ໃນລະດູການຜະລິດເຂົ້ານາ
ແຊງສົກປີ 2014-2015 ນີ້, ພະ ແນກກະສິກຳແລະປ່າໄມ້ແຂວງ, ນະຄອນ ຫຼວງ ແລະ ການປົກຄອງ ທ້ອງຖິ່ນໄດ້ສຸມຄວາມພະຍາຍາມ
ຂອງຕົນເຂົ້າໃນການປຸກລະດົມຂົນ ຂວາຍກະສິກອນ, ລົງມືປູກເຂົ້າ
ນາແຊງແຕ່ຕົ້ນລະດູການຢ່າງເປັນຂະບວນຟົດຟື້ນໃນເນື່ອທີ່ 126. 600
ເຮັກຕາ ໃຫ້ບັນລຸຄາດໝາຍ ດ້ວຍສະມັດຕະ ພາບການຜະລິດໃຫ້ໄດ້ 5,13
ໂຕນ/ເຮັກຕາ, ຊຶ່ງມາ ຮອດປັດຈຸບັນການປັກດຳໃນທົ່ວປະເທດສຳເລັດແລ້ວເປັນສ່ວນ
ໃຫຍ່, ເຖິງວ່າສະພາບອາການໃນ ຕົ້ນລະດູແລ້ງນີ້ມີຄວາມປັ່ນປ່ວນ,
ຜັນແປເລື້ອຍໆ ແລະ ໜາວເຢັນແກ່ຍາວ, ອາດຈະສົ່ງຜົນກະທົບຕໍ່
ການຈະເລີນເຕີບໂຕຂອງຕົ້ນເຂົ້າກໍ ເປັນໄດ້ ແລະ ອາດເຮັດໃຫ້ການ
ເກັບກ່ຽວບໍ່ໄດ້ດີເທົ່າທີ່ຄວນ ແລະ ຫຼຸດຜ່ອນຜົນກະທົບດັ່ງກ່າວລັດຖະມົນຕີວ່າການກະຊວງກະສິກຳ
ແລະ ປ່າໄມ້ຈຶ່ງໄດ້ອອກແຈ້ງການ ສະບັບເລກທີ 0028/ກປ, ລົງວັນ ທີ 15 ມັງກອນ 2015 ເຖິງຫົວໜ້າ
ພະແນກກະສິກຳ ແລະ ປ່າໄມ້ແຂວງ, ນະຄອນຫຼວງ ແລະ ບັນ ດາກົມ,
ສະຖາບັນອອ້ມຂ້າງກະຊວງຈົ່ງເພີ່ມທະວີເອົາໃຈໃສ່ບົວລະ ບັດຮັກສາເຂົ້ານາແຊງແລະພືດລະດູແລ້ງໃຫ້ ດີຄື:(1) ໃຫ້ກົມສົ່ງເສີມກະສິກຳ ແລະ ສະຫະກອນເປັນເຈົ້າການສົມ ທົບກັບພະແນກກະສິກຳ ແລະ
ປ່າໄມ້ແຂວງ, ນະຄອນ
ຫລວງພ້ອມກັນຫັນພະນັກງານລົງ
ນຳພາກະສິກອນແຕ່ລະບ້ານ, ແຕ່ ລະຈຸດສຸມ-ກຸ່ມບ້ານຢ່າງແຂງແຮງ
ເພື່ອປຸກລະດົມ, ໂຄສະນາເຜີຍແຜ່
ເຕັກນິກກ່ຽວກັບການບົວລະບັດຮັກສາ, ໃສ່ຝຸ່ນປັບປຸງດິນ, ເກັບກ່ຽວມ້ຽນມັດເຂົ້ານາແຊງ, ປູກພືດກະສິ
ກຳເປັນສິນຄ້າໃຫ້ເປັນຂະບວນຟົດຟື້ນ ແລະ ຕໍ່ເນື່ອງດ້ວຍຫລາຍວິທີການທີ່ມີປະສິດທິຜົນເປັນຕົ້ນຈັດ
ຕັ້ງການຝຶກອົບຮົມ ກັບທີ່ ແລະ ດຳ ເນີນການໂຄສະນາເຜີຍແຜ່ຜ່ານສື່
ຕ່າງໆຢ່າງທັນສະພາບການເຊັ່ນ: ໂທລະພາບ, ວິທະຍຸ, ຄູ່ມື, ປົດສະ ເຕີ, ໜັງສືພິມ
ແລະ ອື່ນໆ ແນໃສ່ ນຳໃຊ້ເຕັກນິກວິທະຍາສາດການ ຜະລິດນາແຊງແບບກະເສດສຸມ ຢ່າງກວ້າງຂວາງ. (2)
ມອບໃຫ້ ພະແນກກະສິກຳ ແລະ ປ່າໄມ້ ແຂວງ, ນະຄອນຫລວງເປັນເຈົ້າ
ການປະສານສົມທົບກັບພາກສ່ວນກ່ຽວ ຂ້ອງກະກຽມຝຸ່ນ, ຢາປາບ
ສັດຕູພືດເພື່ອສະໜອງໃຫ້ກະສິ ກອນຢ່າງທົ່ວເຖິງ ແລະ ທັນລະ ດູການ.
