Ad

Ad

2 February 2015

ບໍລິສັດຫຼັກຊັບເອພີເອັມລາວ ເປີດໂຕດໍາເນີນທຸລະກິດທີ່ປຶກສາທາງການເງິນໃນລາວ



ວັນທີ 31 ມັງກອນນີ້ ທີ່ໂຮງ ແຮມ ແລນມາກ ແມ່ຂອງລີເວີໄຊ ນະຄອນ ຫຼວງວຽງຈັນ, ໄດ້ມີພິທີ ເປີດໂຕບໍລິສັດຫຼັກຊັບ ເອພີເອັມ ລາວ ຈໍາກັດ, ເຊິ່ງເປັນ ບໍລິສັດດໍາເນີນທຸລະກິດທີ່ປຶກສາທາງການ ເງິນຄົບວົງຈອນ ແລະ ມີນະໂຍ ບາຍສົ່ງ ເສີມຄວາມຮູ້ທາງດ້ານຕະຫຼາດທຶນໃນປະເທດລາວນໍາດ້ວຍ. ເຂົ້າຮ່ວມພິທີເປີດໂຕດັ່ງກ່າວມີທ່ານ ນາງ ວັດທະນາດາລາລອຍຮອງ ຜູ້ວ່າການທະ ນາຄານແຫ່ງ ສປປ ລາວ.
ທ່ານ ສົມພົບ ສັກພັນພະນົມ ອໍານວຍການ ບໍລິສັດ ຫຼັກຊັບເອພີ ເອັມລາວ ໃຫ້ຮູ້ວ່າ: ບໍລິສັດຂອງຕົນ ໄດ້ສ້າງຕັ້ງຂຶ້ນ ໃນວັນທີ 5 ມິຖຸນາ 2013 ແລະ ໄດ້ຮັບອະນຸຍາດຈາກ ສໍານັກງານຄະນະກໍາມະການຄຸ້ມ ຄອງຫຼັກຊັບ, ໃຫ້ດໍາເນີນທຸລະກິດ ຕັ້ງແຕ່ວັນທີ 16 ພະຈິກ 2013 ເປັນຕົ້ນມາໂດຍສະເພາະແມ່ນການໃຫ້ການປຶກສາທາງດ້ານການເງິນ ເຊັ່ນ: ການປະສານ ງານຈັດຫາ ແຫຼ່ງເງິນກູ້ ( Loan Arran ger), ຈັດຫາຜູ້ຮ່ວມລົງທຶນ (Joint Venture), ການເງິນສໍາ ລັບການລວບ
ລວມກິດຈະການ (Tank Over or Merger ang Acquisition: M A), ການເງິນ ສໍາລັບການປັບໂຄງສ້າງໜີ້ (Debt Restructuring), ການ ເງິນສໍາລັບນໍາບໍລິສັດເຂົ້າຈົດທະ ບຽນໃນຕະຫຼາດຫຼັກຊັບ (FA for Listing/IPO) ແລະ ທີ່ປຶກສາ ທາງການເງິນອື່ນໆ ແລະ ທັງເປັນ ທີ່ປຶກສາຄວາມເປັນໄປໄດ້ຂອງ ໂຄງການລວມທັງການປະເມີນມູນຄ່າກິດຈະການ ແລະ ການເງິນອິດ ສະຫຼະໃນການອອກຄວາມເຫັນທຸ ລະກໍາຕ່າງໆນຳອີກ.
ທ່ານອຳນວຍການໃຫ້ຮູ້ຕື່ມ ວ່າ: ບໍລິສັດມີເປົ້າໝາຍນໍາບໍລິສັດ ເຂົ້າຈົດທະບຽນໃນຕະຫຼາດຫຼັກຊັບ 2 ບໍລິສັດ ລວມ ທັງນະໂຍບາຍ ໃນການສົ່ງເສີມຄວາມຮູ້ຄວາມເຂົ້າໃຈກ່ຽວກັບຕະຫຼາດທຶນໃຫ້ນັກລົງທຶນ, ຜູ້ປະກອບການ, ນັກຮຽນນັກ ສຶກສາ ແລະ ປະຊາຊົນຜູ້ມີຄວາມ ສົນໃຈ, ໂດຍຈະມີການຈັດສໍາມະ ນາພາຍໃຕ້ຫົວຂໍ້ ການກຽມ ຄວາມພ້ອມເຂົ້າຈົດທະ ບຽນໃນຕະຫຼາດຫຼັກຊັບລາວເຊິ່ງໄດ້ຮ່ວມ ມືກັບຄະນະກໍາມະການຄຸ້ມຄອງ ຫຼັກຊັບ ແລະ ຕະຫຼາດຫຼັກຊັບລາວ ເຊິ່ງໃນປີ ນີ້ແມ່ນຈະໄດ້ຈັດຢູ່ແຂວງ ໄຊຍະບູລີ, ອຸດົມໄຊ, ຫຼວງນໍ້າທາ, ບໍ່ແກ້ວ ແລະ ອັດຕະປືນຳອີກ.

No comments:

Post a Comment