Ad

Ad

28 January 2015

ອາທິດຜ່ານມາທົ່ວປະເທດມີຜູ້ເສຍຊີວິດ 26 ຄົນຈາກອຸປະຕິເຫດບົນທ້ອງຖະຫນົນ



     ເຈົ້າໜ້າທີ່ກົມຕຳຫລວດຈະລາຈອນກະຊວງປ້ອງກັນຄວາມສະຫງົບ  ໃຫ້ຮູ້ວ່າ: ນັບແຕ່ວັນທີ 19-25 ມັງກອນນີ້, ທົ່ວປະເທດມີອຸປະຕິເຫດ ຕາມທ້ອງຖະໜົນເກີດຂຶ້ນ 131 ກໍລະນີ, ມີຜູ້ເສຍຊີວິດ 26 ຄົນ, ພາຫະນະເປ່ເພສົມຄວນ 118 ຄັນ, ໃຊ້ການບໍ່ໄດ້ 6 ຄັນ, ມີຄົນໄດ້ຮັບບາດເຈັບສາຫັດ 48 ຄົນ, ລວມມູນຄ່າເສຍຫາຍຫລາຍກວ່າ 1.700 ລ້ານ ກີບ, ທຽບກັບອາທິດກ່ອນເພີ້ມຂຶ້ນ 17 ລາຍ, ມີຄົນເສຍຊີວິດເພີ້ມຂຶ້ນ 11 ຄົນ. ໃນນັ້ນ ແຂວງທີ່ເກີດອຸປະຕິເຫດ ແລະ ມີຄົນເສຍຊີວິດຫລາຍກວ່າ ໝູ່ແມ່ນ ນະຄອນຫລວງວຽງຈັນ ເກີດຂຶ້ນທັງໝົດ 44 ກໍລະນີ, ມີຜູ້ເສຍຊີວິດ 7 ຄົນ. ອຸ ປະຕິເຫດສ່ວນໃຫຍ່ແມ່ນມັກເກີດຂຶ້ນໃນຍາມຄ່ຳຄືນ, ຍ້ອນການດື່ມສິ່ງມືນເມົາ, ບໍ່ເຄົາລົບກົດຈະລາຈອນ ແລະ ຍັງ ຂາດສະຕິໃນການຂັບຂີ່.
     ທ່ານ ພັນຕີ ສັງຄົມ ພົມມະລາດ ຮອງຫົວໜ້າກອງໂຄສະນາພະແນກຈະລາຈອນນະຄອນຫລວງວຽງຈັນ ກ່າວວ່າ: ປັດຈຸບັນນີ້, ສະພາບການໃຊ້ລົດໃຊ້ຖະໜົນຢູ່ປະເທດເຮົາຂ້ອນຂ້າງສັບສົນຫລາຍນີ້ ກໍເນື່ອງມາຈາກຫລາຍປັດໄຈ, ອັນ
ທຳອິດກໍເກີດຈາກຍານພາຫະນະເພີ້ມຂຶ້ນແບບກ້າວກະໂດດບວກໃສ່ນັກຂັບຂີ່ຈຳນວນໜຶ່ງທີ່ໃຊ້ລົດໃຊ້ຖະໜົນດ້ວຍຄວາມປະໝາດຂາດສະຕິ, ບໍ່ປະຕິບັດລະບຽບຈະລາຈອນເຂັ້ມງວດ, ຈຶ່ງເປັນສາເຫດເຮັດໃຫ້ມີບັນຫາອື່ນໆຕາມມາ, ເຊິ່ງ ອຸປະຕິເຫດເຫລົ່ານັ້ນໄດ້ສ້າງ ຄວາມສູນເສຍຢ່າງມະຫາສານຕໍ່ສຸຂະພາບ, ຊີວິດ, ຊັບສິນ. ຕໍ່ກັບສະພາບການດັ່ງ ກ່າວນີ້ ທາງເຈົ້າໜ້າທີ່ຕຳຫລວດຈາລ ະຈອນ ໄດ້ສົມທົບກັບຫລາຍພາກສ່ວນ, ໂດຍສະເພາະພະແນກໂຍທາທິການ ແລະ ຂົນ ສົ່ງ, ເພື່ອຊອກຫາວິທີການໃນການ ສະກັດກັ້ນການເກີດອຸປະຕິເຫດເປັນຕົ້ນການລະບາຍການສັນຈອນໃນຊ່ວງເວລາຮີບ ດ່ວນຢູ່ຕາມສາຍທາງຕ່າງໆ, ພ້ອມກັນນີ້ ຍັງໄດ້ເອົາໃຈໃສ່ວຽກງານໂຄສະນາ ແລະ ເຜີຍແຜ່ກົດໝາຍວ່າດ້ວຍການຈະ ລາຈອນທາງບົກ ແລະ ການຂັບຂີ່ປອດໄພໃຫ້ກັບ ມວນຊົນໄດ້ຮັບຮູ້ຢ່າງກ້ວາງຂວາງ, ນອກນີ້ ຍັງຮຽກຮ້ອງໃຫ້ທຸກ ພາກສ່ວນຮ່ວມມືກັນເພື່ອເປັນການຫລຸດ ຜ່ອນການເກີດ ອຸປະຕິເຫດລົງເທື່ອລະກ້າວ.

No comments:

Post a Comment