Ad

Ad

2 February 2015

ເປີດນຳໃຊ້ຂົວຂ້າມນ້ຳງື່ມເມືອງເກົ່າ-ປາກກະຍຸງຢ່າງເປັນທາງການ



ພິທີເປີດນຳໃຊ້ຂົວຂ້າມນ້ຳ ງື່ມເຂດບ້ານເມືອງເກົ່າ-ປາກກະ ຍຸງ ເມືອງວຽງ ຄຳ ແຂວງວຽງ ຈັນ ໄດ້ມີຂຶ້ນໃນວັນທີ 30 ມັງ ກອນຜ່ານມານີ້, ໂດຍການເຂົ້າຮ່ວມ ຂອງທ່ານ ສົມສະຫວາດ ເລັ່ງສະ ຫວັດ ຮອງນາຍົກລັດຖະມົນຕີຜູ້ຊີ້ ນຳວຽກການ ຜະລິດ ແລະ ຈໍລະ ຈອນ, ຂະນະທີ່ອຳນາດການປົກ ຄອງແຂວງວຽງຈັນຕີລາຄາສູງ ວ່າຂົວແຫ່ງນີ້ແມ່ນຈຸດເຊື່ອມຕໍ່ທາງທົ່ວທິດເຊື່ອມເສດຖະກິດທົ່ວພາກ.
ທ່ານ ພຸດສະດຸ ອິນທະວົງ ອຳ ນວຍການກຸ່ມບໍລິສັດ ມາລີນີ ກ່າວ ວ່າ: ໄດ້ເລີ່ມລົງມືກໍ່ສ້າງຂົວແຫ່ງນີ້ ມາແຕ່ຕົ້ນປີ 2012, ມີຄວາມຍາວ 270 ກວ່າແມັດ, ກວ້າງ 11 ແມັດ, ມີມູນຄ່າກໍ່ສ້າງທັງໝົດ 18 ລ້ານ ກວ່າໂດລາສະຫະລັດ, ໂດຍແມ່ນ ກຸ່ມບໍລິສັດມາລີນີເປັນຜູ້ລົງທຶນກໍ່ ສ້າງ 100% ແລະ ສຳປະທານໃນ ໄລຍະ 38 ປີ, ຫລັງຈາກນັ້ນແມ່ນ ມອບໂອນໃຫ້ລັດຖະບານຄຸ້ມຄອງນຳໃຊ້ຕໍ່ໄປ. ປັດຈຸບັນຄ່າບໍລິການ ຜ່ານຂົວລົດຈັກ 2 ພັນກີບ, ລົດ
ຕ໋ອກໆ-ໄຖນາ 5 ພັນກີບ, ລົດ ເກັງ-ກະບະ-ລົດຕູ້ນ້ອຍ 15 ພັນ ກີບ, ລົດເມ 65 ພັນກີບ ແລະ ລົດ ບັນທຸກຂະ ໜາດໃຫຍ່-ລົດພວງ 95 ພັນກີບ.
ທ່ານ ຄຳເມິງ ພົງທະດີ ເຈົ້າ ແຂວງວຽງຈັນ ກ່າວວ່າ: ຫລາຍປີ ຜ່ານມາ, ລັດຖະບານກໍຄືອຳນາດ ການປົກຄອງແຂວງ ວຽງຈັນ, ໄດ້ ມີຄວາມພະຍາຍາມສູງໃນການທີ່ ຈະກໍ່ສ້າງຂົວແຫ່ງນີ້, ເພື່ອສ້າງ ຄວາມສະດວກສະບາຍໃຫ້ແກ່ ການຄົມມານາ ຄົມຂົນ ສົ່ງຜ່ານໄປມາຂອງປະຊາຊົນກໍຄືສັງຄົມ, ແຕ່ ຍ້ອນທຶນຮອນ ແລະ ງົບປະມານມີ ຈຳກັດຈຶ່ງເຮັດໃຫ້ການກໍ່ສ້າງ ບໍ່ສາມາດເກີດເປັນຮູບປະທຳໄດ້ ແລະ ຜ່ານການຕັດສີນໃຈສູງຂອງ ກຸ່ມບໍລິສັດມາລີນີໃນການລົງທຶນກໍ່ສ້າງ ຈຶ່ງເຮັດໃຫ້ຂົວ ແຫ່ງນີ້ໄດ້ຮັບການກໍ່ສ້າງສຳ ເລັດ, ອັນເປັນການປະກອບສ່ວນສຳຄັນຕໍ່ການພັດທະນາພື້ນຖານໂຄງລ່າງເວົ້າລວມ, ເວົ້າສະ ເພາະແມ່ນແຂວງວຽງຈັນ ໃຫ້ມີຄວາມສະດວກດີຂຶ້ນ, ເຮັດໃຫ້ການຄົມມະນາຄົມຂົນສົ່ງສີນຄ້າ, ການສັນຈອນຜ່ານໄປມາ ຂອງປະຊາຊົນກໍຄືສັງຄົມສະດວກສະ ບາຍປະຢັດເວລາ ແລະ ມີຄວາມປອດໄພ ແລະ ສິ່ງສຳຄັນຂົວແຫ່ງນີ້ຈະ ເປັນຈຸດເຊື່ອມ ຕໍ່ເສັ້ນທາງທົ່ວທິດພາກເໜືອ, ກາງ ແລະ ໃຕ້ ແລະ ຈະເຮັດໃຫ້ພື້ນຖານເສດຖະກິດມີການ ເຊື່ອມໂຍງທຸກພາກ.

No comments:

Post a Comment