Ad

Ad

2 February 2015

ຈົ່ງລະມັດລະວັງບັນຫາອັກຄີໄພ



ກໍດັ່ງທຸກໆປີພໍຕົກເຂົ້າສູ່ລະດູ ແລ້ງບັນຫາອາກາດແຫ້ງ ແລະ ມີ ລົມພັດແຮງອາດມີຄວາມສ່ຽງສູງ ທີ່ຈະເກີດອັກຄີໄພໄດ້ງ່າຍ. ກໍດັ່ງຢູ່ ນະຄອນຫລວງວຽງຈັນພຽງ ເດືອນຜ່ານມາໄດ້ມີອັກຄີໄພເກີດຂຶ້ນ 9 ຄັ້ງແລ້ວ ໄດ້ນຳຄວາມເສຍ ຫາຍທາງດ້ານ ຊັບສິນ, ເຮືອນຊານ ນັບຫລາຍຕື້ກີບ ແລະ ປີ 2014 ຜ່ານມາ, ຢູ່ທົ່ວປະເທດມີອັກຄີໄພ ເກີດຂຶ້ນຫລາຍເຖິງ 158 ຄັ້ງ, ມີຜູ້ ເສຍຊີວິດ 6 ຄົນ ໂດຍສະເລ່ຍ ແລ້ວ ເກືອບວ່າ 2 ມື້ໃດຈະມີອັກຄີໄພ ເກີດຂຶ້ນໜຶ່ງຄັ້ງ ອັນໄດ້ສ້າງຄວາມ ເສຍຫາຍຢ່າງ ມະຫາສານ, ໃນນັ້ນ ຮ້າຍແຮງກວ່າໝູ່ແມ່ນເຫດໄຟໄໝ້ຕະຫລາດທົ່ງຂັນຄຳ ຢູ່ນະຄອນ ຫລວງວຽງຈັນ ເມື່ອຫົວຄ່ຳຂອງ ວັນທີ 26 ມີນາ 2014 ຜ່ານມາ ສົ່ງຜົນໃຫ້ຫລາຍຄອບຄົວທີ່ຄ້າຂາຍຢູ່ໃນຕະຫລາດດັ່ງກ່າວຕ້ອງ ປະເນື້ອສະຫລາຍໂຕ, ຕ້ອງໄດ້ໃຊ້ ເວລາຫລາຍເດືອນຈຶ່ງສາມາດ ຟື້ນ ໂຕ ແລະ ມີສະຖານທີ່ຂາຍເຄື່ອງໃໝ່ຂຶ້ນມາເພື່ອບັນເທົາທຸກໄດ້ສ່ວນໃດໜຶ່ງ.
             ດັ່ງນັ້ນ ໃນລະດູແລ້ງນີ້ ຖ້າ ພວກເຮົາບໍ່ມີສະຕິ ແລະ ມາດຕະ ການເຂັ້ມງວດໃນການສະກັດກັ້ນ ອັກຄີໄພແມ່ນຜົນ ຮ້າຍດັ່ງກ່າວ ອາດກັບມາສູ່ພວກເຮົາອີກກໍເປັນ ໄດ້. ສະນັ້ນ ທຸກຄົນຕ້ອງມີສະຕິ ໃນ ການນຳໃຊ້ຟືນໄຟເຊັ່ນ: ຢູ່ໃນເມືອງ
ໃຫຍ່ຕ້ອງມັນກວດກາລະບົບໄຟ ຟ້າໃນເຮືອນໃຫ້ດີເຊັ່ນ: ລະບົບ ສາຍ, ປັກສຽບ ແລະ ເຄື່ອງໃຊ້ໄຟ ຟ້າອື່ນໆຖ້າເຫັນມີສະ ພາບເກົ່າແກ່ ຊຸດໂຊມກໍຕ້ອງປົວແປງ-ປ່ຽນຖ່າຍໃຫ້ຮັບປະກັນ, ການໄຕ້ທູບທຽນ ບູຊາກໍຕ້ອງມີສະຕິເພື່ອບໍ່ໃຫ້ເປັນ ຕົ້ນເຫດຂອງການເກີດອັກຄີໄພ. ດັ່ງຫລາຍໆກໍລະນີທີ່ປະສົບມາ, ສ່ວນຜູ້ຢູ່ເຂດຊົນນະບົດບ່ອນຫ່າງ ໄກສອກຫລີກທີ່ມັກດັງ ໄຟຝີງໃນໄລຍະອາກາດໜາວ ແລະ ໃຊ້ແຕ່ງຢູ່ຄົວກິນນັ້ນກໍຕ້ອງມີສະຕິ, ບໍ່ຄວນ ດັງໄຟປະປ່ອຍໄວ້ຫລີກເວັ້ນໃນເວ ລາມີລົມ ພັດແຮງກໍອາດເປັນສາ ເຫດເຮັດໃຫ້ເກີດອັກ ຄີໄພໄດ້ງ່າຍ. ພ້ອມນັ້ນ ໃນເບື້ອງອຳນາດການ ປົກຄອງທ້ອງຖິ່ນ ແລະ ເຈົ້າໜ້າ ທີ່ມອດໄຟກໍຕ້ອງເອົາໃຈໃສ່ເຮັດ ວຽກງານໂຄສະນາປຸກລະດົມໃຫ້ ປະຊາຊົນເອົາໃຈໃສ່ໃນການສະກັດກັ້ນອັກຄີໄພ ແລະ ມີມາດຕະການ ເຂັ້ມງວດຕໍ່ຜູ້ລະເມີດຈູດປ່າ, ລາມ ປ່າເພື່ອການຜະລິດ ຫລື ລ່າເນື້ອ ອື່ນໆ. ພ້ອມນັ້ນ ຜູ້ເປັນເຈົ້າໜ້າທີ່ກໍ ຕ້ອງໄດ້ອອກແຮງຂະຫຍັນໃນ ການເຝິກແອບດັບມອດໄຟໃຫ້ຮັບ ປະກັນ ແລະ ເອົາໃຈໃສ່ກະກຽມ ເຄື່ອງມື ແລະ ພາຫະນະມອດໄຟ ໃຫ້ພຽງພໍເພື່ອສາມາດປະຕິບັດໜ້າທີ່ວຽກງານຂອງຕົນໄດ້ມີປະສິດທິຜົນ.

No comments:

Post a Comment