Ad

Ad

2 February 2015

ວຽກງານສິດທິມະນຸດຂອງລາວມີຜົນສຳເລັດຫຼາຍດ້ານ



ພາຍຫຼັງທີ່ຄະນະນະຜູ້ແທນ ລາວໄດ້ສຳເລັດການເດີນທາງໄປຮ່ວມການທົບທົນປະຈຳໄລຍະ ຂອງສະພາສິດທິມະ ນຸດສະ ຫະປະ ຊາຊາດໃນວັນທີ 20 ມັງກອນນີ້, ຢູ່ນະຄອນເຊີແນວ, ປະເທດສະວິດ ແລະ ມາຮອດວັນທີ 30 ມັງກອນ ນີ້, ຄະນະຜູ້ແທນກໍໄດ້ຈັດຖະແຫຼ່ງ ຂ່າວຜົນສຳເລັດຂອງການເຂົ້າ ຮ່ວມທົບທວນຄັ້ງນີ້ຂຶ້ນ, ຢູ່ສະມາ ຄົມນັກຂ່າວແຫ່ງປະ ເທດລາວ, ໂດຍທ່ານ  ພົງສະຫວັດ ບຸບຜາ, ລັດ ຖະມົນຕີ, ທັງເປັນປະທານຄະນະຊີ້ນຳລະດັບຊາດການປະສານງານດ້ານ ສິດທິມະນຸດ, ໂດຍມີສື່ມວນ ຊົນຈາກພາກສ່ວນຕ່າງໆເຂົ້າຮ່ວມເປັນຈຳນວນຫຼາຍ.
ປະທານຄະນະກຳມະການຊີ້ນຳລະດັບຊາດການປະສານງານ ດ້ານສິດທິມະນຸດຖະແຫຼ່ງວ່າ: ໃນ ການຮ່ວມການທົບ ທວນປະຈຳໄລຍະດ້ານສິດທິມະນຸດຄັ້ງນີ້, ຄະນະ ຜູ້ແທນລາວໄດ້ກ່າວລາຍງານ ແລະ ແຈ້ງໃຫ້ສາກົນຮັບຊາບ ກ່ຽວກັບນະໂຍ ບາຍສົ່ງເສີມ ແລະ ປົກປ້ອງສິດທິມະນຸດຂອງ ສປປ ລາວ, ຜົນສຳເລັດຂອງການຈັດ ຕັ້ງປະຕິບັດວຽກງານດ້ານສິດທິມະນຸດ ໃນໄລຍະຜ່ານມາ (2010ຮອດປັດຈຸບັນ), ໂດຍສະເພາະ ແມ່ນຍົກໃຫ້ເຫັນເຖິງຜົນສຳລັດ ຂອງການບູລະນະການປົກຄອງ, ການສ້າງລັດແຫ່ງກົດໝາຍ, ການ ພັດທະນາເສດຖະກິດ-ສັງຄົມ, ການລືບລ້າງຄວາມທຸກຍາກ, ການປະຕິບັດເປົ້າໝາຍສະ
ຫັດສະຫວັດດ້ານການພັດທະນາ, ການ ຮ່ວມມືດ້ານສິດທິມະນຸດໃນລະດັບພາກພື້ນ ແລະ ສາກົນ, ການຈັດຕັ້ງ ປະຕິບັດສົນ ທິສັນຍາດ້ານສິດທິມະນຸດທີ່ ສປປ ລາວ ເຮົາເປັນພາຄີໃນ ໄລຍະແຕ່ປີ 2010 ເປັນຕົ້ນມາຊຶ່ງ ລາວເຮົາສາມາດຍາດໄດ້ຜົນສຳ ເລັດຫຼາຍດ້ານ, ເຮັດໃຫ້ປະເທດ ຊາດສືບຕໍ່ມີສະຖຽນລະພາບທາງ ດ້ານການເມືອງ, ມີຄວາມໝັ້ນ ຄົງ,ສັງຄົມມີຄວາມສະ ຫງົບ ແລະ ປອດໄພ, ປະຊາຊົນບັນດາເຜົ່າດຳ ລົງຊີວິດໃນສັນຕິພາບແລະມີຊີວິດ ການເປັນຢູ່ດີຂຶ້ນເທື່ອລະກ້າວ, ຄວາມທຸກ ຍາກຂອງປະຊາຊົນໄດ້ຫຼຸດລົງຢ່າງຕໍ່ເນື່ອງ, ເປົ້າໝາຍສະ ຫັດສະວັດດ້ານການພັດທະນາ ສ່ວນໃຫຍ່ໄດ້ຮັບການຈັດຕັ້ງປະຕິ ບັດຕາມຄາດໝາຍ, ໄດ້ເປັນພື້ນ ຖານອັນໜັກແໜ້ນໃນການນຳເອົາປະເທດຊາດຫຼຸດພົ້ນອອກຈາກ ຄວາມດ້ອຍພັດທະ ນາໃນປີ 2020, ຊຶ່ງຜ່ານຈາກການລາຍງານສະ ພາບການດັ່ງກ່າວຂອງປະເທດ ເຮົາຕໍ່ກອງປະຊຸມ, ຊຶ່ງມີ 