Ad

Ad

27 January 2015

ອວ່າຍ​ແລວ​ນ້ຳ​ໂຄງການ​ກໍ່ສ້າງ​​ໄຟຟ້າ​ນ້ຳຂອງ​ໄຊ​ຍະ​ບູລີ​



             ພິທີ​ອວ່າຍ​​ແລວ​ນ້ຳ​ໂຄງການ​ກໍ່ສ້າງ​​ໄຟຟ້າ​ນ້ຳຂອງ​ໄຊ​ຍະ​ບູລີ​​ ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 26 ມັງ​ກອນ 2015 ທີ່​ເມືອງ​ ​ແລະ ​ແຂວງ​ໄຊ​ຍະ​ບູລີ ​ໂດຍ​ເປັນ​ກຽດ​ເຂົ້າ​ຮ່ວມ​ ​ແລະ ລັ່ນຄ້ອງ 9 ບາດ​ເພື່ອ​ເປັນ​ສີ​ລິ​ມົງຄຸນ​ຂອງ​ທ່ານ ຈູມ​ມາລີ ​ໄຊ​ຍະ​ສອນ ປະທານ ​ປະ​ເທ​ດ​ແຫ່ງ ສປປ ລາວ ພ້ອມ​ດ້ວຍ​ລັດຖະມົນຕີ, ເຈົ້າ​ແຂວງ, ເຈົ້າ​ເມືອງ ພ້ອມ​ດ້ວຍ​ແຂກ​ທີ່​ຖືກ​ເຊີນ​ຈາກ​ພາກລັດ ​ແລະ ​ເອກະ​ຊົນ​ເຂົ້າ​ຮ່ວມ.
ທ່ານ ສົມ​ສະຫວາດ ​ເລັ່ງສະຫວັດ ຮອງ​ນາຍົກລັດຖະມົນຕີ ຜູ້​ຊີ້​ນຳ​ວຽກ​ງານ​ການ​ຜະລິດ ​ແລະ ຈໍລະ​ຈອນສິນຄ້າ ກ່າວ​ວ່າ:ໂຄງການພະລັງໄຟຟ້າຝາຍນ້ຳລົ້ນນ້ຳຂອງໄຊຍະບູລີເປັນໂຄງການໜຶ່ງທີ່ມີຄວາມສຳຄັນຢູ່ໃນແຜນພັດທະນາພະລັງງານໄຟຟ້າຂອງສປປ ລາວ;ເປົ້າໝາຍຂອງການພັດທະນາ​​ແມ່ເພື່ອຂຸດຄົ້ນແລະເສີມຂະຫຍາຍທ່າແຮງຂອງປະເທດທີ່ມີແມ່ນ້ຳລຳເຊຫລາຍສາຍສາມາດຜະລິດພະລັງງານໄຟຟ້າສະໜອງໃຫ້ແກ່ການຊົມໃຊ້ພາຍໃນແລະ ສົ່ງອອກສ້າງລາຍຮັບ​​​ໃຫ້ກັບປະເທດຊາດ. ພິທີອວ່າຍແລວນ້ຳ​​ຄັ້ງນີ້ຈັດເປັນໄລຍະທີໜຶ່ງຂອງການກໍ່ສ້າງເພື່ອກ້າວສູ່ໄລຍະທີສອງຂອງ
ໂຄງການເຊິ່ງທາງຄະນະບໍລິຫານຂອງບໍລິສັດຜູ້ພັດທະນາໂຄງການກໍຄືບໍລິສັດທີ່ປຶກສາຈະຕ້ອງ​​ເຂັ້ມງວດໃນການເອົາໃຈໃສ່ຄຸ້ມຄອງການດຳເນີນໂຄງການແຕ່ລະຂັ້ນຕອນໃຫ້ຖືກຕ້ອງຕາມມາດຖານເຕັກນິກຄວາມປອດໄພສິ່ງແວດລ້ອມເປີດເຜີຍ​ ​ແລະ ​​ໂປ່ໃສໃຫ້ສອດຄ່ອງກັບສົນທິສັນຍາວ່າດ້ວຍການນຳໃຊ້ແມ່ນ້ຳຂອງ ປີ 1995 ​ບໍ່ສົ່ງຜົນກະທົບຕໍ່ບັນດາປະເທດລຸ່ມແມ່ນ້ຳຂອງ  ເນື່ອງຈາກໂຄງການນີ້ມີລັດຖະບານໄດ້ ວ່າຈ້າງວິສາວະກອນທີ່ປຶກສາທີ່ມີຊື່ສຽງລະດັບໂລກມາຄຸ້ມຄອງຕິດຕາມແລະ ກວດກາຢ່າງໃກ້ຊິດ.
