Ad

Ad

27 January 2015

ນາຍົກແນະນຳໃຫ້ທຸກຂະແໜງກຽມແຜນຍາດແຍ່ງທຶນຊ່ວຍເຫລືອ



ນາຍົກລັດຖະມົນຕີ ທອງສິງ ທຳມະວົງ ໄດ້ເນັ້ນໃຫ້ທຸກຂະ ແໜງການກະກຽມຂື້ນແຜນວຽກງານຕ່າງໆໃນຂົງເຂດຂະແໜງການຂອງ ຕົນທີ່ຈະນຳໃຊ້ທືນຊ່ວຍເຫລືອຈາກຕ່າງປະເທດໃຫ້ລະອຽດດີເພື່ອຍາດແຍ່ງ ເອົາການຊ່ວຍເຫລືອດັ່ງກ່າວໃຫ້ຫລາຍຂຶ້ນກວ່າເກົ່າ, ພາຍ ຫລັງເຫັນວ່າ 4 ປີຜ່ານມາການ ຊ່ວຍເຫລືອຈາກຕ່າງປະເທດ, ອົງ ການຈັດຕັ້ງສາກົນ ແລະ ສະຖາບັນ ການເງິນສາກົນບັນລຸໄດ້ຫລາຍ ເຖິງ 2.020 ລ້ານໂດລາສະຫະ ລັດເທົ່າກັບ 65% ຂອງແຜນການ 5 ປີຄັ້ງທີ VII, ສະເພາະສົກປີ 2013-2014 ສາມາດຂົນຂວາຍ ທຶນໄດ້ທັງໝົດ 795 ລ້ານໂດລາສະ ຫະລັດ, ມີ 784 ໂຄງການ. ຊຶ່ງໄດ້ ປະກອບສ່ວນສຳຄັນເຂົ້າໃນການ ພັດທະນາເສດຖະກິດ- ສັງຄົມຂອງ ປະເທດໃນແຕ່ລະໄລຍະ, ກໍຄືການ ບັນລຸເປົ້າໝາຍສະຫັດສະວັດດ້ານ ການພັດທະນາໃນປີ 2015 ແລະ ການຫລຸດຜ່ອນ ແກ້ໄຂຄວາມທຸກ ຍາກຂອງປະຊາຊົນ, ສະນັ້ນຂໍໃຫ້ ທຸກຂະແໜງການນັບທັງສູນກາງ ແລະ ທ້ອງຖິ່ນຕ້ອງປັບປຸງບົດ
ລາຍງານໃຫ້ລະອຽດຊັດເຈນຕື່ມ ໃນແຕ່ລະຂົງເຂດເພື່ອສະຫລຸບ ຖອດຖອນບົດຮຽນດ້ານດີ ແລະ ຂໍ້ ຄົງຄ້າງໃນການ ຈັດຕັ້ງປະຕິບັດ ໂຄງການ ແລະ ການຍາດແຍ່ງທຶນ ຊ່ວຍເຫລືອຕ່າງໆ, ໂດຍສະເພາະ ໃຫ້ທຸກພາກສ່ວນເປັນເຈົ້າ ການໃນການສ້າງແຜນ, ໂຄງການ, ກິດຈະ ການຕ່າງໆໃຫ້ລະອຽດຈະແຈ້ງ ເພື່ອຍາດແຍ່ງການຊ່ວຍເຫລືອໃຫ້ຫລາຍຂຶ້ນ, ພ້ອມກັນນັ້ນກໍເພີ່ມ ທະວີຄວາມເປັນເຈົ້າການຈັດຕັ້ງປະຕິບັດໂຄງການຊ່ວຍເຫລືອຕ່າງໆ ໃຫ້ມີປະສິດຕິພາບ, ປະກອບສ່ວນ ທຶນຮອນໃຫ້ທັນຕາມກຳນົດເວລາ,ຄຽງຄ່ກັນນັ້ນກໍເພີ່ມທະວີການສຶກ ສາອົບຮົມການເມືອງແນວຄິດໃຫ້ ບັນດາພະນັກງານ ທີ່ຈັດຕັ້ງປະຕິບັດວຽກງານດັ່ງກ່າວ, ພ້ອມທັງສຸມ ໃສ່ປັບປຸງຂັ້ນຂອດໃນການຮັບເອົາການຊ່ວຍເຫລືອໃຫ້ກະທັດຮັດ, ວ່ອງໄວ ແລະ ທັນການ.

No comments:

Post a Comment