ໃນວັນທີ 30 ມັງກອນຜ່ານມານີ້, ທ່ານ
ດຣ ເຈີນ ຢຸງ ຈິງ ຮອງອຳນວຍ ການ ສະຖານີໂທລະພາບຫວຽດນາມໄດ້ມອບອຸ ປະກອນຜະລິດລາຍການ ຂ່າວ ປະກອບມີ: ກ້ອງວີດີໂອ 3 ໜ່ວຍ, ຈໍພາບອ່ານຂາວ 1 ຊຸດ, ໄມ,
ດອກໄຟ ແລະ ເຄື່ອງຈຳນວນ ໜຶ່ງ ລວມມູນຄ່າ 800 ລ້ານກວ່າ ກີບໃຫ້ທ່ານ ດຣ
ບຸນເຈົ້າ ພິຈິດ ອຳ ນວຍການສະຖານີໂທລະພາບແຫ່ງຊາດລາວເພື່ອນຳໃຊ້ເຂົ້າໃນ
ວຽກງານຂອງ ໂທລະພາບແຫ່ງ ຊາດກໍຄືການຖ່າຍພາບເຄື່ອນໄຫວຕ່າງໆເພື່ອຜະລິດຂ່າວ, ລາຍ ການໃຫ້ມີຄວາມວ່ອງໄວ, ຈະແຈ້ງ ແລະ ປະສິດທິພາບ,
ເຊິ່ງໃນໄລຍະຜ່ານມາສະຖານີໂທລະພາບຫວຽດນາມກໍໄດ້ໃຫ້ການ ຊ່ວຍເຫລືອສະ ຖານີໂທລະພາບແຫ່ງຊາດລາວໃນຫລາຍດ້ານ
ເປັນຕົ້ນ: ການກໍ່ສ້າງບຸກຂະລະກອນດ້ານສື່ອີເລັກໂຕນິກ ແລະ ສະໜອງອຸປະກອນເຕັກນິກ ຕ່າງໆ
ແລະ ໃນປີ 2015,2016 ແລະ 2017 ຈະໃຫ້ທືນຊ່ວຍເຫລືອກໍ່ສ້າງພະນັກງານປີລະ
10 ທຶນ.
ໃນພິທີມອບ-ຮັບການຊ່ວຍ ເຫລືອຄັ້ງນີ້ມີທ່ານ
ຫງວຽນ ແມ໋ງ ຮຸ່ງເອກອັກຄະລັດຖະທູດຫວຽດ ນາມປະຈຳລາວ, ພ້ອມດ້ວຍພະ ນັກງານກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.
No comments:
Post a Comment