            ເພື່ອ​ເປັນ​ການ​ຕອບ​ສະໜອງ​ໃຫ້​​ແກ່​ການ​ພັດທະນາ​ໄລຍະ​ຍາວຈະ​ສູ້​ຊົນ​ໃຫ້ ສປປ ລາວ ຫລຸດ​ພົ້ນອອກ​ຈາກ​ສະພາວະ​​ດ້ອຍ​ພັດທະນາ​ຫັນ​ໄປ​ສູ່​ປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ ການ​ປັບປຸງ​ລະບົບ​ພື້ນ​ຖານ​​ໂຄງ​ລ່າ​ງທາງ​ດ້ານ​ເສ​ດຖະກິດ-ສັງຄົມ​ຈະ​ຕ້ອງ​ໃຫ້​ທັນ​ສະ​ໄໝ​ໃນ​ບາງ​ເຂດ​ ແລະ ບາງ​ດ້ານ ​ເພື່ອ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ພັດທະນາ ​ແລະ ການ​ເຊື່ອມ​ຕົວ​ເຂົ້າ​ສູ່​ພາກ​ພື້ນ ​ແລະ ສາກົນ, ສ້າງ​ໃຫ້ ສປປ ລາວ ກາຍ​ເປັນ​ໃຈກາງ​ຂອງ​ການ​ບໍລິການ​ບາງ​ດ້ານ​ໃນ​ພາກ​ພື້ນ ການ​ເຊື່ອມ​ໂຍງ​ເສດຖະກິດ ​ແລະ ການ​ຮ່ວມ​ມື​ກັບພາກ​ພື້ນ ​ແລະ ສາກົນ​ໄດ້​ມີ​ການ​ເພີ່ມ​ຂຶ້ນ ​ແລະ ຂະ​ຫຍາ​ຍ ກວ້າງ​ອອກ​ດ້ວຍ​ຫລາຍ​ຮູບ​ແບບ​ຫລາຍ​ລະດັບ ​ແລະ ມີ​ການ​ແຂ່ງຂັນກັນ​ສູງ​ຂຶ້ນ ມີ​ຫລາຍ​ປະ​ເທດ​ໄດ້​ກາຍ​ເປັນ​ສະມາຊິກ​ຂອງ​ອົງການຕ່າງໆ​ເຊັ່ນ: ອົງການ​ການ​ຄ້າ​ໂລກ (WTO) ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ (AEC) ​ແລະ ອຶ່ນໆ ​ເຊິ່ງຈະ​ເຮັດ​ໃຫ້ການ​ຄ້າ ການ​ລົງທຶນ ການ​ບໍລິການ​ເພີ່ມ​ຂຶ້ນ ບັນດາ​ຄູ່​ຮ່ວມ​ພັດທະນາ ​ແລະ ອົງການ​ຈັດ​ຕັ້ງ​ສາກົນ ຈະ​ສືບ​ຕໍ່​ໃຫ້ການ​ຊ່ວຍ​ເຫລືອ ​ແລະ ​ເຂົ້າ​ໃຈ​ຖືກຕ້ອງ​ຕໍ່ກັບ​ການ​ພັດທະນາ​ກໍຄື​ການ​ພັດທະນາ​ໂຄງການ​ໄຟຟ້າ​ນ້ຳຕົກ​ຂະໜາດ​ໃຫຍ່​ໃນ ສປປ ລາວ.
