Ad

Ad

28 January 2015

ລາວ​ສູນ​ເສຍ​ອາການ​ຢາສູບ​ເປັນ​ຈຳນວນ​ເງິນ​ຢ່າງ​ຫຼວງຫຼາຍ



ວັນ​ທີ 27 ມັງກອນ​ນີ້,ທ່ານ ນາງ ດຣ ຈູ​ລຽດ ​​ໄຟ​ລ​ໂຊຄ໌,ຜ​ູ້ຕ່າງ​ໜ້າ​ອົງການ​ອະນາ​ໄມ​ໂລກ​ປະຈຳ​ລາວ​ໄດ້​ຖະ​ແຫຼ່ງຜົນ​ຂອງ​ການ​ປະ​ເມີນ​ການຈັດຕັ້ງປະຕິບັດສົນທິສັນຍາ​ວ່າ​ດ້ວຍ​ການ​ຄວບ​ຄຸມ​ຢາສູບ​ຂອງ ສ ປປລາວ​ຕໍ່​ສື່​ມວນ​ຊົນ​ວ່າ: ລັດ ຖະບານ​ລາວ​ໄດ້ສຸມໃສ່ເຮັດໜ້າທີ່ຂອງຕົນໄດ້​ດີ​ພໍ​ສົມຄວນ​ໃນ​ການຈັດ​ຕັ້ງ​ປະຕິບັດ​ສົນທິ ສັນຍາ​ສາກົນວ່າ​ດ້ວຍ​ການ​ຄວບ​ຄຸມ ຢາສູບ,ພາຍຫຼັງທີ່ໄດ້​​ໃຫ້​ສັດຕະຍາບັນ​ຕໍ່​ສົນ​ທິສັນຍາ​ດັ່ງກ່າວ​ໃນ​ປີ 2006 ,ຫຼັງ​ຈາກ​ນັ້ນ​ກົດໝາຍ​ວ່າ​ດ້ວຍ​ການ​ຄວບ​ຄຸມ​ຢາສູບ​ກໍ​ໄດ້​ຖືກ​ຮັບຮອງ​ເອົາ​ໂດຍ​ສະພາ​ແຫ່ງ​ຊາດ​ໃນ​ເດືອນ​ພະ​ຈິກ​ 2009 ​ແລະ​ເພື່ອ​ເຮັດ​ໃຫ້​ກົດໝາຍ​ຄວບ​ຄຸມ​ຢາສູບ​ໄດ້​ຮັບ​ການຈັດ​ຕັ້ງ​ປະຕິບັດ, ບັນດາ​ອົງການ​ຈັດ​ຕັ້ງ​ຂອງ​ລັດຖະບານ​ເປັນ​ຕົ້ນ​ແມ່ນ​ກະຊວງ​ສາທາລະນະ​ສຸກ,ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ, ກະຊວງ​ຄົມມະນາຄົມ​ແລະ​ຂົນ​ສົ່ງ,ສູນ​ກາ​ງສະຫາ​ພັນ​ແມ່ຍິງ​ແລະ​ກະຊວງ​ສຶກສາ​ທິການ​ແລະ​ກິລາ,​ໄດ້​ອອກດຳ​ລັ​ດ​, ລະບຽບ​ການ​ເພື່ອ​ຈັດ​ຕັ້ງ​ປະຕິບັດ​ກົດໝາຍ​ດັ່ງກ່າວ​ໂດຍ​ອີງ​ຕາມ​ຂະ​ບວນການ​ທາງ​ກົດໝາຍ,ຊຶ່ງ​ໄດ້​​ເຮັດ​ໃຫ້ຕົວ​ເມືອງ​ປອດ​ຄວັນ​ຢາ​ສູບ​ຖືກສ້າງ​ຕັ້ງ​ຂື້ນ​ໃນ​ຫຼາຍ​​ເຂດ​ແຂວງ​ທົ່ວ​ປະ​ເທດ, ການ​ໂຄສະນາ​ກ່ຽວ​ກັບ​ຢາສູບ​ແມ່ນ​ມີ​ທ່າ​ອ່ຽງຫຼຸດ​ລົງ​ແລະ​ຍັບ​ເຂົ້າ​ຫາ ການ​ບັນລຸຕາມ​ສົນທິສັນຍາ​ເທື່ອລະ​ກ້າວ.