Ad

Ad

30 January 2015

ເດີ່ນບ້ານສະອາດທົ່ງນາງາມ:ຄຳຂວັນຜະລິດນາແຊງປີນີ້

ເມື່ອບໍ່ດົນມານີ້, ລັດຖະມົນ ຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ ແນະນຳໃຫ້ພາກສ່ວນກ່ຽວຂ້ອງ ນັບທັງສູນກາງ, ທ້ອງຖິ່ນນຳເອົາ ຄຳຂວັນປູກເຂົ້ານາແຊງປີນີ້ວ່າ:    ເດີນບ້ານສະອາດທົ່ງນາງາມ ໄປເຜີຍແຜ່ ແລະ ຜັນຂະຫຍາຍໃຫ້ ຊາວ ນາກໍຄືກະສິກອນໃນທົ່ວປະ ເທດເຂົ້າໃຈ ແລະ ເອົາໃຈໃສ່ບົວລະບັດຮັກສາການເຂົ້ານາແຊງໄດ້ດີຄືກັບການຮັກສາເດີ່ນ ບ້ານເຮືອນ ຊານບ້ານຊ່ອງຂອງຕົນເພື່ອຮັບປະກັນໃຫ້ການຜະລິດເຂົ້າມີຄຸນນະ ພາບ ແລະ ປະລິມານດີ, ສາມາດ ບັນລຸ ຕົວເລກຄາດໝາຍໃນເນື້ອທີ່ 126 ພັນກວ່າເຮັກຕາ, ຜົນຜະລິດ ໃຫ້ໄດ້ 650 ພັນກວ່າໂຕນ ແລະ ມີ ສະມັດຕະພາບ ສະເລ່ຍສູງກວ່າ 5 ໂຕນຕໍ່ເຮັກຕາ. ໂດຍໃຫ້ທຸກໜ່ວຍ ງານຂອງພະແນກ, ຫ້ອງການກະ ສິກຳ ແລະ ປ່າໄມ້ ຈັດຕັ້ງພະນັກ ງານວິຊາການລົງຊ່ວຍຊາວນາ, ກະສິກອນເພື່ອແນະນຳໃຫ້ຮູ້ຈັກນຳໃຊ້ເຕັກນິກວິທະຍາສາດໃໝ່ເຂົ້າໃສ່ ການປັບປຸງແນວພັນ, ການຜະ ລິດ, ການນຳໃຊ້ຝຸ່ນ, ປຸຍຊີວະພາບ, ຢາ ປາບສັດຕູພືດເພື່ອເຮັດໃຫ້ຕົ້ນກ້າຕົ້ນເຂົ້າມີຄວາມແຂງແຮງທົນທານຕໍ່
ສະພາບອາກາດໜາວ ແລະ ບໍ່ມີ ແມງໄມ້ ຫລື ສັດຕູພືດທຳລາຍໄດ້ ງ່າຍ, ຄຽງຄູ່ກັນນັ້ນ, ກໍເລັ່ງກວດ ກາສ້ອມແປງຈັກ ສູບນ້ຳ, ຄອງ ເໝືອງເພື່ອຮັບປະກັນໃຫ້ມີນ້ຳສະ ໜອງເນື້ອທີ່ການຜະລິດຢ່າງທົ່ວ ເຖິງໃນເຂດຈຸດສຸມເປົ້າໝາຍ, ພ້ອມທັງ ປຸກລະດົມໃຫ້ກະສິກອນກໍຄືປະຊາຊົນເປັນເຈົ້າການໃນການ ຄຸ້ມຄອງຮັກສາຄອງເມືອງ ແລະ ນ້ຳໃຊ້ນ້ຳຢ່າງປະຢັດ ແລະ ເມື່ອ ເກີດສະພາບທີ່ບໍ່ດີຕໍ່ການຜະລິດກໍ ໃຫ້ຮີບຮ້ອນລາຍງານໃຫ້ພາກ ສ່ວນກ່ຽວຂ້ອງຊາບທັນທີເພື່ອຊອກຫາວິທີແກ້ໄຂ ໃຫ້ທັນການ.

No comments:

Post a Comment