Ad

Ad

30 January 2015

ໄມ້ດູ່ເປັນເຫດໃຫ້ຈຳຄຸກ 2 ປີ

ເມື່ອບໍ່ດົນມານີ້, ສານປະຊາ ຊົນປະຊາຊົນແຂວງໄຊຍະບູລີໄດ້ ຕັດສີນລົງ ໂທດທ້າວ ບຸນຍັງ ອາຍຸ 59 ປີຢູ່ບ້ານໂນນສະອາດ, ເມືອງ ທ່າແຂກ, ແຂວງຄຳມ່ວນ ໃຫ້ຈຳ ຄຸກເປັນເວລາ 2 ປີພ້ອມປັບໃໝ 5 ແສນກີບ ແລະ ໃຊ້ເງິນແທນຄືນ ໂຈດ ທາງແພງຈຳນວນ 45.500 ໂດລາສະຫະລັດ,14 ລ້ານ 5 ແສນ ກີບ ແລະ ຄ່າສີ້ນ ເປືອງຕ່າງໆຈຳ ນວນ 10 ລ້ານກີບ, ໃນຂໍ້ຫາສໍ້ໂກງ ຊັບພົນລະເມືອງ, ໂດຍຜູ້ກ່ຽວຖືກ ເຈົ້າໜ້າທີ່ຈັບຕົວເມື່ອກາງປີ 2014.
ຄະດີມີຢູ່ວ່າ: ໃນປີ 2008 ທ້າວ ບຸນຍັງ ໄດ້ໄປຈ່າວຂາຍໄມ້ ດູ່ໃຫ້ທ້າວ ວັນ ທອງ ຊຶ່ງເປັນເຈົ້າ ຂອງໂຮງງ ານປຸ່ງແຕ່ງໄມ້ຢູ່ແຂວງໄຊຍະບູລີໃນຈຳນວນ 600 ແມັດ ກ້ອນ, ເຊິ່ງຜູ້ກ່ຽວໄດ້ມີເອກກະ ສານໃຫ້ຂຸດຂົ້ນໄມ້ດູ່ຢູ່ເຂດບ້ານພະແກ້ວ ເມືອງທົ່ງມີໄຊ ແຂວງໄຊຍະ ບູລີ. ຫລັງຈາກນັ້ນ, ທ້າວ ວັນທອງ ຈຶ່ງຕົກລົງຊື້ໃນລາຄາ 300 ໂດລາ ສະຫະລັດ ຫລື ປະມານ 2,4 ລ້ານ ກີບຕໍ່ແມດກ້ອນ ແລະ ຕົກເປັນເງິນ ລວມທັງໝົດ 180 ພັນໂດລາສະ ຫະລັດ ຫລື ປະມານ 1.440 ລ້ານ ກີບ, ພາຍຫລັງຂຸດຄົ້ນໄດ້ໄມ້ປະ ມານ 120 ແມັດ
ກ້ອນທ້າວ ບຸນຍັງ ຈຶ່ງໄປຂໍເງິນນຳທ້າວວັນທອງຕື່ມ ອີກຫລາຍຄັ້ງໂດຍອ້າງວ່າຕ້ອງ ການທຶນໄປລົງທຶນການຂຸດຄົ້ນໄມ້ ມາໃຫ້ຕື່ມອີກປະມານ 45.500 ໂດລາສະຫະລັດກັບ 14 ລ້ານກວ່າ ກີບ, ແຕ່ພາຍຫລັງຂຸດຄົ້ນໄມ້ໄດ້ໄລ ຍະໜຶ່ງພວກ ກ່ຽວບໍ່ໄດ້ເສຍພັນທະ ອາກອນໃຫ້ລັດຈຶ່ງຖືກການຈັດຕັ້ງ ເມືອງທົ່ງມີໄຊຍືດໄມ້ດັ່ງກ່າວແລ້ວ ເອົາຂາຍໃຫ້ທ້າວ ລາມ ຢູ່ໂຮງ ເລື່ອຍເມືອງປາກລາຍ ໂດຍທ້າວ ບຸນຍັງ ບໍ່ໄດ້ແຈ້ງໃຫ້ທ້າວ ວັນທອງ ຮັບຊາບຈຶ່ງໄດ້ມີການໄປແຈ້ງ ຄວາມຕໍ່ເຈົ້າໜ້າທີ່ດຳ ເນີນຄະດີ ຕາມລະບຽບກົດໝາຍ.

No comments:

Post a Comment