Ad

Ad

30 January 2015

ນາຍຍົກລັດຖະມົນຕີອອກຄຳສັ່ງໃຫ້ເອົາໃຈໃສ່ປ້ອງກັນແລະສະກັດກັ້ນໄຂ້ເລືອດອອກໃຫ້ມີປະສິດທິຜົນ



ປັດຈຸບັນສະພາບອາການດມີການປ່ຽນແປງ, ເຮັດໃຫ້ສິ່ງແວດ ລ້ອມເອື້ອອຳນວຍແກ່ການຂະ ຫຍາຍພັນຂອງຍຸງ ລາຍ, ບວກໃສ່ ການເຄື່ອນຍ້າຍຂອງປະຊາກອນ ທັງພາຍໃນ ແລະ ລະຕ່າງປະເທດ ເພີ່ມຂື້ນຢ່າງຫຼວງຫຼາຍ, ຊຶ່ງເປັນ ການອຳ ນວຍຄວາມສະດວກໃຫ້ ແກ່ການສັນຈອນຂອງເຊື້ອຈຸລະ ໂລກທັງ 4 ຊະນິດທີ່ເປັນສາເຫດ ພາໃຫ້ເກີດການລະບາດຂອງພະ ຍາດໄຂ້ຍຸງລາຍ,(ໄຂ້ເລືອດອອກ) ແລະ ເພື່ອເປັນການປ້ອງກັນບໍ່ໃຫ້ ມີການລະບາດຂອງດັ່ງກ່າວດັ່ງປີ ຜ່ານມານັ້ນ, ທ່ານນາຍົ ກລັດຖະມົນຕີ, ຈຶ່ງໄດ້ອອກຄຳສັ່ງສະບັບ ເລກທີ 02/ນຍ, ລົງວັນທີ 23 ມັງ ກອນ 2015 ວ່າດ້ວຍການປ້ອງກັນ ແລະ ສະ ກັດກັ້ນການລະບາດ ຂອງພະຍາດໄຂ້ຍຸງລາຍປະຈຳປີ 2015 ດັ່ງນີ້:
1. ໃຫ້ກະຊວງສາທາລະນະ ສຸກຮີບຮ້ອນແນະນຳພະແນກສາ ທາລະນະສຸກນະຄອນຫລວງ, ແຂວງໃນຂອບເຂດທົ່ວ ປະເທດໃນການສ້າງແຜນກຽມຄວາມພ້ອມ ໃນການປ້ອງກັນ ແລະ ສະກັດກັ້ນ ການລະບາດແຕ່ຫົວທີ, ຮັບປະກັນໃຫ້ມີ ການລຸລ່ວງ, ແນະນຳ, ມີການ ປັບປຸງໜ່ວຍງານວິຊາສະເພາະທີ່ ກ່ຽວຂ້ອງດ້ານການກວດກາ ແລະ ຕິດ ຕາມໜອນນ້ຳ, ໜ່ວຍງານຄວບຄຸມພາຫະນະນຳເຊື້ອ, ໜ່ວຍງານ ເຝົ້າລະວັງ ແລະ ຕອບໂຕ້ດ່ວນ, ໜ່ວຍງານປະ ຊາສຳພັນ, ໜ່ວຍງານປິ່ນ ປົວຄຸ້ມຄອງກໍລະນີໃຫ້ມີ ການກຽມພ້ອມແຕ່ລະດັບແຂວງ, ນະຄອນຫລວງວຽງຈັນລົງຮອດ ສາທາລະນະສຸກເມືອງ, ສຸກ ສາລາ ແລະ ຂັ້ນບ້ານ, ຕິດຕາມສະພາບ ເປັນປະຈຳນັບແຕ່ເດືອນມັງກອນນີ້ເປັນຕົ້ນໄປ.

