Ad

Ad

2 February 2015

ບໍລິສັດ ສະກາຍໂທລະຄົມ ເປີດໃຫ້ບໍລິການຢ່າງເປັນທາງການ

 
ວັນທີ 30 ມັງກອນນີ້, ບໍລິສັດ ສະກາຍໂທລະຄົມຕັ້ງຢູ່ນະຄອນຫຼວງວຽງ ຈັນ, ມີການເປີດໃຫ້ບໍລິ ການຢ່າງເປັນທາງການ, ໂດຍກ ານເຂົ້າຮ່ວມເປີດພິທີຂອງ ທ່ານ ພົນໂທ ແສງນວນ ໄຊຍະລາດ ເລຂາທິການສູນກາງພັກລັດຖະມົນຕີວ່າການ ກະຊວງການຕ່າງປະເທດ.
ທ່ານ ສົມຄິດ ໄຊສົງຄາມ ອໍາ ນວຍການ ບໍລິສັດ ສະກາຍໂທລະ ຄົມມີຄຳ ເຫັນໃນພິທີວ່າ: ການເປີດ ບໍລິການດ່ັງກ່າວກໍເພື່ອເປັນການຂໍານັບຮັບຕ້ອນວັນປະ ຫວັດສາດທີ່ ສໍາຄັນຂອງຊາດກໍຄື: ວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບ ຮອບ 60 ປີ ແລະ ວັນສະຖາປານາ ສປປ ລາວ ຄົບຮອບ 40 ປີ. ບໍລິ ສັດສະກາຍໂທລະຄົມແມ່ນຫົວ ໜ່ວຍເສດຖະກິດໜຶ່ງທີ່ໄດ້ຕັ້ງໜ້າປະກອບສ່ວນເຂົ້າໃນພາລະ ກິດປົກປັກຮັກສາ ແລະ ສ້າງສາປະເທດ ຊາດ, ສ້າງໂຄງລ່າງພື້ນຖານ ທາງດ້ານລະບົບໂທລະຄົມມະນາ ຄົມ ແລະ ການສື່ສານ ໃຫ້ ມີຄວາມ ເຂັ້ມແຂງ, ທັນສະໄໝ ແລະ ໄດ້ ຕາມມາດຕະຖານຂອງສາກົນ. ບໍລິ ສັດສະກາຍໂທລະຄົມໄດ້ສ້າງຕັ້ງ
ກາງເດືອນມິຖຸນາ 2011 ຜ່ານມາ, ພາຍໃຕ້ການຊີ້ນໍາຂອງຂັ້ນເທິງ ແລະ ການຮ່ວມມືຂອງຕ່າງປະ ເທດ, ຈາກນັ້ນບໍລິສັດກໍໄດ້ຕັ້ງໜ້າ ປັບປຸງກໍ່ສ້າງ ແລະ ຕິດຕັ້ງອົງປະ ກອບສໍາຄັນຂອງການບໍລິການເປັນຕົ້ນແມ່ນ: ໄດ້ຕິດຕັ້ງລະບົບສາຍໄຍ ແກ້ວໃຕ້ດິນຜ່ານນະຄອນຫຼວງວຽງຈັນ ແລະ 16 ແຂວງທົ່ວປະ ເທດ ແລະ ເຊື່ອມຕໍ່ກັບ 5 ປະເທດ ໃກ້ຄຽງ, ຕິດຕັ້ງລະບົບເຄືອຂ່າຍ, ສູນອິນເຕີເນັດຄວາມໄວສູງ, ຕິດຕັ້ງລະບົບສູນກາງສົ່ງສັນຍານໂທ ລະພາບຄວາມໄວສູງ, ແລະ ລະບົບ ບໍລິການ, ການຕະຫຼາດ ແລະ ການ ເງິນຢ່າງມີປະສິດທິຜົນ.
ທ່ານໃຫ້ຮູ້ອີກວ່າ: ປັດຈຸບັນ ບໍລິສັດສະກາຍໂທລະຄົມມີສໍານັກງານໃຫຍ່ ພ້ອມ 16 ສາຂາ, 117 ສູນບໍລິການທົ່ວປະ ເທດ ແລະ ມີຄວາມພ້ອມທາງດ້ານບຸກຄະລາກອນ, ຜະລິດຕະພັນ ແລະ ວິທີການແກ້ໄຂບັນຫາຕ່າງໆທີ່ອາດຈະເກີດຂຶ້ນ ແລະ ໃຫ້ຄວາມເຊື່ອໝັ້ນວ່າພວກເຮົາຈະບໍລິການສື່ສານວ່ອງໄວ, ຈະແຈ້ງ, ປິດລັບ ແລະ ປອໄພ.

No comments:

Post a Comment