​ ແຕ່ຄຽງຄູ່ກັນນັ້ນໃນປັດຈຸ​ບັນອຸປະສັກ​ທີ່​ສຳຄັນຂອງ​ລາວ​ໃນ​ການປະຕິບ​ັດຕາມ​ພັນທະ​ຕ່າງໆ​ຂອງ​ສົນທິ​ສັນຍາ​ສາກົນ​ວ່າ​ດ້ວຍ​ການ​ຄວບ​ຄຸມ​ຢາ​ສູບ,​ໂດຍສະ​ເພາະ​ແມ່ນ​ມາດຕາ 5.3 ​ແມ່ນການປົກ​ປ້ອງ​ນະ​​ໂຍບາຍ​ສຸຂະພາບ​ຈາ​ກການ​ແຊກ​ແຊງ​ຂອງ​ບໍລິສັດ​ຢາສູບ,​ແມ່ນ​ສັນຍາ​ການ​ລົງ​ທືນ ພາຍ​ໃນ​ທີ່​ລັດຖະບານ​ລາວ​ໄດ້​ລົງ​ນາມ​ກັບ​ບໍລິສັດ​ຢາສູບ ອິມພີຣຽນ​ໃນ​ປີ 2001 ​ເພື່ອ​ຫັນ ​ປ່ຽນ​ກຳມະສິດ​ຢາສູບ​ຂອງ​ລັດ​ທີ່​ກຸ້ມ​ຕົນ​ເອົງ​ເປັນ​ບໍລິສັດ​ຮ່ວມ​ທືນ,​ໃນ​ສັນຍາ​ແມ່ນ​ໄດ້​ມອບ​ຜົນ​ປະ​ໂຫຍ​ດຢ່າງ​ຫຼວງຫຼາຍ​ໃຫ້​ບໍລິສັດ​ຮ່ວມ​ທືນ,​ໂດຍ​ປັດຈຸ​ບັນລັດຖະບານ​ລາວ​ໄດ້​ຮັບ​ອາ ກອນ​ຢາສູບ​ພຽງ 15% ຂອງ​ມູນ​ຄ່າ​ການ​ຜະລິດ, ຊຶ່ງ​ບໍ​ສະ​ເພາະ​ແຕ່​ເທົ່າ​ນັ້ນ​ສັນຍາ​ດັ່ງກ່າວ​ຍັງ​ສົ່ງ​ຜົນ​ກະ​ທົບ ທາງ​ລົບ​ຕໍ່​ຄວາມ​ພະຍາຍາມ​ກ່ຽວ​ກັບ​ການ​ຄວບ​ຄຸມ​ຢາສູບ​, ຂະນະ​ທີ່​ສ່ວນ​ແບ່ງ​ການ​ຕະຫຼາດ​ສ່ວນ​ໃຫຍ່​ພັດ​ແມ່ນ​ບໍລິສັດ​ຮ່ວມ​ທືນ​​ເປັນ​ຜູ້​ໄດ້​ຮັບ ,ຈຶ່ງ​ເຮັດ​ໃຫ້ການ​​ເກັບ​ອາກອນ​ຢາສູບ​​ໃນ​ລາວ​ຕ່ຳ​ກວ່າ​ບັນດາ​ປະ​ເທດ​ໃນ​ອາ​ຊຽນ, ດັ່ງນັ້ນ​ໃນ​ນາມ​ອົງການ​ອະນາ​ໄມ​ໂລກ​ຂໍ​​ແນະນຳ​ວ່າ: ອາກອນ​ການ​ຊົມ​ໃຊ້​ຢາສູບ​ໃນ​ລາວ​ຢ່າງ​ໜ້ອຍ ຕ້ອງເປັນ 70% ຂອງ​ມູນ​ຄ່າ​ການ​ຂາຍຍ່ອຍ,ສະ​ນັ້ນ​ໄລຍະ​ຜ່ານ​ມາ​ລັດຖະບານ​ລາວ​ໄດ້​ສູນ​ເສຍ​ອາກອນ​ຢາ ສູບ​ເປັນ​ຈຳນວນ​ເງິນ​ຢ່າງ​ຫຼວງຫຼາຍແລະເຫັນ​ວ່າ​ບັນດາ​ມາດ​ຕະການ​ຕ່າງໆ​ຂອງ​ສັນຍາ​ການ​ລົງທືນລະຫວ່າງ​ລັດຖະ ບານ​ລາວ​ກັບ ບໍລິສັດ​ຢາສູບ​ແມ່ນຍັງ​ບໍ່​ສອດຄ່ອງ​ກັບ​ສົນທິ​ສາຍາ​ສາກົນ​ວ່າ​ດ້ວຍ​ການ​ຄວບ​ຄຸມ​ຢາສູບ, ລັດຖະທຳ​ມະນູນ​ແລະ​ນິຕິ​ກຳ​ຂອງ ສປປ ລາວ  ​ແມ່ນ​ຄວນ​ລົບລ້າງຫຼື​ດັດ​ແປງໃຫ້​ສອດຄ່ອງ​ພາຍ​ໃຕ້​ຂະ​ບວນ ການ​ຍຸຕິ​ທຳ​ຂອງ​ກົດໝາຍ.

No comments:

Post a Comment