ພ້ອມກັນນັ້ນກໍປຸກລະ ດົມ ຂະບວນຂົນຝຸ່ນຄອກ, ຝຸ່ນບົ່ມ, ຝຸ່ນ ຊີວະພາບລົງໃສ່ນາ, ເຮັດຕາມຄຳ ຂວັນ “ເດີ່ນບ້ານສະອາດທົ່ງນາ ງາມ”. (3) ໃຫ້ກົມຄຸ້ມຄອງດິນ
ກົມປູກຝັງເປັນເຈົ້າການກວດກາ ຄຸນນະພາບຝຸ່ນເຄມີ ແລະ ຢາປາບ ສັດຕູພືດໃຫ້ຖືກ ຕ້ອງ ຕາມມາດຖານ
ແລະ ລະບຽບການໂດຍສະ ເພາະຢາປາບສັດຕູພືດຕ້ອງຫ້າມ, ພ້ອມທັງແນະນຳວິທີການນຳໃຊ້ທີ່ປອດໄພ,
ຖືກຫລັກການ ແລະ ມີປະ ສິດທິຜົນແນໃສ່ການສະໜອງຝຸ່ນ, ຢາປາບສັດຕູພືດທີ່ມີຄຸນນະພາບໃຫ້ພຽງພໍກັບຄວາມຕ້ອງການ ແລະ
ນຳໃຊ້ຢ່າງຖືກຕ້ອງຕາມຫລັກວິຊາການມີຄວາມປອດໄພຕໍ່ຜູ້ຊົມໃຊ້, ຜູ້
ບໍລິໂພກ ແລະ ສິ່ງແວດລ້ອມ. (4) ຕ້ອງເອົາໃຈໃສ່ຮັກສານ້ຳໃນທົ່ງ
ນາໃຫ້ຢູ່ໃນລະດັບທພຽງພໍເພື່ອໃຫ້ ຕົ້ນເຂົ້າ ແລະ ຕົ້ນກ້າມີຄວາມແຂງ
ແຮງທົນທານຕໍ່ສະພາບອາກາດ ໜາວ ແລະ ຈະເລີນເຕີບໃຫຍ່ຕໍ່ ເນື່ອງໂດຍມອບໃຫ້ກົມຊົນລະປະ
ທານເປັນເຈົ້າການປະສານສົມທົບກັບພາກສ່ວນກ່ຽວຂ້ອງຂອງສູນ ກາງ ແລະ ທ້ອງຖິ່ນພ້ອມກັນກວດ
ກາການຄຸ້ມຄອງນ້ຳ, ລະບົບຈັກ ສູບນ້ຳ-ຄອງເໝືອງພ້ອມທັງຫັນ
ວິຊາການຊົນລະປະທານລົງຊ່ວຍກະສິກອນຢ່າງທັນການແຕ່ຫົວທີ ເພື່ອຄຸ້ມຄອງການນຳໃຊ້ນ້ຳຖືກ
ຕ້ອງຕາມຫລັກວິຊາການຮັບປະ ກັນໃຫ້ມີນ້ຳພຽງພໍຫລໍ່ລ້ຽງຕົ້ນເຂົ້າຈົນຮອດຍາມເກັບກ່ຽວ,
ໃນເຂດ ທີ່ເຄີຍປັກດຳຫລ້າຊ້າຍ້ອນນ້ຳບໍ່ ພຽງພໍກໍໃຫ້ປຸກລະດົມປະຊາຊົນ
ເປັນເຈົ້າການຄຸ້ມຄອງນຳໃຊ້ນ້ຳ ຢ່າງປະຢັດ, ເກັບກັກນ້ຳໄວ້ໃນ
ບ່ອນທີ່ມີເງື່ອນໄຂເພື່ອສາມາດແກ້ ໄຂນ້ຳໃສ່ນາໄດ້ລະດັບໃດໜຶ່ງໃນກໍລະນີສຸກເສີນ. (5)
ໃຫ້ກົມປູກຝັງ ສົມທົບພະແນກກະສິກຳ ແລະ ປ່າ ໄມ້ແຂວງ, ນະຄອນຫລວງເອົາໃຈ ໃສ່ຕິດຕາມຢ່າງໃກ້ຊິດຂອງສະ ພາບອາກາດຕິດພັນກັບພະຍາດ ແລະ