74 ປະ ເທດທີ່ມີຄຳເຫັນຕໍ່ການຈັດຕັ້ງປະຕິບັດວຽກງານສິດທິມະນຸດຂອງ ລາວໂດຍສ່ວນຫຼາຍໄດ້ສະແດງ ຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສຳເລັດແລະ ຕີລາຄາສູງຕໍ່ຄວາມພະຍາ ຍາມຂອງລາວໃນການປົກປ້ອງ ແລະ ສົ່ງເສີມສິດທິມະນຸດ, ໂດຍສະ ເພາະການຈັດຕັ້ງປະຕິບັດຂໍ້ສະເໜີ ແນະປະຈຳໄລຍະຄັ້ງທຳອິດທີ່ບັນລຸໝາກຜົນເປັນກ້າວໆມາ, ແຕ່ແນວ ໃດກໍຕາມມີບາງປະ ເທດຍ້ອນອາດບໍ່ມີຂໍ້ມູນຄົບຖ້ວນກ່ຽວກັບຄວາມ ເປັນຈິງຢູ່ ສປ ລາວ ໄດ້ມີຄຳເຫັນ ທີ່ບໍ່ມີລັກສະນະພາວະວິໄສເທົ່າທີ່ ຄວນກ່ຽວກັບວຽກງານສິດທິມະນຸດຢູ່ປະເທດເຮົາ, ຊຶ່ງຄະນະຜູ້ແທນ ລາວກໍໄດ້ອະທິບາຍເພີ່ມເຕີມ ແລະ ເຮັດໃຫ້ປະເທດເຫຼົ່ານັ້ນເຂົ້າໃຈດີຂຶ້ນກ່ຽວກັບຄວາມເປັນຈິງ ແລະ ຄວາມພະຍາຍາມຂອງລັດຖະບານລາວໃນວຽກງານສິດທິມະນຸດ, ພ້ອມຄະນະຜູ້ແທນລາວຍັງໄດ້ໃຫ້ຂໍ້ມູນເພີ່ມເຕີມກ່ຽວກັບຄວາມເປັນມາຂອງເອກະລາດຂອງອົງການຕຸລາການ, ໂທດປະຫານຊີວິດ, ສິດທິ ຂອງບັນດາເຜົ່າ, ເສລີພາບດ້ານ ສາສະໜາ, ເສລີພາບຂອງສື່ມວນ ຊົນລາວກັບການນຳໃຊ້ອິນເຕີເນັດ,ການຄຸ້ມຄອງ ແລະ ການອຳນວຍ ໃຫ້ແກ່ການເຄື່ອນໄຫວຂອງອົງ ການຈັດຕັ້ງທາງສັງຄົມ ແລະ ອົງ ການຈັດຕັ້ງສາກົນທີ່ບໍ່ຂຶ້ນກັບລັດ ຖະບານ, ການຕ້ານການຄ້າມະ ນຸດ, ຊຶ່ງໄດ້ຍົກໃຫ້ເຫັນເຖິງການ ຫາຍຕົວຂອງທ່ານ ສົມບັດ ສົມ ພອນ, ການແກ້ໄຂບັນຫາລະເບີດ ບໍ່ທັນແຕກ, ຄວາມຄືບໜ້າໃນ ການປົກປ້ອງ, ສົ່ງເສີມສິດທິແມ່ ແລະ ເດັກ, ຊຶ່ງຜ່ານການເຂົ້າຮ່ວມ ໃນການທົບທວນຄັ້ງນີ້ ສປປລາວ ຂອງພວກເຮົາໄດ້ຮັບຂໍ້ສະເໜີແນະ 196 ຂໍ້ທີ່ກວມເອົາຫຼາຍຂົງເຂດ ດ້ານສິດທິ,ຊຶ່ງພວກເຮົາຈະໄດ້ນຳ ມາປຶກສາຫາລືຮ່ວມກັບກະຊວງ, ຂະແໜງການທີ່ກ່ຽວຂ້ອງ, ອຳ ນາດການປົກຄອງຂັ້ນທ້ອງຖິ່ນ, ອົງການຈັດຕັ້ງມະຫາຊົນ, ອົງ ການຈັດຕັ້ງທາງສັງຄົມ ແລະ ພາກສ່ວນທີ່ມີສ່ວນຮ່ວມອື່ນໆເພື່ອລະດົມຄວາມຄິດເຫັນວ່າມີຄວາມ ສອດຄ່ອງກັບສະພາບຄວາມເປັນ ຈິງຂອງ ສປປ ລາວ ເຮົາ, ວ່າຄວນ ຫຼືມີຄວາມພ້ອມທີ່ຈະຮັບເອົາມາຈັດຕັ້ງປະຕິບັດຫຼືບໍ່, ໂດຍຈະໄດ້ນຳໄປ ແຈ້ງໃຫ້ສະພາສິດທິມະນຸດໃນກອງປະຊຸມຄັ້ງທີ 29 ຂອງສະພາສິດທິ ມະນຸດສະຫະປະຊາຊາດ, ທີ່ຈະ ຈັດຂື້ນໃນເດືອນມິຖຸນາ 2015 .

No comments:

Post a Comment