            ໂຄງການກໍ່ສ້າງ​ໄຟຟ້າ​ພະລັງງານ​ນ້ຳຂອງ​ໄຊ​ຍະ​ບູລີ ​ໄດ້​ເລີ່​ມລົງມື​ກໍ່​ສ້າງມາ​ແຕ່​ປີ 2012 ດ້ວຍ​ອາຍຸ​ສຳ​ປະທານ 25-30 ປີ ​​ໄດ້ມີ​ຄວາມ​​ຄືບ​ໜ້າ​ແລ້ວປະມານ 40% ພາຍຫລັງ​ການ​ສຳ​ເລັດ​ກໍ່ສ້າງ ຝັ່ງ​ເບື້ອງ​ຂວາ ​ແລະ ​ທາງ​ໂຄງການ​ໄດ້​ມີ​ການ​ອວ່າຍ​ແລວ​ນ້ຳຂອງ​ມາ​ເບື້ອງຝັ່ງ​ຂວາ​ທີ່​ກໍ່ສ້າງ​ສຳ​ເລັດ ກໍຈະ​ເລີ່​ມ​ກໍ່ສ້າງ​ຝັ່ງ​ເບື້ອງ​ຊ້າຍທັນ​ທີ​,ຄາດ​ວ່າ ຈະ​ສຳ​ເລັດ​ໃນ​ສົມບູນ​ໃນ​ປີ 2019. ​ ດ້ວຍ​ມູນ​ຄ່າ​ການ​ລົງທຶນ​ມະຫາສານ​ປະມານ 3,8 ຕື້​ໂດ​ລາ​ສະຫະລັດ ຫລື ປະມານ 30 ພັນຕື້​ກີບ​. ຕາມຂໍ້ມູນ​ເບື້ອງຕົ້ນ​ໃຫ້​ຮູ້​ວ່າ​ຫາກ​ໂຄງການ​ດັ່ງກ່າວ​ສຳ​ເລັດ​ສົມບູນ​ແບບ​​ຈະ​ມີ​ກຳລັງຕິດ​ຕັ້ງ​ທັງ​ໝົດ 1.285 ​ເມ​ກາ​ວັດ ຈະ​ສາມາດຜະລິດ​ກະ​ແສ​ໄຟຟ້າ​​ໄດ້​ທັງ​ໝົດ 7.406 ກິ​ກະ​ວັ​ດ​ໂມງ​ຕໍ່​ປີ ​ໃນ​ນັ້ນຈະ​ສະໜອງ​ພາຍ​ໃນ 60 ​ເມ​ກາ​ວັດ ສ່ວນ​ທີ່​ເຫລືອ​ແມ່ນ​ສະ​ໜອງ​ໃຫ້​ກັບປະ​ເທດ​ເພື່ອ​ນບ້ານ.
​ດ້ວຍຈຳນວນ​ການ​ລົງທຶນ​ຢ່າງ​ມະຫາສານ​ບວກ​ກັບ​ລາຍ​ຮັບ​ຂອງ​ພາກ​ລັດ​ມີ​ຢ່າງ​ຈຳກັດຈິ່ງ​​ໄດ້​ເປີດ​ໂອກາດ​ໃຫ້​ນັກທຸລະກິດ​ເຂົ້າ​ມາ​ມີ​ສ່ວນ​ຮ່ວມ​ເຊັ່ນ:ບໍລິ​ສັດ​ພາຍ​ໃນປະ​ເທດ​ໄທ​ຖື​ຮຸ້ນ75%ລັດຖະ ບານ​ລາວ 20% ​​ແລະ ນັກທຸລະກິດ​ລາວ 5% ການ​ກໍ່ສ້າງ​ແມ່ນ​ໄດ້​ເລັ່ງປະ​ຕິ​ບັດຕະ​ຫລອດ​ 24 ຊົ່ວ​ໂມງນັບ​ແຕ່​ມື້​ລົງມື​ປະຕິບັດ​ເພື່ອ​ໃຫ້​ໂຄງການ​ສຳ​ເລັດ​ຕາມ​ກຳນົດ​ເວລາ​ເຊິ່ງ​ໄດ້​ໃຊ້​ແຮງ​ງານ​ທັງ​ໝົດ 9-10 ພັນຄົນ ​ແຮງ​ງານ​ລາວ​ກວມ​ເອົາ 60%.

No comments:

Post a Comment