ໃນທ້າຍ ອາທິດຜ່ານມາ ບໍລິສັດພະລັງຄວາມຮ້ອນຫົງສາ
ແຂວງໄຊຍະບູລີ ໄດ້ມອບເງິນມູນຄ່າ
40 ລ້ານກີບ ເພື່ອສະໜັບສະໜູນງານມະຫະກຳບຸນຊ້າງທີ່ ຈະຈັດຂຶ້ນໃນເດືອນ
ກຸມພາ ນີ້, ເປັນຄັ້ງທີ 9 ທີ່ແຂວງໄຊຍະບູລີ ເຊິ່ງການມອບຮັບໄດ້ມີຂຶ້ນລະຫວ່າງທ່ານ
ເອອິສເກະ ອາຊາດະ ອຳນວຍການໃຫຍ່ ບໍລິສັດໄຟຟ້າຫົງສາ ຈຳກັດແລະ ທ່ານ ຍັນຍົງ ສີປະເສີດ
ຮອງເຈົ້າແຂວງໄຊຍະບູລີ.
ໃນໂອກາກນີ້ ທ່ານ ຮອງເຈົ້າແຂວງໄດ້ເປີດເຜີຍໃຫ້ຮູ້ວ່າ:
ງານມະຫະກຳບຸນຊ້າງໄດ້ຈັດຂຶ້ນເປັນຄັ້ງທຳອິດໃນປີ 2007 ທີ່ ເມືອງ ແລະ ແຂວງໄຊຍະບູລີ. ແຂວງໄຊຍະບູລີເຊິ່ງເປັນແຂວງທີ່ມີຊ້າງຫຼາຍກ່ວາໝູ່
ກວມເອົາ 75 % ໃນທົ່ວປະເທດ, ການຈັດງານບຸນຊ້າງໃນຄັ້ງນີ້ ເພື່ອເປັນການສົ່ງເສີມໃຫ້ມີການອະນຸລັກ
ແລະ ປົກປັກຮັກສາຊ້າງໃຫ້ດີຂຶ້ນເພື່ອສາມາດນຳໃຊ້ປະໂຫຍດຂອງຊ້າງຢ່າງມີຜົນ.
ພ້ອມນັ້ນ ເພື່ອເສີມຂະຫຍາຍຮີດຄອງປະເພນີທີ່ເປັນເອກະລັກໃນການດຳລົງຊີວິດຂອງປະຊາຊົນລາວບັນດາເຜົ່າທີ່ຕິດພັນກັບຊ້າງມາແຕ່ບູຮານນະການ
ແລະ ເປັນການໂຄສະນາເຜີຍແຜ່ໃຫ້ນັກທ່ອງທ່ຽວທັງພາຍໃນ
ແລະ ຕ່າງປະເທດຮູ້ຈັກແຂວງໄຊຍະບູລີ ຫຼາຍຂຶ້ນ ແລະສາມາດສືບສານ ຮີດຄອງປະເພນີທີ່ເປັນເອກະລັກຂອງທ້ອງຖິ່ນໃຫ້ຄົງຢູ່ຕະຫຼອດໄປ.

No comments:
Post a Comment