Ad

Ad

30 January 2015

ລາຄາສິນຄ້າຢູ່ທ້ອງຕະຫຼາດໃນນະຄອນຫຼວງວຽງຈັນບາງປະເພດມີລາຄາແພງຂຶ້ນ



ຈາກການລົງຕິດຕາມຂອງ ນັກຂ່າວພວກເຮົາໃນວັນທີ 28 ມັງ ກອນນີ້, ເຫັນວ່າລາຄາພືດຜັກບາງ ປະເພດມີລາຄາ ແພງຂຶ້ນຄື: ໝາກ ເຜັດລາຄາ 25-30 ພັນກີບ/ກິໂລ, ໝາກນາວ ລາຄາ 10-12 ພັນ ກີບ/ກິໂລ, ໝາກຖົ່ວລາຄາ 10-15 ພັນ ກີບ/ກິໂລ, ໝາກແຕງ, ໝາກ ເຂືອ, ຜັກສະລັດ, ຜັກບົ້ງ ລາຄາ 4-6 ພັນກີບ/ກິໂລ, ໝາກເລັ່ນ, ກະ ຫລ່ຳ, ຜັກກາດ ລາຄາ 6-10 ພັນ ກີບ/ ກິໂລ, ຫອມລາບ, ຫອມບົ່ວ ແລະ ຫອມປ້ອມ ລາຄາ 4-5 ພັນ ກີບ/ກິໂລ. ສຳລັບຊີ້ນງົວລາຄາ 75-80 ພັນກີບ/ກິໂລ, ຊີ້ນໝູ 35-40 ພັນກີບ/ກິໂລ, ເປັດ-ໄກ່ 35-40 ພັນກີບ/ກິໂລ, ປາກະຊັງ ແລະ ປາດຸກພັນ 18-20 ພັນກີບ/ ກິໂລ ແລະ ປາທຳມະຊາດອື່ນໆ ກໍມີລາຄາແພງຕາມໆກັນ ແລະ ຄາດວ່າລາຄາສິນຄ້າຍັງຈະສືບຕໍ່ ແພງຂຶ້ນໄປຮອດໄລຍະ ບຸນປີໃໝ່ ຂອງຊາວຈີນ, ຫວຽດນາມທີ່ຈະມີ ຂຶ້ນໃນລະຫວ່າງກາງເດືອນກຸມພານີ້.

No comments:

Post a Comment