2. ໃຫ້ບັນດາເຈົ້າແຂວງ, ເຈົ້າຄອງນະຄອນຫລວງວຽງຈັນ ກໍຄືຄະນະກຳມະການຕ້ານ ແລະ ຄວບຄຸມພະຍາດຕິດ ຕໍ່ຂັ້ນແຂວງ, ນະຄອນຫລວງຕິດຕາມຊີ້ນຳອຳ ນາດການປົກຄອງເມືອງ, ກຸ່ມ ບ້ານ ແລະ ບ້ານໃຫ້ມີການອຳ ນວຍຄວາມສະ ດວກ, ປຸກລະດົມ ປະຊາຊົນອະນາໄມເຮືອນຊານ ບ້ານຊ່ອງ, ທຳລາຍແຫ່ງເພາະພັນ ຂອງຍຸງລາຍເພື່ອປ້ອງກັນບໍ່ໃຫ້ມີ ການລະບາດຂອງໄຂ້ຍຸງລາຍ. ເມື່ອຫາກມີສະພາບເກີດຢູ່ແຂວງ ໃດ, ເມືອງໃດ ແລະ ບ້ານໃດກໍໃຫ້ ສຸມກຳລັງໃສ່ເພື່ອແກ້ ໃຫ້ທັນ, ບໍ່ປະໃຫ້ການລະບາດແກ່ຍາວເຊິ່ງອາດຈະລາມໄປໃນບໍລິເວນກວ້າງ ຂວາງ, ໃຫ້ເອົາວຽກງານປ້ອງກັນ ໄຂ້ຍຸງລາຍ ເປັນວຽກໜຶ່ງໃນວຽກ ງານທີ່ສຳຄັນບູລິມະສິດຂອງຄະ ນະນຳຂອງແຂວງ, ເມືອງມີການປະຊຸມຖອດຖອນບົດຮຽນ ກະກຽມຄວາມພ້ອມເປັນປະຈຳ.
3. ໃຫ້ກະຊວງສຶກສາທິການ ແລະ ກິລາ ແນະນຳມະຫາວິທະຍາ ໄລແຫ່ງຊາດ, ບັນດາກົມມະຫາ ພາກທີ່ມີສ່ວນຊີ້ນຳໂຮງ ຮຽນມັດທະຍົມ, ໂຮງຮຽນປະຖົມ, ໂຮງ ຮຽນອະນຸບານ, ໂຮງຮຽນເອກະ ຊົນໃນຂອບເຂດທົ່ວປະເທດໃຫ້ ສ້າງແຜນປ້ອງ ກັນໄຂ້ຍຸງລາຍໃນ ໂຮງຮຽນໂດຍສະເພາະສ້າງກິດຈະກຳທຳລາຍແຫລ່ງເພາະພັນຍຸງ ລາຍພາຍໃນໂຮງຮຽນຢ່າງເປັນ ປະຈຳ ແຕ່ລະອາທິດ.
4. ໃຫ້ກະຊວງຖະແຫລງ ຂ່າວ, ວັດທະນະທຳ ແລະ ທ່ອງ ທ່ຽວເຜີຍແຜ່ຄວາມຮູ້ໃຫ້ແກ່ປະຊາຊົນຢ່າງ ທົ່ວເຖິງ ກ່ຽວກັບຄວາມຮູ້ໃນການກຳຈັດແຫລ່ງເພາະພັນຍຸງລາຍ, ຄວາມຮູ້ໃນການປ້ອງກັນ ແລະ ປຸກລະດົມໃຫ້ໄດ້ ມີຂະບວນ ການທຳລາຍແຫລ່ງເພາະພັນຍຸງ ລາຍຢ່າງເປັນປະຈຳຢູ່ຄຸ້ມບ້ານ ຕ່າງໆໃນຂອບເຂດທົ່ວປະເທດ.
5. ໃຫ້ກະຊວງປ້ອງກັນປະ ເທດ, ກະຊວງປ້ອງກັນຄວາມສະ ຫງົບເອົາໃຈໃສ່ສ້າງແຜນຕ້ານໄຂ້ ຍຸງລາຍໃນກົມກອງ ທີ່ມີກຳລັງທະຫານ, ກຳລັງຕຳຫລວດອາໄສຢູ່, ຮັບປະກັນໃຫ້ມີຂະບວນການກວດກາໜອນ ນ້ຳຍຸງລາຍເປັນປະຈຳໃນກົມກອງເຫລົ່ານັ້ນ.

No comments:

Post a Comment