Ad

Ad

28 January 2015

ຈັບຄາດຕະກອນຂ້າປຸ້ນຊັບຢູ່ແຂວງບໍລິຄຳໄຊໄດ້ແລ້ວ



ພາບຈາກ : ເວັບໄຊ ລາວໂພສ
          ທ້າວ ເຕີນວັນຖຸຍ ອາຍຸ 23 ປີສັນຊາດຫວຽດນາມຢູ່ບ້ານແທກເຊີນ ເມືອງແອງ ເຊີນ ແຂວງເງະອານ, ຖືກເຈົ້າໜ້າທີ່ ປກສ ແຂວງບໍລິຄຳໄຊນຳຈັບຕົວມາດຳເນີນຄະ ດີໄດ້ເມື່ອວັນທີ 24 ມັງກອນຜ່ານມານີ້, ຫລັງຈາກໄດ້ລົງມືກໍເຫດຄາດຕະກຳຍິງ ຄົນໜຶ່ງຢູ່ບ້ານທົ່ງຈະເລີນ,ເມືອງຄຳເກີດ,ແຂວງບໍລິຄຳໄຊ ເພື່ອປຸ້ນເອົາຊັບ.
           ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ພາຍຫລັງໄດ້ຮັບແຈ້ງຈາກພົນລະເມືອງວ່າເກີດການ ຄາດຕະ ກຳໃນເຮືອນຫລັງໜຶ່ງຢູ່ ບ້ານທົ່ງຈະເລີນ, ເມືອງຄຳເກີດ, ໃນວັນທີ 22 ມັງກອນ 2015 ກໍໄດ້ຈັດກຳລັງລົງກວດສະຖານທີ່ເກີດເຫດພົບວ່າຜູ້ ຕາຍຊື່ນາງ ເພັງ ອາຍຸ 33 ປີເປັນ ເຈົ້າຂອງເຮືອນ, ຊຶ່ງຖືກຂອງມີຄົມປາດບໍລິເວນຄໍ ແລະ ແທງຕາມຮ່າງກາຍຫລາຍ ຈຸດຈົນເສຍຊີວິດ, ຈຶ່ງໄດ້ຂື້ນເປົ້າໝາຍຫາຄາດຕະກອນທີ່ກໍເຫດ ແລະ ມາຮອດວັນທີ 24 ມັງກອນ 2015 ກໍສາມາດ ຈັບຕົວຄາດຕະກອນໄດ້ ກໍຄືທ້າວ ເຕີນ ສັນຊາດຫວຽດນາມ, ທີ່ມາພັກເຊົາຢູ່ບ້ານຫ້ວຍແກ້ວ, ເມືອງຄຳເກີດ, ແຂວງບໍ ລິຄຳໄຊ.
      ຜ່ານການສອບສວນ-ສືບສວນ ທ້າວ ເຕີນ ຮັບສາລະພາບຕໍ່ເຈົ້າໜ້າທີ່ວ່າ: ໃນວັນທີ 22 ມັງກອນ 2015 ຕົນໄດ້ ຂີ່ລົດຊອກຫາຮັບເຮັດວຽກກໍ່ສ້າງໃນເຂດບ້ານທົ່ງຈະເລີນ,ພໍໄປຮອດເຮືອນນາງເພັງ ເຊິ່ງຕົນເຄີຍມາເຮັດວຽກກໍ່ສ້າງ
ເຮືອນໃຫ້ກ່ອນໜ້ານີ້ ໄຂປະຕູໄວ້ຈຶ່ງໄດ້ເຂົ້າໄປເພື່ອຖາມຮັບຈ້າງທາສີແຕ່ບໍ່ມີຄົນຢູ່ຈຶ່ງສວາຍໂອກາດເຂົ້າໄປຄົ້ນ ຕູ້ ເຄື່ອງຊອກຫາຊັບສີນມີຄ່າ,ໃນຂະນະນັ້ນນາງເພັງໄດ້ກັບມາແຕ່ວຽກເຂົ້າມາພໍ້ຈຶ່ງຮ້ອງໃສ່, ຕົນຈຶ່ງໄດ້ແລ່ນໄປຍູ້ ນາງ ເພັງ ແລ້ວໄປຈັບເອົາມີດຢູ່ກະຕ່າລົດມາຈີ້ຄໍພ້ອມທັງຂູ່ເອົາເງິນ, ແຕ່ນາງ ເພັງ ໄດ້ຮ້ອງຂໍຄວາມຊ່ວຍເຫລືອຈຶ່ງໄດ້ເອົາມີດປາດ ຄໍ ແລະ ແທງຕາມຮ່າງກາຍ ນາງເພັງ ຫລາຍຈຸດຈົນເສຍຊີວິດ, ຈາກນັ້ນກໍຄົ້ນເອົາເງິນໃນກະເປົາພາຍຂອງນາງເພັງໄດ້ 2 ລ້ານກີບແລ້ວຫລົບໜີໄປລີ້ຊ້ອນຕົວຢູ່ຫ້ອງເຊົ່າ ແລະ ສອງມື້ຕໍ່ມາກໍຖືກເຈົ້າໜ້າທີ່ຈັບຕົວມາດຳເນີນຄະດີ.

No comments:

Post a Comment