Ad

Ad

28 January 2015

ສະພາບອາກາດໃນໄລຍະນີ້ຍັງໜາວເຢັນຢູ່ບາງທ້ອງຖິ່ນ



     ກົມອຸຕຸນິຍົມ ແລະ ອຸທົກກະສາດໃຫ້ຮູ້ວ່າ: ໃນວັນທີ 28 ມັງກອນນີ້, ບໍລິເວນຄວາມກົດດັນສູງຂອງອາກາດໜາວ ເຢັນມີກຳລັງປານກາງ ຍັງສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງລາວ, ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອພັດປົກ ຄຸມດ້ວຍກຳລັງອ່ອນ, ເຮັດໃຫ້ອຸນຫະພູມອາກາດຍັງເຢັນຫລາຍພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນກາງຄືນຫາ ຕອນເຊົ້າຢູ່ໃນແຕ່ລະພາກ, ແຕ່ສະພາບອາກາດຍັງ ໜາວຫລາຍຢູ່ບາງທ້ອງຖິ່ນແຂວງພາກເໜືອດ້ານຕາເວັນອອກ, ເຂດ ພູດອຍ, ແຂວງໄຊສົມບູນ, ພູພຽງບໍລະເວນປາກຊ່ອງ ແລະ ນິຄົມ 34 ພ້ອມມີໝອກໜາປົກຫຸ້ມຢູ່ບາງທ້ອງຖິ່ນໃນ ຕອນເຊົ້າ.
    + ພາກເໜືອດ້ານຕາເວັນອອກ: ອາກາດຍັງສືບຕໍ່ໜາວຫລາຍ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນ ຕອນກາງຄືນ ຫາ ຕອນເຊົ້າ, ໂດຍສະເພາະຢູ່ເຂດພູສູງ ແລະ ພູດອຍ ອຸນຫະພູມຕ່ຳສຸດ 6-8 ອົງສາ ແລະ ສູງສຸດ 25-27 ອົງສາ.
    + ພາກເໜືອດ້ານຕາເວັນຕົກ: ມີເມກປົກຄຸມເປັນບາງສ່ວນ, ອາກາດເຢັນ ຫາ ໜາວເຢັນ ພ້ອມມີ ໝອກບາງປົກ ຫຸ້ມຢູ່ທົ່ວໄປຫາຕອນເຊົ້າອຸນຫະພູມຕ່ຳ 13-15 ອົງສາ ແລະ ສູງສຸດ 29-31 ອົງສາ. ສຳລັບເມືອງວຽງພູຄຳ ແລະ ເມືອງ ສິງ: ອາກາດຍັງໜາວຫລາຍ ພ້ອມມີໝອກໜາໃນຕອນກາງຄືນ ຫາ ຕອນເຊົ້າ ອຸນຫະພູມຕ່ຳສຸດ 7-9 ອົງສາ ແລະ ສູງສຸດ 27-29 ອົງສາ.

    + ນະຄອນຫລວງວຽງຈັນ: ມີເມກປົກຄຸມເປັນບາງສ່ວນ, ອາກາດຍັງເຢັນໃນຕອນກາງຄືນຫາຕອນເຊົ້າພ້ອມມີ ໝອກບາງປົກຫຸ້ມຢູ່ທົ່ວໄປອຸນຫະພູມຕ່ຳສຸດ 16-18 ອົງສາ ແລະ ສູງສຸດ 30-32 ອົງສາ.
    + ພາກກາງ: ມີເມກປົກຄຸມເປັນບາງສ່ວນ, ອາກາດເຢັນຫາໜາວເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ ທົ່ວໄປ ໃນຕອນ ເຊົ້າ ແລະ ຍັງມີໝອກໜາປົກຫຸ້ມຢູ່ບາງທ້ອງຖິ່ນຢູ່ທາງດ້ານຕາເວັນອອກຂອງພາກ ອຸນ ຫະພູມຕ່ຳສຸດ 15-17 ອົງສາ ແລະ ສູງສຸດ 31-33 ອົງສາ. ສຳລັບແຂວງໄຊສົມບູນ: ອາກາດຍັງສືບຕໍ່ ໜາວເຢັນຫລາຍ ພ້ອມມີໝອກໜາປົກຫຸ້ມຢູ່ ທົ່ວໄປອຸນຫະພູມ ຕ່ຳສຸດ 5-7 ອົງສາ ແລະ ສູງສຸດ 24-26 ອົງສາ.
    + ພາກໃຕ້: ມີເມກປົກຄຸມເປັນບາງສ່ວນ, ອາກາດຍັງໜາວເຢັນໃນຕອນເຊົ້າ ພ້ອມມີໝອກບາງປົກ ຫຸ້ມຢູ່ທົ່ວໄປ ອຸນຫະພູມຕ່ຳສຸດ 15-17 ອົງສາ ແລະ ສູງສຸດ 31-33 ອົງສາ. ສຳລັບເຂດປາກຊ່ອງ, ນິຄົມ 34: ອາກາດຍັງໜາວຫລາຍ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປ ອຸນຫະພູມຕ່ຳສຸດ 4-6 ອົງສາ ແລະ ສູງສຸດ 27-29 ອົງສາ.

No comments:

Post a Comment