Ad

Ad

30 January 2015

ມີຜູ້ປະກອບການອາຫານຫຼາຍກວ່າຮ້ອຍຮ້ານເຂົ້າຮ່ວມເທດສະການອາຫານລາວຄັ້ງນີ້



ງານເທດສະການອາຫານລາວ ຄັ້ງທີ 10 ໄດ້ເປີດຂຶ້ນໃນວັນທີ 29 ມັງກອນ ທີ່ເດີນສາທາລະນະ ສວນເຈົ້າອານຸວົງ(ແຄມຂອງ) ນະຄອນຫຼວງວຽງຈັນ, ເຊິ່ງງານ ດັ່ງກ່າວຈະຈັດຂຶ້ນເປັນເວລາ 3 ວັນ ແຕ່ທີ 29-31 ມັງກອນນີ້. ມີຮ້ານຮ່ວມວາງ ສະແດງ ແລະ ຂາຍສິນ ຄ້າທັງໝົດ 120 ກວ່າຮ້ານ, ໃນນັ້ນ 97 ຮ້ານ ສຳລັບຜູ້ປະ ກອບການ ວາງສະແດງ ແລະ ຂາຍອາຫານ, ເຄື່ອງດື່ມ, ຢາສະໝຸນໄພ ແລະ ເຄື່ອງ ຫັດຖະກຳ.  ໃນນີ້ມື້ທຳອິດ ຂອງງານເທດ ສະການອາຫານ ລາວໄດ້ສ້າງຄວາມສົນ ໃຈໃຫ້ຜູ້ຄົນຫຼັ່ງໄຫຼເຂົ້າມາທ່ຽວຊົມ ແລະ ເລາະ ຊິມອາຫານເປັນຈຳນວນຫຼວງຫຼາຍ.
ທ່ານ ນາງ ຈັນທະຈອນ ວົງ ໄຊປະທານສະມະຄົມນັກທຸລະກິດ ຍິງທັງເປັນປະທານຈັດງານກ່າວ ວ່າ: ການຈັດງານ ຄັ້ງນີ້ແມ່ນການ ຊີ້ນຳຂອງສູນກາງສະຫະພັນແມ່ ຍິງລາວ, ເພື່ອຄຳນັບຮັບຕ້ອນວັນ ປະຫວັດສາດທີ່ສຳຄັນຂອງຊາດ ຄື: ວັນສ້າງຕັ້ງພັກປະຊາຊົນປະ ຕິວັດລາວຄົບຮອບ 60 ປີ, ວັນສະ ຖາປະນາ ສປປ ລາວ ຄົບຮອບ 40 ປີ, ວັນສ້າງຕັ້ງສະ ຫະພັນແມ່ຍິງ ລາວຄົບຮອບ 60 ປີ ແລະ ວັນ ແມ່ຍິງສາກົນ ທີ 8 ມີນາ ທີ່ຈະມາ ເຖິງນີ້ ແລະ ເປັນການປະກອບ
ສ່ວນສ້າງສັນຍາລັກ, ເຕືອນສະ ຕິໃຫ້ມວນຊົນຮູ້ຈັກສະຫງວນຮັກ ແລະ ສົ່ງເສີມຮີດຄອງປະເພນີ, ວັດ ທະນະທຳອັນດີງາມ ຂອງຊາດ ທາງດ້ານການນຸ່ງຖື ແລະ ອາຫານ ການກິນ. ໃນນັ້ນ ໄດ້ສ້າງໂອກາດ ໃຫ້ຜູ້ປະກອບການໃນຂະແໜງ ການປຸງແຕ່ງ ອາຫານຢູ່ເຂດແຂວງຕ່າງໆໃນທົ່ວປະເທດໄດ້ເຂົ້າມາ ຮ່ວມວາງສະແດງ ແລະ ຂາຍຜະ ລິດຕະພັນຂອງຕົນ ແລະ ມີໂອກາດ ໄດ້ແລກປ່ຽນບົດຮຽນປະສົບການ, ຮູ້ຈັກປັບປຸງຜົນຜະລິດ ແລະ ສາ ມາດຕອບສະໜອງຄວາມຕ້ອງ ການຂອງສັງຄົມ, ໂດຍແນໃສ່ສົ່ງ ເສີມໃຫ້ແມ່ຍິງລາວບັນ ດາເຜົ່າໄດ້ ປະກອບສ່ວນເຂົ້າໃນການຜະລິດ ເປັນສິນຄ້າ, ສ້າງລາຍຮັບໃຫ້ ຄອບ ຄົວນັບມື້ຫຼາຍຂຶ້ນ. ງານຄັ້ງນີ້ ໂດຍການເຂົ້າຮ່ວມຂອງທ່ານ ສີໃສ ລືເດດມູນສອນ ກຳມະການສູນ ກາງພັກ, ປະທານສູນ ກາງສະຫະ ພັນແມ່ຍິງລາວ ແລະ ແຂກທີ່ຖືກ ເຊີນເຂົ້າຮ່ວມຢ່າງຫຼວງຫຼາຍ. ໃນ ມື້ທຳອິດຂອງງານກໍໄດ້ມີການ ແຂ່ງຂັນ ປຸງແຕ່ງເຂົ້າປຸ້ນຈາກ 11 ໂຮງຮຽນວິຊາຊີບແຂວງຕ່າງໆຄື: ແຂວງຫຼວງນ້ຳທາ, ອຸດົມໄຊ, ຫົວ ພັນ, ຊຽງຂວາງ, ຄຳມ່ວນ, ສະ ຫວັນນະເຂດ, ຈຳປາສັກ, ເຊກອງ, ອັດຕະປື ແລະ ນະຄອນຫຼວງວຽງ ຈັນ. ເຊິ່ງຜົນການແຂ່ງຂັນຜູ້ຊະນະ ເລີດໄດ້ແກ່: ໂຮງຮຽນເຕັກນິກວິ ຊາຊີບແຂວງຈຳປາສັກຈາກເຂົ້າ ປຸ້ນນ້ຳປາຄໍ່ໄດ້ຮັບລາງວັນເງິນສົດ ມູນຄ່າ 3 ລ້ານກີບ ພ້ອມໃບຍ້ອງຍໍ, ຮອງຊະນະເລີດອັນດັບໜຶ່ງແມ່ນ ໂຮງຮຽນເຕັກນິກວິຊາຊີບແຂວງ ຄຳມ່ວນ ຈາກເຂົ້າປຸ້ນນ້ຳປາຍອນ ໜ້າໝູໄດ້ຮັບເງິນສົດ 2 ລ້ານກີບ ພ້ອມໃບຍ້ອງຍໍ, ຮອງຊະນະເລີດ ອັນດັບສອງແມ່ນໂຮງຮຽນເຕັກ ນິກວິຊາຊີບແຂວງຫຼວງນ້ຳທາປຸງແຕ່ງເຂົ້າປຸ້ນນ້ຳພິກໄດ້ຮັບເງິນສົດ 1 ລ້ານ 5 ແສນກີບ ພ້ອມໃບຍ້ອງ ຍໍ, ຮອງຊະນະເລີດອັນດັບສາມ ແມ່ນໂຮງຮຽນເຕັກນິກວິຊາຊີບ ແຂວງອັດຕະປືປຸງແຕ່ງເຂົ້າປຸ້ນນໍ້າກະທິໄດ້ຮັບເງິນສົດ 1 ລ້ານກີບ ພ້ອມໃບຍ້ອງຍໍ ແລະ ຮອງຊະນະ ເລີດອັນດັບ 4 ແມ່ນ ໂຮງຮຽນເຕັກ ນິກວິຊາຊີບແຂວງສະຫວັນນະເຂດ ປຸງແຕ່ງເຂົ້າປຸ້ນນ້ຳປາຄໍ່ໄດ້ຮັບ ເງິນສົດ 7 ແສນກີບ ພ້ອມໃບຍ້ອງ ຍໍ.ສ່ວນແຂວງທີ່ໄດ້ລາງວັນຊົມ ເຊີຍແມ່ນໄດ້ຮັບເງິນສົດ 5 ແສນ ກີບພ້ອມໃບຍ້ອງຍໍອີກດ້ວຍ.
ນາງ ເດືອນໃຈ ແກ້ວມະຫາ ວົງ ນັກຮຽນປີທີ 3 ຈາກໂຮງຮຽນ ເຕັກນິກວິຊາຊີບແຂວງຈຳປາສັກ ສາຂາການປຸງແຕ່ງອາຫານໃຫ້ຮູ້ ວ່າ: ເຂົ້າປຸ້ນນ້ຳປາຄໍ່ເປັນອາຫານ ພື້ນບ້ານ ແລະ ນິຍົມກັນຮັບປະທານ ຫຼາຍຢູ່ໃນແຂວງຈຳປາສັກ. ເຊິ່ງ ວິທີການເຮັດເສັ້ນເຂົ້າປຸ້ນແມ່ນໄດ້ ນຳເອົາເຂົ້າຈ້າວແດງມາມ່າໄວ້ 3 ມື້ຫຼັງຈາກນັ້ນກໍມາບົດເອົານ້ຳ ແລະ ມັດເຕັງໄວ້ 3 ມື້ ແລະ ກໍນຳເອົາໄປ ບີບ ແລະ ຕົ້ມ ເປັນປົກກະຕິ. ສ່ວນ ການເຮັດນ້ຳແມ່ນໃຊ້ປາຄໍ່ທີ່ມີຢູ່ໃນທຳມະຊາດທັງໝົດ ເຊັ່ນ:  ຜັກບົ່ວ, ຜັກຫອມ, ປາແດກ ແລະ ອື່ນໆ.
ສິ່ງທີ່ຊະນະໃຈກຳມະການທີ່ໄດ້ລາງວັນຊະນະເລີດແມ່ນການ ປຸງແຕ່ງເຂົ້າປຸ້ນນ້ຳປາຄໍ່ທີ່ມີເອກະລັກສະ ເພາະເປັນເຂົ້າປຸ້ນທີ່ມີລົດ ຊາດແຊບເພາະວ່າເນື້ອປາແມ່ນປາຄໍ່ທີ່ໄດ້ຈາກທຳມະຊາດ, ວັດຖຸດິບ ທີ່ນຳມາໃຊ້ກໍສົດ ແລະ ໃໝ່, ເສັ້ນເຂົ້າປຸ້ນກໍມາຈາກເຂົ້າຈ້າວແດງຈຶ່ງເຮັດໃຫ້ນຸ່ມ ແລະຫອມອີກດ້ວຍ.








