໝໍພວກເຮົາມີຄຸນນະພາບດີຂຶ້ນ. ມາຮອດປັດຈຸບັນມະຫາວິທະຍາໄລດັ່ງ ກ່າວມີນັກສຶກສາມີທັງໝົດ 4.579, ເປັນຍິງ 2.793 ລວມມີ 7 ຄະນະຄື: ຄະນະແພດສາດ, ຄະນະເພສັຊສາດ, ຄະນະ ພັດຕະແພດສາດ, ຄະນະວິທະຍາສາດພື້ນຖານ, ຄະນະເຕັກນິກການແພດ, ຄະນະພະຍາບານສາດ ແລະ ຄະນະຫລັງມະຫາວິທະຍາໄລ, ເພື່ອສາມາດຕອບສະໜອງຄວາມຕ້ອງການຂອງແພດໝໍຂອງປະເທດເຮົາໃຫ້ໄດ້ ໂດຍພື້ນຖານ ແລະ ສາມາດພັດທະນາວົງການສາທາລະນະສຸກຂອງລາວນັບມື້ກ້າວໜ້າຂະຫຍາຍຕົວ ແລະ ເຊື່ອມ ໂຍງເຂົ້າກັບພາກພື້ນ ແລະ ສາກົນໄດ້.

No comments:

Post a Comment