ແມງໄມ້ເພື່ອຄາດຄະເນ ເຕືອນໄພ ແລະ ແຈ້ງລ່ວງໜ້າສະ ພາບການລະບາດແມ້ງໄມ້, ສັດ ຕູພືດໃຫ້ກະສິກອນຮູ້ຢ່າງທັນເວ
ລາ, ໂດຍສະເພາະໃນໄລຍະທີ່ມີ ອາກາດຮ້ອນອົບເອົ້າເຊິ່ງເປັນ
ເງື່ອນໄຂເໝາະສົມໃຫ້ສັດຕູພືດລະບາດແບບກະທັນຫັນເຊັ່ນ: ເພ້ຍຈັກ ຈັ່ນສີນ້ຳຕານ, ດ້ວງກໍ ແລະ ສັດຕູ ພືດອື່ນໆ. ພ້ອມກັນນັ້ນກໍໃຫ້ເອົາໃຈ
ໃສ່ເສຍຫຍ້າຂ້າຫຸ່ນຕາມຄັນນາ ແລະ ບໍລິເວນໃກ້ຄຽງເພື່ອທຳ ລາຍບ່ອນລີ້ຊ້ອນຂອງສັດຕູພືດຕ່າງໆ.
ຖ້າພົບສະພາບການທຳລາຍຂອງສັດຕູພືດ ຫລື ໄພທຳມະຊາດເກີດຂຶ້ນຢູ່ທ້ອງຖິ່ນໃດໃຫ້ວິຊາການທ້ອງຖິ່ນນັ້ນແກ້ໄຂຢ່າງທັນການ,
ໂດຍ ປະສານສົມທົບກັບກົມປູກຝັງ, ແລະ
ພາກສ່ວນກ່ຽວຂ້ອງອື່ນໆ, ພ້ອມດຽວກັນກໍລາຍງານອຳນາດການປົກຄອງທ້ອງຖິ່ນເປັນປົກກະຕິ.
(6) ໃຫ້ສະຖາບັນຄົ້ນຄວ້າກະ ສິກຳ ແລະ ປ່າໄມ້, ກົມສົ່ງເສີມກະ ສິກຳ ແລະ ສະຫະກອນສົມທົບກັບ ພະແນກກະສິກຳ ແລະ ປ່າໄມ້ ແຂວງ,
ນະຄອນຫລວງຈັດສົ່ງວິ ຊາການຂອງຕົນລົງຊ່ວຍກະສິ ກອນໃນການຄັດເລືອກ,
ເກັບຮັກ ສາ ແລະ ແຮແນວປູກຄຸນນະພາບ ໄວ້ໃຫ້ຖືກຕ້ອງຕາມເຕັກນິກວິຊາ
ການມີປະລິມານພຽງພໍສຳລັບລະດູການຕໍ່ໄປແນໃສ່ການຫັນເປັນກົນຈັກ ແລະ ທັນສະໄໝເພື່ອຜະລິດ
ເຂົ້າ ແລະ ພືດເປັນສິນຄ້າທີ່ມີຄຸນ ນະພາບ, (7) ໃນການຈັດຕັ້ງປະ
ຕິບັດຕົວຈິງ, ບັນດາກົມ, ສະຖາບັນ ແລະ
ພະແນກກະສິກຳ ແລະ ປ່າ ໄມ້ແຂວງ, ນະຄອນຫລວງຫາກ
ພົບບັນຫາຫຍຸ້ງຍາກທີ່ບໍ່ສາມາດ ແກ້ໂຂໂດຍທ້ອງຖິ່ນໃຫ້ລາຍງານ ໂດຍກົງຕໍ່ການນຳກະຊວງກະສິກຳ
ແລະ ປ່າໄມ້ເພື່ອຫາວິທີແກ້ໄຂໄດ້ ຢ່າງທັນການ.
No comments:
Post a Comment