Ad

Ad

30 January 2015

ສປປ ລາວ ຈະເປັນເຈົ້າພາບຈັດກອງປະຊຸມເພື່ອນແມ່ນ້ຳຂອງຕອນລຸ່ມສະໄໝພິເສດວ່າດ້ວຍຄວາມຍືນຍົງຂອງແມ່ນ້ຳຂອງຢູ່ປາກເຊ, ແຂວງຈຳປາສັກ ໃນຕົ້ນເດືອນກຸມພານີ້



ສປປ ລາວ ຈະເປັນເຈົ້າພາບ ຈັດກອງປະຊຸມເພື່ອນແມ່ນ້ຳຂອງ ຕອນລຸ່ມສະໄໝພິເສດວ່າດ້ວຍ ຄວາມຍືນຍົງ ຂອງແມ່ນ້ຳຂອງ “Extraordinary Friends of the Lower Mekong (XF LM) Sub-cabinet level meeting Mekong sustainability ຢູ່ທີ່ເມືອງປາກເຊ, ແຂວງ ຈຳປາສັກແຕ່ວັນທີ 2-3 ກຸມພາ ທີ່ຈະມາເຖິງນີ້, ເຊິ່ງຈະມີຄະນະ ຜູ້ແທນຈາກບັນດາປະເທດເຂດລຸ່ມແມ່ນ້ຳຂອງເຊັ່ນ: ກຳປູເຈຍ, ລາວ, ມຽນມາ, ໄທ, ຫວຽດນາມ, ສະຫະ ລັດອາເມລິກາ, ອົດສະເຕເລຍ, ສະ ຫະພາບເອີລົບ, ຍີ່ປຸ່ນ, ສ.ເກົາຫລີ, ເດັນມາກ, ຟີນແລນ, ເຢຍລະມັນ, ເນເທີແລນ, ຝຣັ່ງ, ສະວີເດັນ, ທະ ນາຄານພັດທະນາອາຊີ, ກຸ່ມທະນາ ຄານໂລກ ແລະ ກອງເລຂາຄະນະ ກຳມະການແມ່ຂອງແຫ່ງຊາດ, ໂດຍອີງຕາມການ ພົບປະໂອ້ລົມລະຫວ່າງ ທ່ານ ທອງລຸນ ສີສຸລິດ ຮອງນາ ຍົກລັດຖະມົນຕີ, ລັດຖະ ມົນຕີວ່າການກະຊວງການຕ່າງປະເທດ ຂອງລາວ ແລະ ທ່ານ ຈອນ ເຄຣິ ລັດຖະມົນຕີວ່າການກະຊວງ ການຕ່າງປະເທດຂອງສະຫະລັດ ອາເມລິກາທີ່ກອງປະຊຸມ ລັດຖະມົນຕີການຕ່າງປະເທດເຂດລຸ່ມແມ່ນ້ຳຂອງທີ່ນະຄອນຫລວງ ນາປີດໍ ປະເທດມຽນມາ ໃນປີ 2014. ທັງສອງທ່ານ
ໄດ້ເຫັນດີຮ່ວມກັນຈັດກອງປະ ຊຸມເພື່ອຊ່ວຍແກ້ໄຂບັນ ຫາຜົນກະທົບທາງດ້ານສິ່ງແວດ ລ້ອມໃນການພັດທະນາແມ່ນ້ຳ ຂອງເຊັ່ນ: ການພັດທະນາພື້ນຖານ ໂຄງລ່າງ ແລະ ການພັດທະນາ ແຫລ່ງພະລັງງານທີ່ມີທາງເລືອກ. ທ່ານ ຈອນ ເຄຣິ ໄດ້ສະແດງ ຄວາມຮູ້ບຸນຄຸນຕໍ່ການຮ່ວມມືລະ ຫວ່າງລາວ-ສະຫະລັດ ອາເມລິກາ ທາງດ້ານຂະແໜງການພະລັງ ງານເຊັ່ນ: ການພັດທະ ນາພື້ນຖານ ໂຄງລ່າງໂຄງການກໍ່ສ້າງຕ່າງໆ ຕາມລຳແມ່ນ້ຳຂອງເພື່ອໃຫ້ຄວາມສະດວກໃນການເຄື່ອນຍ້າຍຂອງ ປາ, ການບໍ່ຕົກຕະກອນ ແລະ ການ ກໍ່ສ້າງເຂື່ອນໄຟຟ້າທີ່ມີມາດຕະ ຖານປອດໄພ.
ກອງປະຊຸມເພື່ອນແມ່ນ້ຳ ຂອງ The Friends of the Lower Mekong (FLM) ແມ່ນ ກອງປະຊຸມສົນທະ ນາກັນລະດັບ ຄະນະກຳມະການເພື່ອປັບປຸງການປະສານງານຮ່ວມມືກັນຂອງຜູ້ໃຫ້ການສະໜັບ ສະໜູນໃນຂົງເຂດແມ່ນ້ຳ ຂອງຕອນລຸ່ມ ແລະ ເພື່ອໃຫ້ ການສະໜັບສະໜູນການຮ່ວມຕົວການຮ່ວມມືກັນລະຫວ່າງ ແລະ ການເປັນກຸ່ມກ້ອນກັນຂອງ ສປປ ລາວ, ກຳປູເຈຍ, ມຽນມາ, ໄທ, ຫວຽດນາມ ແລະ ສະຫະລັດອາ ເມລິການ. ປະເທດສະມາຊິກຂອງ FLM ຍັງມີປະເທດອົດສະຕາລີ, ຍີ່ປຸ່ນ, ເກົາຫລີໄຕ້, ນິວຊີແລນ, ສະ ຫະພາບເອີລົບ, ທະນາຄານພັດ ທະນາອາຊີ ແລະ ທະນາຄານໂລກ.

No comments:

Post a Comment