Ad

Ad

28 January 2015

ຕຳຫລວດນັ່ງເສີຍ ຜູ້ຂັບຂີ່ໄປເລີຍ



      ປັດຈຸບັນ,ສັງເກດເຫັນວ່າສະພາບການລະເມີດລະບຽບການຈາລະຈອນຕາມທ້ອງຖະໜົນແມ່ນມີຫລາຍຂຶ້ນ, ໂດຍສະເພາະແມ່ນການລວ່ງໄຟແດງຕາມສາມແຍກສີ່ແຍກ, ເຊິ່ງບັນຫາດັ່ງກ່າວນີ້ ກໍແມ່ນສາເຫດໜຶ່ງພາໃຫ້ເກີດອຸປະ ຕິເຫດຄືດັ່ງເປັນຂ່າວຜ່ານສື່ຕ່າງໆໃນໄລຍະຜ່ານມາ ແລະ ສາເຫດໜຶ່ງທີ່ພາໃຫ້ຜູ້ຂັບຂີ່ສວຍໂອກາດລ່ວງໄຟແດງກໍແມ່ນ ເກີດຈາກຄວາມເມີນເສີຍຂອງເຈົ້າໜ້າທີ່ຕຳຫລວດຈາລະຈອນທີ່ລົງປະຕິບັດໜ້າທີ່ຢູ່ຕາມປ້ອມຕ່າງໆ, ໄຟແດງບາງຈຸດ ບໍ່ມີເຈົ້າໜ້າທີ່ເວນຍາມກໍຍິ່ງເຮັດໃຫ້ການສັນຈອນມີຄວາມສັບສົນ, ບາງບ່ອນມີອ້າຍນ້ອງຕຳຫວດປະຈຳຢູ່ແຕ່ກໍຍັງເຫັນ ມີການລ່ວງໄຟແດງ ແລະ ກໍບໍ່ເຫັນເຈົ້າໜ້າທີ່ຈະສົນໃຈແຕ່ຢ່າງໃດ, ເຊິ່ງບັນຫາດັ່ງກ່າວ, ເປັນການບໍ່ເຄົາລົບກົດລະບຽບ ຈະລາຈອນຂອງຜູ້ຂັບຂີ່ແລ້ວ ຍັງເປັນແບບຢ່າງອັນບໍ່ດີໃຫ້ກັບຜູ້ອື່ນ, ເຮັດໃຫ້ສັງຄົມບໍ່ມີຄວາມເປັນລະບຽບ ແລະ ມີ ຄວາມສ່ຽງເກີດອຸປະຕິເຫດ, ສ່ວນເບື້ອງເຈົ້າໜ້າທີ່ຖ້າຖືເບົາຕໍ່ບັນຫາດັ່ງກ່າວຫລາຍເກີນໄປກໍອາດເຮັດໃຫ້ຜູ້ຂັບຂີ່ບໍ່ມີ ຄວາມເກງກົວ ແລະ ສະພາບການລະເມີດລະບຽບຈະລາຈອນກໍຈະນັບມື້ເພີ່ມຂື້ນ.

No comments:

Post a Comment