ແມ່ຄ້າຂາຍຜັກຢູ່ຕະຫລາດ ທົ່ງຂັນຄຳ ໃຫ້ຮູ້ວ່າ: ລາຄາສິນຄ້າ ໃນປັດຈຸບັນແມ່ນມີການເໜັງຕີງ ຂຶ້ນໆ-ລົງໆ ເຮັດໃຫ້ການຂາຍສິນ ຄ້າໄດ້ຍາກ, ລູກຄ້າທີ່ເຄີຍມາຊື້ ເຄື່ອງເປັນປະຈຳກໍຊື້ໜ້ອຍລົງ, ສິນ ຄ້າທີ່ເຄີຍໄດ້ຂາຍດີ, ກໍບໍ່ສາມາດ ຂາຍໄດ້.
ຂະນະດຽວກັນຍັງມີແມ່ຄ້າ ຈຳນວນໜຶ່ງມີນິໃສມັກສວຍໂອ ກາດຂຶ້ນລາຄາໃນໄລຍະມີເທດສະການສຳຄັນ, ຈຶ່ງເປັນສາເຫດເຮັດ ໃຫ້ລາຄາສິນຄ້າມີລາຄາສູງຂຶ້ນ, ແຕ່ແນວໃດກໍຕາມທາງພາກສ່ວນກ່ຽວຂ້ອງ, ໂດຍສະເພາະພະນັກ ງານຈັດສັນ ແລະ ການຄ້າຄວນ ອອກແຈ້ງການ ແລະ ດຳເນີນການ ຄວບຄຸມລາຄາສິນຄ້າເພື່ອບໍ່ໃຫ້ມີ ການຂຶ້ນລາຄາດ້ວຍຕົນເອງແບບ ລຳພັງດັ່ງຜ່ານມາ.

No comments:

Post a Comment