ທ່ານຮອງປະທານປະເທດ ບຸນຍັງ
ວໍລະຈິດ ໄດ້ກ່າວຕໍ່ກອງປະ ຊຸມຊາວໜຸ່ມປະຊາ ຊົນປະຕິວັດ ລາວຄັ້ງທີ V ສະໄໝທີ 6 ເມື່ອວັນທີ 28 ມັງກອນຜ່ານມາວ່າ: ໃນເງື່ອນ
ໄຂ ສະພາບເສດຖະກິດ-ສັງຄົມມີ ການຂະຫຍາຍຕົວຢ່າງວ່ອງໄວ, ການເຊື່ອມໂຍງກັບພາກພື້ນ
ແລະ ສາກົນນັບມື້ມີການພົວພັນຢ່າງ ກວ້າງຂວາງ, ລະບົບວິທະຍາສາດ
ເຕັກໂນໂລຊີ ແລະ ຂໍ້ມູນຂ່າວສານ ນັບມື້ມີຄວາມທັນສະໄໝວ່ອງໄວຄືປັດຈຸບັນນີ້
ເຫັນວ່າການພັດທະນາ ດັ່ງ ກ່າວແມ່ນມີທັງດ້ານທີ່ຕັ້ງໜ້າ ແລະ ດ້ານຫຍໍ້ທໍ້ປະກົດການບໍ່ດີ
ຂອງສັງຄົມນັບມື້ເພີ່ມຂຶ້ນ ເຊັ່ນ: ບັນ ຫາຢາເສບຕິດ,ກຸ່ມແກ້ງອັນຕະ
ພານ, ປຸ້ນຈີ້ຊິງຊັບ, ຂີ້ລັກງັດແງະ,
ຫລີ້ນກີນ ຟູມເຟືອຍ, ດຳລົງຊີວິດຜິດ
ແປກໄປຈາກຮີດຄອງປະເພນີ ແລະ ໄພສັງຄົມອື່ນໆ, ເຊິ່ງບັນຫາ
ເຫລົ່ານີ້ລ້ວນແລ້ວແຕ່ປິ່ນອ້ອມຢູ່ໃນຖັນແຖວຊາວໜຸ່ມ-ໄວໜຸ່ມເຮົາ, ສະນັ້ນພາກສ່ວນທີ່ຈະສາມາດແກ້
ໄຂບັນຫາໃຫ້ຫລຸດ ໜ້ອຍລົງໄດ້ດີທີ່ສຸດກໍແມ່ນຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວເພາະ
ວ່າເປັນອົງການຈັດຕັ້ງມະຫາຊົນ ສຳຄັນ ຂອງພັກ ແລະ ລັດ, ໃນການ
ຕິດຕາມກວດກາຊຸກຍູ້ຂະບວນ ການຊາວໜຸ່ມລາວໃນທົ່ວປະເທດ ເພື່ອໃຫ້ກາຍເປັນຜູ້ທີ່ມີ
ຄວາມຮູ້ຄວາມສາມາດ, ມີຄຸນສົມບັດດີ, ກາຍເປັນຜູ້ສືບທອດພາລະກິດປະຕິວັດຂອງພັກ
ແລະ ລັດຢ່າງເຂັ້ມ ແຂງໃນຕໍ່ໜ້າ ທ່ານປະທານປະເທດເນັ້ນວ່າ: ການແກ້ໄຂບັນຫາອັນ
ກ່ອນອື່ນໝົດກໍແມ່ນພວກເຮົາຕ້ອງ ຖືສຳຄັນການເອົາໃຈໃສ່ສືກສາອົບ ຮົມການເມືອງແນວຄິດໃຫ້ຊາວ
ໜຸ່ມໃຫ້ກວ້າງຂວາງທົ່ວເຖິງ ແລະ ເພີ່ມທະວີບົດບາດການນຳພາໂດຍ ການເປີດຂະບວນ ການແກ້ໄຂປະ
ກົດການຫຍໍ້ທໍ້ໃນຖັນແຖວຊາວໜຸ່ມ-ເຍົາວະຊົນໃຫ້ມີການຫັນປ່ຽນໃໝ່ຢ່າງຕັ້ງໜ້າ,ຊຸກຍູ້ສົ່ງເສີມເຕົ້າໂຮມ ເອົາຊາວໜຸ່ມມີໂອກາດເຂົ້າຮ່ວມ
ເຄື່ອນໄຫວຢູ່ໃນອົງການຈັດຕັ້ງຂັ້ນຕ່າງໆທີ່ບໍ່ເປັນການຂັດກັບລະບຽບກົດໝາຍເພື່ອເຮັດ ແນວໃດໃຫ້ບົດ
ບາດຂອງຊາວໜຸ່ມລາວສົມກັບຄຳເວົ້າທີ່ວ່າ:ຊາວໜຸ່ມລາວເປັນແຂນ ຂວາຂອງພັກ ແລະ ລັດ,
ເປັນກະ ດູກສັນຫລັງຂອງຊາດ ແລະ ເປັນ
ອິນຊີເຫລັກທີ່ບໍ່ຫວັ່ນກົວຕໍ່ພະຍຸລົມ ແດງ.
No comments:
Post a Comment