Ad

Ad

28 January 2015

ທົບ​ທວນ​ການຈັດຕັ້ງປະຕິບັດ​ກົດໝາຍ​ວ່າ​ດ້ວຍ​ສະຖີຕິ



      ກະຊວງ​ແຜນການ ແລະ ການ​ລົງທຶນ​ ​​ໄດ້ຈັດ​ກອງ​ປະຊຸມ ທົບ​ທວນຄືນ​ ການ​ຈັດຕັ້ງປະຕິບັດ​ກົດ ໝາຍ​ວ່າ​ດ້ວຍ​ສະຖີຕິ ແລະ ຍຸດ​ທະ​ສາດ​ການ​ພັດທະນາ​ລະບົບ​ສະຖີຕິແຫ່ງ​ຊາດ ເຊິ່ງພາຍ​ຫລັງ​ກົດໝາຍ​ດັ່ງກ່າວ​ໄດ້​ຖືກ​ຮັບຮອງ​ຈາກ​ສະພາ​ແຫ່ງ​ຊາດ​ໃນ​ປີ 2010 ເປັນຕົ້ນ​ມາ ​ແລະ ​ໄດ້​ລົງ​ເລິກການຈັດຕັ້ງລະບົບ​ສະຖີຕິ​ແຫ່ງ​ຊາດ​​ເຊັ່ນ: ກົງ​ຈັກ​ການຈັດຕັ້ງ ສາຍ​ຂວາງ, ການ​ຜະລິດ​ຂໍ້​ມູນ​ສະຖິຕິ​ທີ່​ສຳຄັນ​ຂອງ​ຕົວ​ຊີ້ບອກ​ກ່ຽວ​ກັບ​ການຈັດຕັ້ງ​ເປົ້າ​ໝາຍ​ສະຫັດ​ສະ​ວັດ​ດ້ານ​ການ​ພັດ ທະນາ, ຕົວ​ຊີ້ບອກ​ກ່ຽວ​ກັບ​ສະຖິຕິ​ສັງຄົມ, ສະຖິຕິ​ເສດຖະກິດ, ສະຖີຕິ​ການ​ຂຶ້ນທະບຽນ​ການ​ເກີດ-ການ​ຕາຍ,ສະຖິຕິ​ການ​ຂຶ້ນທະ ບຽນ​ຫົວ​ໜ່ວຍ​ທຸລະ​ກິດ, ການ​ບໍລິການ ແລະ ການ​ເຜີຍ​ແຜ່​ສະຖີຕິ​ທາງ​ການ.
       ທ່ານ ສົມ​ດີ ດວງ​ດີ ລັດຖະມົນຕີ​ວ່າການ​ກະຊວງ​ແຜນການ ແລະ ການ​ລົງທຶນ​ ໃນ​ຖານະ​ປະທານ​ກອງປະຊຸມ​ໄດ້​ກ່າວ​ໃນ​ວັນ​ທີ 27 ມັງກອນນີ້ຢູ່​ຫໍ​ປະຊຸມ​ແຫ່ງ​ຊາດ ວ່າ: ການ​ຈັດ​ກອງ​ປະຊຸມ​ໃນ​ຄັ້ງນີ້ ເພື່ອ​ເປັນ​ການແລກປ່ຽນ​ຄຳ​ຄິດ​ຄຳ​ເຫັນ,ແລກປ່ຽນ​ປະສົບ​ການ ແລະ ຖອດ​ຖອນ​ບົດ​ກຮຽນເຊິ່ງກັນ ແລະ ກັນພ້ອມ​ກັນ​ຊອກ​ຊ່ອງ​ທາງ​ແກ້​ໄຂ​ບັນຫາ​ທີ່​ພົບ​ພໍ້​ໃນ​ການ​ເຄື່ອນ​ໄຫວ​ວຽກ​ງານ​ສະຖີຕິຢູ່​ໃນ​ບັນດາ​ກະຊວງ, ຂະ​​ແໜງ​ການ​ແຕ່ລະ​ຂັ້ນ ເພື່ອ​ຄົ້ນ​ຄ້ວາ​ສ້າງ​ເງື່ອນ​ໄຂ ​ແລະ ປະຖົມ​ປັດ​
ໃຈ​ພື້ນຖານ​ການ​ຜະລິດ​ສະຖີຕິ​ກ້າວ​ໄປ​ສູ່​ການ​ຕອບ​ສະໜອງ​ຂໍ້​ມູນ​ສະຖີຕິທາງ​ການ​ໃຫ້​ຄົບ​ຖ້ວນ, ທັນ​ເວລາ, ​ແລະ  ​ເຊື່ອ​ຖື​ໄດ້ ​ໃນ​ການ​ປັບປຸງ​ລະບົບ​ສະຖີຕິ​ແຫ່ງ​ຊາດ ​ໃຫ້​ມີ​ຄວາມ​ເຂັ້ມ​ແຂງ​ຢ່າງຮອບດ້ານ ​ຕາມ​ທິດ ​ແລະ ຄາດ ໝາຍ​ບຸກທະລຸ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງທີ IX ຂອງ​ພັກ​ວາງ​ອອກ​ ເປັນຕົ້ນ​ແມ່ນ​ການ​ປັບປຸງ​ດ້ານ​ຈິນຕະນາການ ແລະ ພຶດ​ຕິ​ກຳ​ປ່ຽນ​ແປງ​ໃໝ່, ການ​ປັບປຸງກົງຈັກ​ການຈັດຕັ້ງ ​ແລະ ​ແຜນ​ພັດທະນາ​ຊັບພະຍາກອນ​ມະນຸດ​ຂອງ​ລະບົບ​ການຈັດ ຕັ້ງທັງສາຍຕັ້ງ ​ແລະ ສາຍ​ຂວາງ,ກົນ​ໄກ​ປະສານ​ງານ​ການ​ເຮັດ​ວຽກ​ຮ່ວມ​ກັນລະຫວ່າງສະຖິຕິ​ສາຍຕັ້ງ ​ແລະ ສາຍ​ຂວາງ, ບັນຫາ​ສິ່ງ​ທີ່​ຫຍຸ້ງຍາກ​ປະ​ເຊີນ​ໜ້າ​ໃນ​ການ​ເຄື່ອນ​ໄຫວ​ຈັດຕັ້ງປະຕິບັດ​ວຽກ​ງານ​ສະຖີຕິ​ຢູ່​​ແຕ່ລະ​ຂະ​ແໜງ​ການ, ແຂວງ,
ເມືອງ ​ແລະ ບ້ານເພື່ອ​ພ້ອມ​ກັນ​ຄົ້ນຄິດ ​ແລະ ຊອກ​ຫາ​ທາງ​ອອກຮັບ​ມື​ກັບ​ບັນຫາ​ດັ່ງກ່າວ.

No comments:

Post a Comment