Ad

Ad

28 January 2015

ລາວຈະປັບປຸງດຳລັດນະໂຍບາຍຕໍ່ຜູ້ມີຄວາມດີຕໍ່ຊາດ.



           ລາວຈະປັບປຸງເນື້ອໃນບາງຈຸດຂອງດຳລັດນາຍົກລັດຖະມົນຕີເລກທີ 343/ນຍ ວ່າດ້ວຍການປະຕິບັດນະ
ໂຍບາຍຕໍ່ຜູ້ທີ່ມີຜົນງານ ແລະ ຄຸນງາມຄວາມດີໃນພາລະກິດຮັບໃຊ້ການປະຕິວັດຊາດປະຊາທິປະໄຕ ໃຫ້ສອດຄ່ອງ ແລະ ເໝາະສົມກວ່າເກົ່າ,ພາຍຫລັງບັນຫາດັ່ງກ່າວໄດ້ຮັບການເຫັນດີໃນກອງປະຊຸມຄະນະລັດຖະບານປະຈຳເດືອນ ມັງກອນ 2015, ເຊິ່ງການປັບປຸງນີ້ກໍເພື່ອເປັນການຈັດຕັ້ງປະຕິບັດນະໂຍບາຍຂອງພັກ-ລັດ ດ້ວຍຮູບການອຸດໜູນທາງ ດ້ານວັດຖຸ ຫລື ເງິນສົດຈາກງົບປະມານຂອງລັດ ແລະ ການປະກອບສ່ວນຂອງສັງຄົມ, ພາກເອກກະຊົນ, ບຸກຄົນ, ນິຕິ ບຸກຄົນ ແລະ ອົງການຈັດຕັ້ງສາກົນຕ່າງໆ ທີ່ສະແດງເຖິງຄວາມກະຕັນຍູຮູ້ບຸນຄຸນຂອງພັກ-ລັດ ຕໍ່ຜູ້ທີ່ມີຜົນງານ ແລະ ຄຸນງາມຄວາມ ດີໃນພາລະກິດປະຕິວັດຊາດປະຊາທິປະໄຕ ໃຫ້ສອດຄ່ອງກັບຄວາມສາມາດ ແລະ ສະພາບຄວາມເປັນ ຈິງທາງດ້ານເສດ ຖະກິດ-ສັງຄົມຂອງຊາດ, ເຊິ່ງດຳລັດດັ່ງກ່າວໄດ້ປະກາດນຳໃຊ້ໃນປີ 2011 ເປັນຕົ້ນມາ, ແຕ່ມາຮອດປັດ ຈຸບັນເຫັນວ່າມີເນື້ອ ໃນ, ການໃຊ້ສັບພາສາໃນບາງໝວດ, ບາງມາດຕາບໍ່ຖືກຕ້ອງຊັດເຈນ ແລະ ການກຳນົດເປົ້າໝາຍຜູ້ທີ່ຈະໄດ້ຮັບນະໂຍ ບາຍຍັງບໍ່ແຈ້ງຈຶ່ງຕ້ອງມີການປັບປຸງໃຫ້ດີກວ່າເກົ່າ.

No comments:

Post a Comment