Ad

Ad

2 February 2015

ລາວ-ຍີ່ປຸ່ນ ຮ່ວມສະແດງ ສິລະປະລະນຶກວັນສ້າງຕັ້ງສາຍ ພົວພັນການທູດຂອງສອງປະເທດຄົບຮອບ 60 ປີ



ໃນວັນທີ 31 ມັງກອນຜ່ານ ມາ, ຢູ່ສູນກິລາຢູໂດລາວ-ຍີ່ປຸ່ນ ນະຄອນ ຫລວງວຽງຈັນໄດ້ຈັດ ງານສິລະປະການສະແດງ 2015 ຂຶ້ນ, ໂດຍການເຂົ້າ ຮ່ວມຂອງທ່ານ ຮິໂຣະຢູກິ ຄິຊິໂນະ ເອກອັກຄະລາ ຊະທູດຍີ່ປຸ່ນປະຈຳລາວ, ພ້ອມ ດ້ວຍຜູ້ຊົມທັງພາຍໃນ ແລະ ຕ່າງ ປະເທດຫລາຍຮ້ອຍຄົນ.
ງານດັ່ງກ່າວແມ່ນຈັດຂຶ້ນ ເປັນຄັ້ງທຳອິດທີ່ນະຄອນຫລວງ ວຽງຈັນ, ໂດຍມີນັກສະແດງຈາກ ລາວທີ່ສະແດງໃນຮູບແບບທີ່ເປັນ ເອກກະລັກຂອງຕົນເອງ ເຊັ່ນ: ຟ້ອນ, ຮ້ອງເພງແບບພື້ນເມືອງ ແລະ ສະແດງລະຄອນແບບພື້ນ ບ້ານ, ການຟ້ອນຮ່ວມສະໄໝ, ກາ ຍະສິນ ແລະ ການ ສະແດງຫຸ່ນເງົາ ທີ່ສາມາດດຶງດູດໃຈຜູ້ຊົມເປັນຢ່າງດີ. ນອກຈາກນີ້ ຍັງມີນັກສະແດງ ຈາກປະເທດຍີ່ປຸ່ນມາສະແດງລະ ຄອນສັ້ນໃນຮູບແບບຕະລົກ, ປະ ສົມກັບຊີວິດຈິງເພື່ອໃຫ້ຜູ້ຊົມໄດ້ເພີດເພີນກັບການສະແດງ.

ທ່ານ ເອກອັກຄະລາຊະທູດຍີ່ ປຸ່ນປະຈຳລາວ ກ່າວສະແດງ ຄວາມຂອບໃຈຕໍ່ນັກສະແດງທຸກ ທ່ານທີ່ໄດ້ຮ່ວມກັນ ຈັດງານດັ່ງກ່າວສຳເລັດ ແລະ ໄດ້ແຈ້ງວ່າ: ງານ ບຸນດັ່ງກ່າວເປັນອີກກິດຈະກຳໜຶ່ງ ເພື່ອການສະເຫລີມສະຫລອງວັນ ຄົບຮອບ 60 ປີ ແຫ່ງການສ້າງຕັ້ງ ສາຍພົວພັນທາງການທູດລະ ຫວ່າງລາວ-ຍີ່ປຸ່ນ ແລະ ຫວັງວ່າ ການຮ່ວມມືຂອງສອງປະເທດຈະ ຂະຫຍາຍຕົວໃນລະ ດັບສູງຂຶ້ນຕື່ມອີກ.

No comments:

Post a Comment