ໃນວັນທີ
27 ມັງກອນ ນີ້, ທ່ານ ອາລຸນແກ້ວ ກິດຕິຄຸນ ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ
ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ ໄດ້ນຳພາຄະນະຜູ້ແທນ ສປປ
ລາວ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ( ASEAN Senior Officials’
Meeting: ASEAN SOM ) ເພື່ອກະກຽມໃຫ້ແກ່ກອງປະຊຸມວົງແຄບຂອງລັດຖະມົນຕີການຕ່າງປະເທດອາຊຽນ
ຊຶ່ງຈະຈັດຂຶ້ນໃນວັນທີ 28 ມັງກອນ 2015 ທີ ໂກຕາ ກີນາບາລູດມາເລເຊຍ.
ກອງປະຊຸມຄັ້ງນີ້
ເປັນກອງປະຊຸມຄັ້ງທຳອິດພາຍໃຕ້ການເປັນປະທານອາຊຽນຂອງມະເລເຊຍສຳລັບປີ
2015. ຊຶ່ງໄດ້ປຶກສາຫາລືການຈັດຕັ້ງຜັນຂະຫຍາຍຜົນຂອງກອງປະຊຸມສຸດຍອດອາຊຽນຄັ້ງທີ
25 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງຊຶ່ງໄດ້ຈັດຂຶ້ນໃນເດືອນພະຈິກ 2014 ກໍຄືການສ້າງປະຊາຄົມອາຊຽນໃຫ້ສຳເລັດ
ໃນປີ 2015, ການພົວພັນການຮ່ວມມືກັບພາຍນອກ, ການສຶບຕໍ່ຮັກສາບົດບາດເປັນແກນກາງຂອງອາຊຽນໃນສະພາບການໃໝ່
ແລະ ການກະກຽມຮ່າງວິໄສທັດອາຊຽນຫຼັງເປັນປະຊາຄົມອາຊຽນໃນປີ 2015, ແຕ່ສຳຄັນແມ່ນເນັ້ນໃສ່ປຶກສາຫາລືການກະກຽມ
ດ້ານເນື້ອໃນກໍຄືຫົວຂໍ້ປຶກສາຫາລື ແລະ ແຜນການເຄື່ອນໄຫວໃຫ້ແກ່ກອງປະຊຸມວົງແຄບຂອງລັດຖະມົນຕີການຕ່າງ
ປະເທດອາຊຽນ.
No comments:
Post a Comment