Ad

Ad

28 January 2015

​ເປີດ​​​ຊຸດ​​ອົບຮົມ​ການ​ເປັນ​ຄູ​ຝຶກ​ວິຊາ​ຊີບ​ເຄື່ອງນຸ່ງ​ຫົ່ມ



ວັນ​ທີ 27 ມັງກອນ ນີ້,ທີ່ ສູນ​ພັດທະນາ​ສີມື​ຕັດຫຍີບ ນະຄອນຫຼວງວຽງ ຈັນ, ​ໄດ້ເປີດຊຸດອົມ​ຮົບ​ການ​ເປັນ​ຄູ​ຝຶກ​ວິຊາ​ຊີບ​ເຄື່ອງນຸ່ງ​ຫົ່ມໃຫ້​ຄູ​ອາຈານ​ຂະ​ແໜງ ຕັດຫຍິບ​ຈາກ​​ໂຮງຮຽນ ເຕັກນິກ​ວິຊາ​ຊີບ​ແບບ​ປະສົມ​ແຂວງ​ຜົ້ງ​ສາລີ, ຫົວພັນ, ຊຽງຂວາງ, ບໍລິ​ຄຳ​ໄຊ, ອັດ​ຕະປື ແລະ ສາລະ​ວັນ ຈຳນວນ 9 ຄົນ​ໂດຍ​ຈະ​ດຳ​ເນີນ​ໄປ​​ແຕ່ 27 ມັງກອນ ຫາ 11 ເມສາ 2015.
ທ່ານ ນາງ ບໍຣິວອນ ຜາ​ຝອງ ອຳນວຍ​ການ ສູນ​ພັດທະນາ​ສີມື​ຕັດຫຍິບ ​ໄດ້​ກ່າວ​​ໃນ​ພິທີວ່າ:  ​ເພື່ອຮັບປະກັນ​ໃຫ້​ແຮງ​ງານ​ລາວ​ມີ​ຄວາມ​ຮູ້​ຄວາມ​ສາມາດ​ ​ແລະ ສາມາດຕອບ​ສະໜອງຄວາມ​ຕ້ອງການ​ຂອງ​ຕະຫຼາດ​ແຮງ​ງານ, ​ຈຶ່ງ​ມີ​ຄວາມ​ຈຳ​ເປັນຫຼາຍທີ​ຈະ​ຕ້ອງມີ​ຄວາມ​ຮູ້ ແລະ ຫຼັກວິຊາ​ຊີບຕ່າງໆ. ເພື່ອ​ໃຫ້​ຄູ ອາຈານ​ໃນ​ຂະ​ແໜງການ​ຕັດຫຍິບ ຈາກ​ໂຮງ​ຮຽນ​ເຕັກ
​ນິກ-ວິຊາ​ຊີບ​ແບບ​ປະສົມ​​ແຂວງ​ຕ່າງໆ​ໄດ້​ຮຽນຮູ້​ກ່ຽວກັບໜ້າທີ່​ພື້ນຖານ​ຂອງ​ຄູ​ຝຶກ​ວິຊາ​ຊີບ ຫຼື ຄູ​ອາຊີວະ​ສຶກສາ ​ແລະ ​ແບບ​ວິທີ​ການຂອງ ຂັ້ນຕອນ​ໃນ​ການ​ສິດ​ສອນ ແລະ ການ​ປະ​ເມີນ​ຜົນ​ການ​ສອນ ​ແລະ ນຳ​ໃຊ້​ສື່​ການ​ຮຽນ ການ​ສອນ, ຫຼັກສູດ​, ທັກ​ສະ​ຄວາມ​ສາມາດ​ ແລະ ຄຸນສົມບັດ​ຂອງ​ຊ່າງ​ຕັດຫຍິບທີ່ສາມາດ​ນຳ​ເອົາ​ຄວາມ​ຮູ້ ​ປະສົບ​ການ​ທີ່​ໄດ້​ຮັບ​ຈາກ​ການ​ຝຶກ​ອົບຮົ​ມ​ໃນ​ຄັ້ງນີ້​ໄປ​ນຳ​ໃຊ້​ເຂົ້າ​ໃນ​ວຽກງານ​ການ​ສິດສອນ​ຂອງ​ຕົນ ເພື່ອ​ແນ​ໃສ່ສົ່ງ​ເສີມ​ໃຫ້​ທຸກ​ຄົນໄດ້​ມາ​ຮຽນວິຊາ​ຊີບ​ດ້ວຍ​ຕົນ​ເອງ​ຫຼາຍຂຶ້ນ.
          ສູນ​ພັດທະນາ​ສີມື​ຕັດຫຍິບ​ແມ່ນ​ສູນ​ຝຶກ​ວິຊາ​ຊີບ​ແຫ່ງໜຶ່ງທີ່​ຂຶ້ນ​ກັບ​ສະມາຄົມ​ອຸດສາຫະກຳ​ຕັດຫຍິບ​ລາວ ​ແມ່ນ​ໂຄງການໜຶ່ງທີ່ຢູ່​ພາຍ​ໃຕ້ໂຄງການ​ກອງ​ທືນພັດທະນາ​ການ​ຄ້າ ​ແລະ ​ພາຍ​ໃຕ້​ການຊີ້​ນຳ​ໂດຍ​ກົມ​ແຜນການ ແລະ ການ​ຮ່ວມ​ມື​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ, ມີໜ້າທີ່ສ້າງ ພັດທະນາ​ສີ​ມື​ແຮງ​ງານ, ທົດ​ສອບ​ສີມື​ແຮງ​ງານ​ເພື່ອ​ສະໜັບ ສະໜູນອຸດສາຫະກຳ​ເຄື່ອງນຸ່ງ​ຫົ່ມ​ລາວ​ມີ ປະສິດທິພາບ ​​ແລະ ມີຄວາມອາດ​ສາມາດ​ໃນ​ການ​ແຂ່ງຂັນ​ຂອງ​ຂະ​ແໜງການ​ອຸດສາຫະກຳ​ຜະລິດ​ເຄື່ອງນຸ່ງ​ຫົ່ມ.

No comments:

Post a Comment