ໃນວັນທີ 30 ມັງກອນນີ້, ບໍລິສັດ ລາວຟອດ ຊີຕີ, ໄດ້ຈັດງານຈັບສະ ຫລາກເພື່ອຄືນກຳໄລ ໃຫ້ລູກຄ້າ, ຂຶ້ນທີ່ບໍລິສັດຕົນ
ບ້ານ ຂຸນຕາທົ່ງ ເມືອງສີໂຄດ ຕະບອງ, ນະຄອນຫລວງວຽງຈັນ, ໃນໂອ ກາດສະຫລອງວັນຄົບຮອບ 111 ປີ
ແຫ່ງການກໍ່ຕັ້ງບໍລິສັດຂອງຕົນ ໂດຍມີທ່ານ ດີລິບ ເຈຊູທາຊານ ຜູ້ ອຳນວຍການ ບໍລິສັດ
ລາວຟອດ ຊີຕີ, ພ້ອມດ້ວຍພະນັກງານ ແລະ
ລູກຄ້າເຂົ້າຮ່ວມເປັນຈຳນວນ ຫລາຍ.
ງານຄັ້ງນີ້ ເພື່ອເປັນການຄືນ ກຳໄລໃຫ້ກັບລູກຄ້າທີ່ໃຫ້ຄວາມໄວ້
ວາງໃຈເລືອກຊື້ລົດຈາກລາວຟອດ ຊິຕີ,
ໃນລະ ຫວ່າງເດືອນພະຈິກ ຫາ ທັນວາ 2014 ຜ່ານມາ,
ເຊິ່ງຜູ້ໂຊກ ດີທີ່ໄດ້ຮັບລາງວັນທີ 1
ເປັນລົດເກັງ ໂຟກັດ ໄດ້ແກ່ທ່ານ ປະ ກອບ ສີຊົມ ພູ ທີ່ໄດ້ຊື້ລົດເກັງ ຟີເອັສຕາ ຢູ່ບໍລິ
ສັດ ລາວຟອດ ຊິີ ໃນລະຫວ່າງ ເດືອນພະຈິກຜ່ານມາ, ລາງວັນທີ 2 ຊຳຊຸງ ກາແລັກຊີ ໂນດ 4 ຈຳນວນ 5 ລາງວັນ, ລາງວັນທີ 3 ໂທລະ
ພາບ 40 ນິ້ວ ຈຳນວນ 5 ລາງວັນ, ລາງວັນທີ 4 ເຄື່ອງສຽງ
ຈຳນວນ 5 ລາງວັນ, ລາງວັນທີ 5 ຈັກຊັກ
ຜ້າ ຈຳນວນ 10 ລາງວັນ, ລາງ ວັນທີ 6 ຕູ້ເຢັນນ້ອຍ ຈຳນວນ 10 ລາງວັນ, ລາງ ວັນທີ 7 ເຕົາອົບ ຈຳນວນ 15 ລາງ ວັນ ແລະ ຍັງມີເສື້ອ ຍືດ ແລະ ບັດລ້າງລົດຟຣີ 3
ຄັ້ງ ຈຳ ນວນ 100 ລາງວັນ ລວມມູນ ຄ່າຫລາຍກວ່າ 500 ລ້ານກີບ.
ທ່ານ ວິໄລສັກ ບໍລິບູນ ຜູ້ຈັດ ການຝ່າຍຂາຍ
ບໍລິສັດ ລາວຟອດ ຊິຕີ ກ່າວວ່າ : ກິດຈະກຳນີ້ເປັນອີກ ກິດຈະກຳຫນຶ່ງທີ່ບໍລິສັດຂອງຕົນ
ໄດ້ຈັດຂຶ້ນເພື່ອເປັນການຂອບໃຈ ລູກຄ້າທີ່ໄດ້ໃຫ້ຄວາມໄວວາງໃຈ ເລືອກຊື້ລົດຟອດ, ພ້ອມນີ້ລາວຟອດ
ມີຄວາມຕັ້ງໃຈທີ່ຈະຜະລິດສິນຄ້າທີ່ ມີຄຸນນະພບາ ແລະ ການບໍລິການທີ່ ໄດ້ມາດຕະຖານ,
ພ້ອມກັບການພັດ ທະນາການບໍລິການຂອງຕົນຢ່າງຕໍ່ເນື່ອງ, ເພື່ອໃຫ້ລູກຄ້າທີ່ເຂົ້າມາໃຊ້ ບໍລິການມີຄວາມຈັບອົກຈັບໃຈສູງ ສຸດ.
ທ່ານຍັງກ່າວຕື່ມວ່າ : ໃນປັດ ຈຸບັນ, ບໍລິສັດ ລາວຟອດ ຊິຕີ ຍັງມີ
ໂປຣໂມຊັນໃຫ້ກັບລູກຄ້າຢ່າງຕໍ່ເນື່ອງຄື : ລູກຄ້າທີ່ເຂົ້າມາຊື້ລົດ ຟອດທຸກຮຸ່ນຈະໄດ້ຮັບລົດຈັກ
ທີວີ ເອສ ນີໂອເອັກ ( TVS NEO XR ) ຫລື ສ້ອມແປງ ແລະ ບຳລຸງຮັກສາລົດຟຣີໃນໄລຍະ
3 ປີ ແລະ ສະເພາະໃນລະຫວ່າງເດືອນພະ ຈິກຫາທັນວາ 2014 ຜ່ານມານີ້, ຍອດຂາຍລົດເກັງ ແລະ ລົດກະບະຟອດສູງເຖິງ 180
ຄັນ.
No comments:
Post a Comment